ອົງການອະນາໄມໂລກ ຫຼື WHO ໃນວັນພະຫັດວານນີ້ ໄດ້ຮຽກຮ້ອງຕໍ່ປະຊາຄົມໂລກ ໃຫ້ຮັບປະກັນວ່າ ປະຊາກອນຂອງປະເທດຕ່າງໆຢ່າງໜ້ອຍ 70 ເປີ ເຊັນ ໄດ້ຮັບການສັກຢາວັກຊີນ ພາຍໃນເດືອນກໍລະກົດຂອງປີນີ້ ໂດຍກ່າວວ່າ ໂຣກລະບາດນີ້ ຈະບໍ່ສິ້ນສຸດໄດ້ ຈົນກວ່າການສັກຢາຈະເກີດຂຶ້ນ.
ໃນລະຫວ່າງການຖະແຫຼງຂ່າວກ່ຽວກັບໂຄວິດ-19 ຢູ່ທີ່ສຳນັກງານໃຫຍ່ຂອງອົງການໃນນະຄອນເຈນີວາ ຜູ້ອຳນວຍການຂອງ WHO ທ່ານເຕໂດຣສ ອາດາໂນມ ເກເບຣເຢຊຸສ ຍັງໄດ້ຮຽກຮ້ອງຕໍ່ບັນດາປະເທດທີ່ຮັ່ງມີທັງຫຼາຍ ໃຫ້ຮັບປະກັນວ່າ ການຮັກສາປິ່ນປົວທີ່ກ້າວໜ້າແລະການກວດໂຄວິດ-19 ທີ່ເຊື່ອ ຖືໄດ້ ຄວນມີໃຫ້ນຳໃຊ້ ຢູ່ໃນທຸກປະເທດ.
ທ່ານເຕໂດຣສໄດ້ກ່າວວ່າ ໃນຂະນະທີ່ສະຖານະການໄດ້ດີຂຶ້ນໃນທ້າຍປີ 2021 ຫາກແຕ່ຄວາມບໍ່ເທົ່າທຽມ ດ້ານຢາວັກຊີນແລະສຸຂະພາບໂດຍລວມແລ້ວ ເປັນຄວາມລົ້ມແຫຼວທີ່ໃຫຍ່ທີ່ສຸດຂອງປີ. ທ່ານກ່າວອີກວ່າ ໃນຂະນະທີ່ບາງປະເທດມີເຄື່ອງປ້ອງກັນ ການກວດ ແລະຢາວັກຊີນ ຢ່າງພຽງພໍຕະຫຼອດໄລຍະການລະບາດຂອງໄວຣັສຢູ່ນັ້ນ “ຫຼາຍໆປະເທດແມ່ນບໍ່ມີພຽງພໍທີ່ຈະປະຕິບັດໄດ້ ເຖິງຂັ້ນພື້ນຖານ ຫຼືເປົ້າໝາຍໃນຈຳນວນພໍປານກາງ ທີ່ຕ້ອງການ.”
ຫົວໜ້າອົງການ WHO ໄດ້ຖິ້ມໂທດໃສ່ ຢ່າງໜ້ອຍໃນສ່ວນໃດສ່ວນນຶ່ງ ຄວາມບໍ່ເທົ່າທຽມຂອງຢາວັກຊີນ ສຳລັບການສ້າງ “ສະພາບການທີ່ສົມບູນເພື່ອການເກີດຂຶ້ນມາຂອງໄວຣັສສາຍພັນໃໝ່ຕ່າງໆ” ເຊັ່ນແດລຕາ ແລະໂອໄມຄຣອນ ຊຶ່ງທົ່ວໂລກ ໄດ້ນຳໄປສູ່ກໍລະນີຕິດເຊື້ອໃໝ່ເມື່ອອາທິດແລ້ວນີ້ເຖິງ 9 ລ້ານ 5 ແສນຄົນ ອັນເປັນຕົວເລກສູງທີ່ສຸດ ທີ່ໄດ້ລາຍງານກ່ຽວກັບໂຣກລະບາດ ມາເຖິງປັດຈຸບັນນີ້.
ທ່ານເຕໂດຣສ ກ່າວວ່າ ໄວຣັສດັ່ງກ່າວ ທີ່ເຮັດໃຫ້ເປັນໂຄວິດ-19 ຈະສືບຕໍ່ວິ ວັດທະນາການ ແລະເປັນໄພຄຸກຄາມຕໍ່ລະບົບສຸຂະພາບ ຖ້າການຮັບມືໂດຍລວມ ບໍ່ໄດ້ຮັບການປັບປຸງໃຫ້ດີຂຶ້ນ.
ໃນຂະນະດຽວກັນ ລັດຖະບານຂອງອອສເຕຣຍ ໃນວັນພະຫັດວານນີ້ ໄດ້ປະ ກາດມາດຕະການໃໝ່ ທີ່ປະກອບດ້ວຍ ການສັ່ງໃຫ້ໃສ່ໜ້າກາກຢູ່ພາຍນອກ ເພື່ອເຮັດໃຫ້ການແຜ່ລະບາດຂອງໄວຣັສໂຄວິດ-19 ຊ້າລົງ ທີ່ຊຸກຍູ້ໂດຍໄວຣັສສາຍພັນໃໝ່ ໂອໄມຄຣອນ ຢູ່ໃນປະເທດດັ່ງກ່າວ.