ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການອະ​ນາ​ໄມ​ໂລກ ລາຍງານຈໍານວນຜູ້ເສຍຊີວິດຢູ່ໃນທົ່ວໂລກ ເພີ້ມຂຶ້ນຢ່າງໄວວາ 43 ເປີເຊັນ ຂະນະທີ່ຈໍານວນຜູ້ຕິດເຊື້ອ ຫຼຸດລົງ


ເຈົ້າໜ້າທີ່ຮັກສາຄວາມປອດໄພທີ່ໃສ່ຊຸດປ້ອງກັນພະຍາດ ຢືນເບິ່ງແມ່ຍິງທີ່ໃສ່ໜ້າກາກອະນາໄມຄົນນຶ່ງ ກໍາລັງລໍຖ້າຮັບເອົາເຄື່ອງ ຢູ່ທີ່ອາຄານທີ່ຢູ່ອາໄສຂອງປະຊາຊົນ ເຊິ່ງຖືກລັອກດາວເພື່ອຕິດຕາມເບິ່ງສຸຂະພາບ ລຸນຫຼັງທີ່ກວດພົບຜູ້ຕິດເຊື້ອໂຄວິດ-19 ຢູ່ໃນບໍລິເວັນດັ່ງກ່າວ, ນະຄອນຫຼວງປັກກິ່ງ, ວັນທີ 28 ມີນາ 2022.
ເຈົ້າໜ້າທີ່ຮັກສາຄວາມປອດໄພທີ່ໃສ່ຊຸດປ້ອງກັນພະຍາດ ຢືນເບິ່ງແມ່ຍິງທີ່ໃສ່ໜ້າກາກອະນາໄມຄົນນຶ່ງ ກໍາລັງລໍຖ້າຮັບເອົາເຄື່ອງ ຢູ່ທີ່ອາຄານທີ່ຢູ່ອາໄສຂອງປະຊາຊົນ ເຊິ່ງຖືກລັອກດາວເພື່ອຕິດຕາມເບິ່ງສຸຂະພາບ ລຸນຫຼັງທີ່ກວດພົບຜູ້ຕິດເຊື້ອໂຄວິດ-19 ຢູ່ໃນບໍລິເວັນດັ່ງກ່າວ, ນະຄອນຫຼວງປັກກິ່ງ, ວັນທີ 28 ມີນາ 2022.

ອົງການອະນາໄມໂລກ ຫຼື WHO ໄດ້ລາຍງານວ່າ ມີຜູ້ເສຍຊີວິດຈາກພະຍາດໂຄວິດ-19 ເພີ້ມຂຶ້ນ ຢູ່ໃນທົ່ວໂລກ 43 ເປີເຊັນ ໃນອາທິດແລ້ວນີ້, ໃນຂະນະທີ່ຈໍານວນຂອງຜູ້ຕິດເຊື້ອ ຍັງຄົງຫຼຸດລົງຢ່າງຕໍ່ເນື່ອງໃນທົ່ວໂລກ.

ໃນລາຍງານທາງດ້ານລະບາດວິທະຍາປະຈໍາອາທິດ, ອົງການອະນາໄມໂລກກ່າວວ່າ ຈໍານວນຜູ້ເສຍຊີວິດ 45,000 ຄົນຈາກໂຄວິດ-19 ໄດ້ລາຍງານໃນທ້າຍອາທິດຂອງວັນທີ 27 ມີນາ, ເຊິ່ງເພີ້ມຂຶ້ນຈາກ 33,000 ຄົນ ໃນອາທິດກ່ອນໜ້ານັ້ນ. ການເພີ້ມຂຶ້ນດັ່ງກ່າວ ແມ່ນມີຂຶ້ນຫຼັງຈາກນຶ່ງອາທິດ ທີ່ຈໍານວນຂອງການເສຍຊີວິດໄດ້ຫລຸດລົງມາ 23 ເປີເຊັນ.

ທາງໜ່ວຍງານໄດ້ກ່າວວ່າ ການເພີ້ມຂຶ້ນຂອງການເສຍຊີວິດນັ້ນ ມີແນວໂນ້ມ ມາຈາກການປ່ຽນແປງ ການຈໍາກັດຈໍານວນຂອງຜູ້ເສຍຊີວິດຍ້ອນໂຄວິດ-19 ໃນຫຼາຍໆປະເທດທີ່ຢູ່ໃນທະ​ວີບອາເມຣິກາເຊັ່ນ ຊີເລ, ສະຫະລັດ ແລະ ໂດຍລາຍງານການປັບປ່ຽນແກ້ໄຂຄືນຫຼັງຈາກອິນເດຍ ໃນ​ເຂດເອເຊຍຕາເວັນອອກ ສຽງໃຕ້.

ຕົວຢ່າງເຊັ່ນ ປະເທດຊີເລ ມີຈໍານວນຜູ້ເສຍຊີວິດໃໝ່ສູງທີ່ສຸດ ໂດຍມີລາຍງານ 11,858 ຄົນ, ເຊິ່ງເພີ້ມຂຶ້ນຢ່າງໄວວາຈາກ 1,710 ເປີເຊັນ ຈາກອາທິດກ່ອນໜ້ານັ້ນ. ສະຫະລັດພົບວ່າ ໂຕເລກຜູ້ເສຍຊີວິດນັ້ນໜ້ອຍກວ່າ ຊີເລ, ແຕ່ ເພີ້ມຂຶ້ນຢ່າງມີຄວາມໝາຍສໍາຄັນໃນຈໍານວນ 5,367 ຄົນຂອງຜູ້ເສຍຊີວິດໃໝ່, ເຊິ່ງເພີ້ມຂຶ້ນ 8 ເປີເຊັນ.

ໃນຂະນະທີ່ ອິນເດຍ ເຫັນວ່າ ມີຜູ້ເສຍຊີວິດໃໝ່ໃນຈໍານວນ 4,525 ຄົນ ເຊິ່ງມັນເປັນການສະແດງເຖິງການເພີ້ມຂຶ້ນ 619 ເປີເຊັນ. ອົງການອະນາໄມໂລກກ່າວວ່າ ຈໍານວນໂຕເລກຂອງຜູ້ເສຍຊີວິດເຫຼົ່ານັ້ນ ແມ່ນລວມທັງຈໍານວນຜູ້ເສຍຊີວິດຈາກລັດມະ​ຫາຣາສຕຣາ (Maharashtra), ເຊິ່ງໃນເບື້ອງຕົ້ນ ແມ່ນຍັງບໍ່ທັນໄດ້ລວມຈໍານວນຂອງຜູ້ເສຍຊີວິດ ຍ້ອນໂຄວິດ-19 ໃນອາທິດທີ່ຜ່ານມາ.

ໃນຂະນະທີ່ຈໍານວນຂອງຜູ້ປ່ວຍລາຍໃໝ່ຢູ່ໃນທົ່ວໂລກ ໂດຍລວມແລ້ວແມ່ນໄດ້ຫຼຸດລົງ, ແຕ່ສາມປະເທດຢູ່ໃນຢູໂຣບເຊັ່ນ ເຢຍຣະມັນ, ອີຕາລີ ແລະຝຣັ່ງ ນັ້ນພົບວ່າ ຈໍານວນຂອງຜູ້ປ່ວຍລາຍໃໝ່ ເພີ້ມຂຶ້ນຈາກອາທິດໃນກ່ອນໜ້ານັ້ນ. ໃນຂະນະທີ່ ເຢຍຣະມັນ ແລະ ອີຕາລີ ໄດ້ລາຍງານການເພີ້ມຂຶ້ນໃນ 2 ແລະ 6 ເປີເຊັນຕາມລໍາດັບ, ໂດຍທີ່ ຝຣັ່ງ ມີລາຍງານຂອງຜູ້ປ່ວຍລາຍໃໝ່ 845,119 ຄົນ, ເຊິ່ງເພີ້ມຂຶ້ນເຖິງ 45 ເປີເຊັນ.

ອົງການອະນາໄມໂລກ ໄດ້ກ່າວຊໍ້າແລ້ວຊໍ້າອີກວ່າ ການນັບຈໍານວນກໍລະນີຂອງຜູ້ປ່ວຍໂຄວິດ-19 ມີແນວໂນ້ມຕໍ່າກວ່າ ການປະເມີນຜົນ ຂອງການແຜ່ລະບາດພະຍາດໄວຣັສໂຄໂຣນາຢ່າງຫຼວງຫຼາຍ. ທາງໜ່ວຍງານຍັງໄດ້ສະແດງຄວາມກັງວົນກ່ຽວກັບຫຼາຍໆປະເທດ ໃນບໍ່ເທົ່າໃດອາທິດມານີ້ ທີ່ໄດ້ປະກາດແຜນໃນການຫຼຸດໂຄງການກວດສອບທີ່ຄວບຄຸມ ແລະມາດຕະການເຝົ້າຕິດຕາມລະວັງຂອງພວກເຂົາເຈົ້າລົງ. ທາງໜ່ວຍງານກ່າວວ່າ ຖ້າພວກເຂົາເຈົ້າຫາກເຮັດແນວນັ້ນ ຈະເປັນການທໍາລາຍຄວາມພະຍາຍາມ ໃນການຕິດຕາມການແຜ່ລະບາດຂອງໄວຣັສທີ່ຖືກຕ້ອງໄດ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG