ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການອະນາໄມໂລກ ແນະນໍາປະເທດຕ່າງໆ ໃຫ້ຍົກເລີກ ຫຼືຜ່ອນຜັນຂໍ້ຈໍາກັດ ທີ່ກ່ຽວຂ້ອງກັບພະຍາດໂຄວິດ-19


ແຟ້ມຮູບ-ປ້າຍປະກາດ ໄດ້ຂໍໃຫ້ປະຊາຊົນໃສ່ໜ້າກາກ ເພື່ອລະງັບການແຜ່ລະບາດຂອງພະຍາດໄວຣັສໂຄໂຣນາ ເຊິ່ງຕັ້ງຢູ່ສະຖານີລົດໄຟນາໆຊາດແພນຄຣາສ ຢູ່ຖະໜົນລອນດອນ, ໃນນະຄອນຫຼວງລອນດອນ, ເຊິ່ງເປັນສູນກາງ ຢູໂຣສະຕາຣ໌ ສໍາລັບເດີນທາງໄປປະເທດຢູໂຣບຕ່າງໆ. ວັນທີ 17 ທັນວາ 2021.
ແຟ້ມຮູບ-ປ້າຍປະກາດ ໄດ້ຂໍໃຫ້ປະຊາຊົນໃສ່ໜ້າກາກ ເພື່ອລະງັບການແຜ່ລະບາດຂອງພະຍາດໄວຣັສໂຄໂຣນາ ເຊິ່ງຕັ້ງຢູ່ສະຖານີລົດໄຟນາໆຊາດແພນຄຣາສ ຢູ່ຖະໜົນລອນດອນ, ໃນນະຄອນຫຼວງລອນດອນ, ເຊິ່ງເປັນສູນກາງ ຢູໂຣສະຕາຣ໌ ສໍາລັບເດີນທາງໄປປະເທດຢູໂຣບຕ່າງໆ. ວັນທີ 17 ທັນວາ 2021.

ໃນອາທິດນີ້, ອົງການອະນາໄມໂລກ ໄດ້ແນະນໍາໃຫ້ບັນດາປະເທດຕ່າງໆໃນໂລກ ຍົກເລີກ ຫຼືຜ່ອນຜັນຂໍ້ຈໍາກັດຕ່າງໆ ໃນການເດີນທາງທີ່ກ່ຽວຂ້ອງກັບພະ ຍາດໂຄວິດ-19 ຂອງພວກເຂົາເຈົ້າ, ໂດຍກ່າວວ່າ ພວກເຂົາເຈົ້າອາດຈະເພີ້ມຄວາມເຄັ່ງຕຶງທາງເສດຖະກິດອັນເນື່ອງມາຈາກການລະບາດຂອງພະຍາດດັ່ງກ່າວ.

ຄໍາແນະນໍາໃໝ່ນີ້ມີຂຶ້ນໃນມື້ວັນພຸດທີ່ຜ່ານມາ ລຸນຫຼັງການປະຊຸມຄັ້ງຫຼ້າສຸດໂດຍ ຄະນະກໍາມະການດ້ານລະບຽບການສຸກເສີນ ທາງດ້ານສຸຂະພາບລະຫວ່າງປະ ເທດຂອງອົງການອະນາໄມໂລກ ກ່ຽວກັບພະຍາດໂຄວິດ-19.

ລາຍງານກ່າວວ່າ ທຸກໆປະເທດຕ້ອງຍົກເລີກຂໍ້ຫ້າມ ແລະຂໍ້ຈໍາກັດຕ່າງໆຍ້ອນຄະນະກໍາມະການພົບວ່າ “ມັນບໍ່ໄດ້ໃຫ້ຄຸນ​ປະ​ໂຫຍດຫຍັງຕື່ມ ພ້ອມຍັງຄົງເຮັດໃຫ້ເກີດຄວາມເຄັ່ງຕຶງ ຕໍ່ລະບົບເສດຖະກິດ ແລະສັງຄົມທີ່ປະຊາຊົນໄດ້ຮັບ.”

ລາຍງານກ່າວວ່າ ຂໍ້ຈໍາກັດຂອງການເດີນທາງ ບໍ່ສາມາດຈໍາກັດ ການລະບາດຂອງໄວຣັສສາຍພັນໂອໄມຄຣອນ ທີ່ເປັນສາເຫດຂອງໂຄວິດ-19 ລະຫວ່າງປະເທດໄດ້, ໂດຍຄະນະກໍາມະການກ່າວວ່າ ມັນໄດ້ພິສູດໃຫ້ເຫັນເຖິງຄວາມບໍ່​ມີປະສິດທິພາບ ຂອງມາດຕະການດັ່ງກ່າວ ເມື່ອເວລາລ່ວງເລີຍໄປ.

ລາຍງານໄດ້ກ່າວຕໍ່ໄປອີກວ່າ ມາດຕະການດ້ານຄວາມປອດໄພ ໃນການເດີນ ທາງອື່ນໆເຊັ່ນ ການໃສ່ໜ້າກາກ, ການກວດໂຄວິດ, ການແຍກໂຕ ແລະການກັກໂຕ ແລະການສັກຢາວັກຊີນ ຕ້ອງເປັນມາດຕະຖານຂອງການປະເມີນຄວາມສ່ຽງ ເພື່ອຫຼີກລ່ຽງພາລະທາງການເງິນທີ່ຫຼາຍເກີນໄປໃຫ້ແກ່ບັນດານັກທ່ອງທ່ຽວລະຫວ່າງປະເທດນັ້ນ.

ໃນຂະນະດຽວກັນ, ໃນອາທິດນີ້ ອົງການອະນາໄມໂລກໄດ້ແນະນໍາຢາໃໝ່ 2 ຊະ​ນິດ ສໍາລັບປິ່ນ​ປົວໂຄວິດ-19.

ຢາຊະນິດທໍາອິດແມ່ນຢາ ບາຣິຊິທິນິບ (baricitinib), ຢານີ້ ແມ່ນແນະນໍາສໍາລັບຜູ້ປ່ວຍ​ເປັນໂຄວິດ-19 ທີ່ມີອາການຮ້າຍແຮງຫຼືຢູ່ໃນຂັ້ນວິກິດ. ຢາຊະນິດນີ້ ແມ່ນໃຊ້ກິນ ແລະໂດຍປົກກະຕິຈະໃຊ້ປິ່ນປົວໂຣກຂໍ້ອັກເສບ. ອົງການອະນາ ໄມໂລກແນະນໍາວ່າ ໃຫ້ກິນຮ່ວມກັບຢາ ໂຄຣ໌ທິໂຄສະເຕີຣອຍສ໌ (corticosteroids).

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG