ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອົງການອະນາໄມໂລກ ສັນລະເສີນສະເປນ ໃນຜົນສຳເລັດ ຄວບຄຸມໂຄວິດ-19


ພະນັກງານການແພດໃສ່ໜ້າກາກ ເພື່ອປ້ອງກັນການແຜ່ລະບາດໄວຣັສໂຄໂຣນາ ທີ່ເມືອງບາເຊໂລນາ ປະເທດສະເປນ.
ພະນັກງານການແພດໃສ່ໜ້າກາກ ເພື່ອປ້ອງກັນການແຜ່ລະບາດໄວຣັສໂຄໂຣນາ ທີ່ເມືອງບາເຊໂລນາ ປະເທດສະເປນ.

ໂດຍກ່າວວ່າ ສະເປນໄດ້ສະແດງໃຫ້ເຫັນ “ເຖິງຄວາມຕັ້ງໃຈຢ່າງແຂງຂັນ” ທີ່ “ໄດ້ປ່ຽນ
ທິດທາງ” ໃນການລະບາດຂອງໄວຣັສໂຄໂຣນາຢູ່ໃນປະເທດດັ່ງກ່າວ ຫົວໜ້າອົງການ
ອະນາໄມໂລກ ຫຼື WHO ໄດ້ຖະແຫຼງໃນຂະນະທີ່ໃຫ້ກຽດແກ່ ສະເປນຊຶ່ງຄັ້ງນຶ່ງເຄີຍ
ເປັນບ່ອນລະບາດທີ່ຮ້າຍແຮງຂອງ COVID -19 ທີ່ໄດ້ ຕ່າວປີ້ນ “ເສັ້ນທາງຂອງການ
ລະບາດ.”

ຜູ້ອຳນວຍການອົງການອະນາໄມໂລກ ທ່ານເທດຣອສ ອັດດານົມ ເກີເບຣເຢຊຸດ ກ່າວ
ໃນວັນພະຫັດວານນີ້ວ່າ “ສະເປນໄດ້ສະແດງໃຫ້ເຫັນ ດ້ວຍການນໍາ ພາທາງດ້ານການ
ເມືອງ ແລະການເອົາມາດຕະການ ທີ່ສະໜັບສະໜູນໂດຍ ປະຊາຄົມທີ່ເຮັດໃຫ້
COVID-19 ສາມາດຄວບຄຸມໄດ້ ບໍ່ກ່ຽວກັບວ່າຢູ່ໃນຂັ້ນຕອນໃດຂອງການລະບາດ
ຂອງເຊື້ອໄວຣັສຢູ່ໃນປະເທດ. ຈາກສິ່ງທີິ່ພວມ ໄດ້ຮັບການທ້າທາຍຢ່າງໃຫຍ່ຫຼວງນັ້ນ
ສະເປັນໄດ້ຕ່າວປີ້ນເສັ້ນທາງຂອງການ ລະບາດ.”

ໃນຕອນທ້າຍເດືອນມີນາ ແລະຕົ້ນເດືອນເມສາ ສະເປນໄດ້ລາຍງານ ການລະ ບາດໃໝ່
10,000 ກໍລະນີຕໍ່ມື້. ທ່ານເທດຣອສ ໄດ້ກ່າວຊົມເຊີຍ ລັດຖະບານ ແລະປະຊາຊົນສະ
ເປນ ທີ່ປະຕິບັດຕາມກົດລະບຽບຢ່າງເຄັ່ງຄັດ ຮວມທັງອັນທີ່ ອົງການອະນາໄມໂລກກ່າວ
ວ່າ ການສັງເກດການ ການທົດລອງ ການຕິດຕໍ່ ການຕິດຕາມ ການປິ່ນປົວ ແລະແຍກ
ດ່ຽວທີ່ແຂງຂັນ.

ໃນຂະນະທີ່ທ່ານ ສັນລະເສີນຜົນສຳເລັດ ທ່ານເທດຣອສ ຍັງໄດ້ຈົດຈຳສະເປັນ ແລະ
ປະເທດອື່ນໆຢູ່ໃນທົ່ວໂລກທີ່ໄດ້ຮັບເຄາະຮ້າຍຈາກໂຄວິດ-19 ແລະເຕືອນ ວ່າ ໂຄວິດ-
19 ຍັງເປັນໄພຂົ່ມຂູ່ເຖິງແມ່ນວ່າຄວາມຮ້າຍແຮງໄດ້ຫລຸດລົງແລ້ວ.

ໄວຣັສໂຄໂຣນາບໍ່ໄດ້ສະແດງຮ່ອງຮອຍໃຫ້ເຫັນ ວ່າມີການຫລຸດຜ່ອນຢູ່ໃນບຣາຊິລ ບ່ອນ
ທີ່ກະຊວງສາທາລະນະສຸກລາຍງານວ່າ ມີຫຼາຍກວ່າ 2 ລ້ານກໍລະນີ ແລະ 1,000 ກວ່າຄົນ
ເສຍຊີວິດໃນແຕ່ລະມື້.

ບັນດາຜູ້ຊ່ຽວຊານບຣາຊິລຖິ້ມໂທດໃສ່ລັດຖະບານກາງ ກ່ຽວກັບຈຳນວນພວກ ຕິດເຊື້ອ
ແລະເສຍຊີວິດເປັນຈຳນວນສູງ. ດຣ. ອາດຣີອາໂນ ມາສຊູດາອາຈານ ສອນວິຊາຮັກສາ
ສຸຂະພາບ ທີ່ມູນນິທິ Getulio Vargas ຂອງມະຫາວິທະຍາ ໄລຊາວປາວໂລ ກ່າວວ່າ
“ເຖິງຢ່າງໃດກໍດີ ໄວຣັສນີ້ ເປັນການລໍາບາກທີ່ຈະ ຢັບຢັ້ງໄດ້. ແຕ່ໂຕເລກສຳຄັນຂອງ 2
ລ້ານກໍລະນີ ຊຶ່ງໄດ້ຄາດຄະເນຕໍ່າທີ່ສຸດ ສະແດງໃຫ້ເຫັນທີ່ອາດມີຄວາມແຕກຕ່່າງ.” ທ່ານ
ກ່າວຕື່ມວ່າ “ບໍ່ມີຍຸດທະສາດ ແຫ່ງຊາດສຳລັບການກວດ ບໍ່ມີມາດຕະການຈາກຂັ້ນສູງ
ມີການດຳເນີນຄວາມ ພະຍາຍາມໜ້ອຍເກີນໄປທີ່ຈະປັບປຸງພື້ນຖານການປິ່ນປົວ ດັ່ງນັ້ນ
ພວກເຮົາຈຶ່ງ ພົບວ່າເປັນເລື້ອງຮ້າຍແຮງ ກ່ອນທີ່ມັນຈະກາຍເປັນເລື້ອງຮ້າຍແຮງກວ່ານີ້
ໂດຍບໍ່ມີການຕິດຕາມໃດໆ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG