ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອົງການອະນາໄມໂລກ ລາຍງານການຕິດ COVID-19 ໃໝ່ 3 ລ້ານກໍລະນີ ໃນໄລຍະ 7 ວັນທີ່ຜ່ານມາ


ຄົນຜູ້ນຶ່ງໃສ່ໜ້າກາກອະນາໄມ ຍ່າງຝ່ານປ້າຍທີ່ບອກໃຫ້ຢູ່ຫ່າງກັນໃນສັງຄົມ, ເມືອງ ໂຄເວັນທຣີ, ອັງກິດ. 25 ຕຸລາ, 2020.
ຄົນຜູ້ນຶ່ງໃສ່ໜ້າກາກອະນາໄມ ຍ່າງຝ່ານປ້າຍທີ່ບອກໃຫ້ຢູ່ຫ່າງກັນໃນສັງຄົມ, ເມືອງ ໂຄເວັນທຣີ, ອັງກິດ. 25 ຕຸລາ, 2020.

ອົງການອະນາໄມໂລກໄດກ່າວວ່າ ກໍລະນີ COVID-19 ໃໝ່ ສອງລ້ານແປດແສນກໍລະນີທີ່ຫຼາຍເປັນສະຖິຕິແມ່ນໄດ້ຖືກລາຍງານໃນທົ່ວໂລກໃນ 7 ວັນ ຮອດວັນອັງຄານວານນີ້, ເຊິ່ງລວມມີການເສຍຊີວິດໃໝ່ 40,000 ກໍລະນີ.

ອົງການສາທາລະນະສຸກຂອງສະຫະປະຊາຊາດດັ່ງກ່າວໄດ້ກ່າວວ່າ ຢູໂຣບ ໄດ້ລາຍງານສັດສ່ວນທີ່ໃຫຍ່ທີ່ສຸດຂອງລາຍງານ ກ່ຽວກັບ ກໍລະນີໃໝ່ເປັນອາທິດທີສອງລຽນຕິດດ້ວຍຈຳນວນຫຼາຍກວ່າ ນຶ່ງລ້ານສາມແສນກໍລະນີ, ເປັນການເພີ່ມຂຶ້ນ 33​ ເປີເຊັນ ເມື່ອທຽບໃສ່ກັບອາທິດທີ່ຜ່ານມາ. ພາກພື້ນດັ່ງກ່າວໄດ້ລາຍງານກໍລະນີ COVID-19 ໃໝ່ເກືອບເຄິ່ງນຶ່ງໃນລະຫວ່າງໄລຍະ 7 ວັນດັ່ງກ່າວ.

ຕົວເລກທີ່ວ່ານັ້ນຍັງໄດ້ສະແດງໃຫ້ເຫັນວ່າ ກໍລະນີຕ່າງໆກໍໄດ້ເພີ່ມຂຶ້ນໃນບັນດາພາກພື້ນ ອາເມຣິ ກາ, ເມດີເທີເຣນຽນຕາເວັນອອກ ແລະ ອາຟຣິກາ, ໃນຂະນະທີ່ການຫຼຸດລົງຍັງສືບຕໍ່ມີລາຍງານໃນເຂດເອເຊຍຕາເວັນອອກສຽງໃຕ້. ພາກພື້ນມະຫາສະໝຸດປາຊີຟິກຕາເວັນຕົກຍັງໄດ້ສະແດງໃຫ້ເຫັນການຫຼຸດລົງໜ້ອຍນຶ່ງໃນກໍລະນີໃໝ່ ແລະ ການເສຍຊີວິດໃນໄລຍະ 7 ວັນທີ່ຜ່ານມາ.

ອົງການອະນາໄມໂລກໄດ້ກ່າວວ່າ ບັນດາປະເທດທີ່ໄດ້ລາຍງານຕົວເລກຂອງກໍລະນີທີ່ສູງທີ່ສຸດໃນອາທິດທີ່ແລ້ວນີ້ແມ່ນ ອິນເດຍ, ສະຫະລັດ, ຝຣັ່ງ, ບຣາຊິລ ແລະ ອັງກິດ ເຊິ່ງເປັນປະເທດດຽວກັນໃນສາມອາທິດທີ່ຜ່ານມາ.

ໄວຣັສດັ່ງກ່າວຍັງໄດ້ສົ່ງຜົນກະທົບ ຕໍ່ການປະຕິບັດການຢູ່ສຳນັກງານໃຫຍ່ຂອງອົງການສະຫະ ປະຊາຊາດໃນນະຄອນ ນິວຢອກ. ປະທານສະມັດຊາໃຫຍ່ ທ່ານ ໂວລຄານ ບອສເກຍ ໄດ້ຍົກເລີກການປະຊຸມດ້ວຍຕົນເອງໃນວັນອັງຄານວານນີ້ ຫຼັງຈາກພະນັກງານ 5 ຄົນຈາກປະເທດ ໄນເຈີ ປະຈຳອົງການຂອງໂລກດັ່ງກ່າວຖືກກວດເປັນຜົນບວກສຳລັບ COVID-19.

ສະຫະລັດໄດ້ລາຍງານກໍລະນີ COVID-19 ໃໝ່ທີ່ຫຼາຍເປັນສະຖິຕິ 502,828 ກໍລະນີໃນອາທິດທີ່ຜ່ານມາ, ອີງຕາມຂໍ້ມູນທີ່ຖືກເກັບກຳໂດຍສູນກາງແຫຼ່ງຂໍ້ມູນ ໄວຣັສໂຄໂຣນາ ຂອງມະຫາວິທະຍາ ໄລ ຈອນສ໌ ຮັອບກິນສ໌, ເຊິ່ງມີອັດຕາສະເລ່ຍຫຼາຍກວ່າ 70,000 ກໍລະນີໃໝ່. 481,519 ກໍລະນີໃໝ່ທີ່ຖືກບັນທຶກກ່ອນໜ້ານີ້ແມ່ນຫາກໍ່ຖືກບັນທຶກສຳລັບອາທິດທີ່ສຸດລົງໃນວັນທີ 24 ຕຸລາຜ່ານມານີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG