ອົງການອະນາໄມໂລກຫລື WHO ກ່າວວ່າ ມີລາຍງານການບັນທຶກກໍລະນີຄົນ ຕິດພະຍາດໂຄວິດ-19 ລາຍໃໝ່ສູງເປັນຈຳນວນ 2 ລ້ານ 8 ແສນຄົນຢູ່ໃນທົ່ວໂລກໃນໄລຍະ 7 ມື້ ທີ່ສິ້ນສຸດລົງໃນວັນອັງຄານຜ່ານມາ, ລວມທັງ 40,000 ຄົນເສຍຊີວິດຊຸດໃໝ່ນີ້.
ອົງການສາທາລະນະສຸກຂອງສະຫະປະຊາຊາດ ກ່າວວ່າ ຢູໂຣບກວາມເອົາອັດຕາສ່ວນຫຼາຍທີ່ສຸດຂອງກໍລະນີໃໝ່ ທີ່ໄດ້ລາຍງານມາ ເປັນອາທິດທີ 2 ລຽນຕິດກັນ, ເຊິ່ງມີຫຼາຍກ່ວາ 1 ລ້ານ 3 ແສນຄົນ, ເພີ່ມຂຶ້ນ 33 ເປີເຊັນ ເມື່ອທຽບກັບອາທິດກ່ອນ. ຂົງເຂດດັ່ງກ່າວກວາມເອົາເກືອບເຄິ່ງນຶ່ງຂອງກໍລະ ນີຄົນເປັນພະຍາດໂຄວິດ-19 ລາຍໃໝ່ ໃນໄລຍະເວລາເຈັດວັນນັ້ນ.
ຕົວເລກດັ່ງກ່າວຍັງສະແດງໃຫ້ເຫັນວ່າ ຈໍານວນກໍລະນີຄົນເປັນພະຍາດນີ້ກຳລັງເພີ່ມຂຶ້ນຢູ່ໃນທະວີບອາເມຣິກາ, ພາກຕາເວັນອອກຂອງທະເລມາດີແຕເຮນຽນ ແລະອາຟຣິກາ, ໃນຂະນະຍັງສືບຕໍ່ຫຼຸດລົງຢູ່ໃນຂົງເຂດເອເຊຍຕາເວັນອອກສຽງໃຕ້. ພາກພື້ນປາຊີຟິກຕາເວັນຕົກຍັງສະແດງໃຫ້ເຫັນວ່າຈໍານວນກໍລະນີໃໝ່ແລະ ການເສຍຊີວິດຫຼຸດລົງເລັກນ້ອຍຢູ່ໃນໄລຍະ 7 ວັນນັ້ນ.
WHO ກ່າວວ່າ ບັນດາປະເທດທີ່ລາຍງານວ່າມີຈໍານວນກໍລະນີຄົນເປັນພະຍາດ ນີ້ ຫຼາຍທີ່ສຸດໃນອາທິດທີ່ຜ່ານມາ ແມ່ນອິນເດຍ, ສະຫະລັດ, ຝຣັ່ງ, ບຣາຊິລ ແລະອັງກິດ ເຊິ່ງເປັນປະເທດດຽວກັນທີ່ລາຍງານໃນ 3 ອາທິດຜ່ານມາ.
ເຊື້ອໄວຣັສນີ້ ໄດ້ສົ່ງຜົນກະທົບຕໍ່ການປະຕິບັດງານຢູ່ສຳນັກງານໃຫຍ່ຂອງອົງ ການສະຫະປະຊາຊາດ ທີ່ນະຄອນນິວຢອກ. ປະທານສະພາສະມັດຊາໃຫຍ່, ທ່ານ ໂວລແຄນ ໂບສເຄຍ (Volkan Bozkir) ໄດ້ຍົກເລີກການປະຊຸມແບບ ໃຫ້ຄົນໄປປາກົດໂຕໝົດທຸກອັນ ໃນວັນອັງຄານຜ່ານມາ, ຫຼັງຈາກພະນັກງານ 5 ຄົນຢູ່ໃນຫ້ອງການຜູ້ຕາງໜ້າໄນຈີເຣຍປະຈໍາຢູ່ອົງສະຫະປະຊາຊາດໄດ້ກວດພົບ ວ່າ ມີພະຍາດໂຄວິດ-19.
ສະຫະລັດໄດ້ລົງບັນທຶກກໍລະນີຄົນເປັນໂຄວິດ-19 ລາຍໃໝ່ຈໍານວນ 502,828 ຄົນ ໃນອາທິດທີ່ຜ່ານມາ, ອີງຕາມຂໍ້ມູນທີ່ສັງລວມໂດຍສູນຊັບພະຍາກອນກ່ຽວ ກັບໄວຣັສໂຄໂຣນາ ຈອນສ໌ ຮອບຄິນສ໌ (Johns Hopkins) ຊຶ່ງສະເລ່ຍແລ້ວ ແມ່ນຫຼາຍກ່ວາ 70,000 ກໍລະນີໃໝ່ຕໍ່ມື້. ກໍລະນີຄົນເປັນພະຍາດໂຄວິດ-19 ລາຍໃໝ່ 481,519 ຄົນໄດ້ຖືກບັນທຶກໃນອາທິດທີ່ສິ້ນສຸດລົງໃນວັນທີ 24 ຕຸລາຜ່ານມາ.
ເບິ່ງວີດິໂອທີ່ກ່ຽວຂ້ອງກັບລາຍງານນີ້ເປັນພາສາອັງກິດ