ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກໍລະນີ ຕິດເຊື້ອອີໂບລາ ອາດເພີ້ມຂື້ນເປັນ 5 ພັນຄົນ ຕໍ່ອາທິດ ພາຍໃນທ້າຍປີ


ພະນັກງານຮັກສາສຸຂະພາບ ຂອງ ກຸ່ມນາຍແພດບໍ່ມີພົມແດນ ແກ້ເຄຶ່ອງນຸ່ງປ້ອງກັນອອກ ໃນຂະນະທີ່ເພື່ອນຂອງລາວ ສັງເກດເບິ່ງ.
ພະນັກງານຮັກສາສຸຂະພາບ ຂອງ ກຸ່ມນາຍແພດບໍ່ມີພົມແດນ ແກ້ເຄຶ່ອງນຸ່ງປ້ອງກັນອອກ ໃນຂະນະທີ່ເພື່ອນຂອງລາວ ສັງເກດເບິ່ງ.

ອົງການ​ອະນາ​ໄມ​ໂລກ (WHO) ກ່າວ​ວ່າ ອາດ​ສາມາດ​ມີກໍລະ
ນີ​ຕິດ​ເຊື້ອ​ອີໂບລາ​ໃໝ່ ​ໃນ​ລະຫວ່າງ 5000 ຫາ 10,000 ຄົນ
ໃນແຕ່​ລະອາ​ທິດ ພາຍ​ໃນ ເດືອນ​ທັນວາ.

ຮອງ​ຜູ້​ອຳນວຍ​ການ​ໃຫຍ່ ອົງການ​ອະນາ​ໄມ​ໂລກ ດອກ​ເຕີ
Bruce Aylward ​ ​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ ​ໃນ​ວັນ​ອັງຄານ​ວານ​
ນີ້ວ່າ ຈຳນວນ​ກໍລະນີ​ໃໝ່​ໄດ້ເກີດຂື້ນ ​ປ​ະມານ 1,000 ຄົນ​ຕໍ່​
ອາທິດ ​ໃນ​ລະຍະເດືອນ​ແລ້ວ​ນີ້.

ທ່ານ​ກ່າວ​ວ່າ ອັດຕາ​ການ​ຕິດ​ເຊື້ອ​ປາກົດ​ວ່າ ຊ້າ​ລົງ​ຢູ່​ໃນ​ບາງ​
ເຂດ ແຕ່ກ່າວ​ຕື່ມ​ວ່າ ທ່ານຍັງ​ມີ​ຄວາມ​ເປັນ​ຫ່ວງ ​ກ່ຽວ​ກັບການ​ເພີ້​ມທະວີ​ຂຶ້ນ​ໃນຈຳນວນກໍ
ລະນີ​ຕິດ​ເຊື້ອ​ໃໝ່ ຢູ່​ໃນ​ບັນດານະຄອນຫລວງຂອງ ກີ​ນີ ​ໄລ​ບີ​ເຣຍ ​ແລະ​ຊິ​ແອລາລີ​ອອນ.

​ໄດ້​ມີ​ຄົນ​ຕິດ​ເຊື້ອ​ອີ​ໂບລາ ຫລາຍ​ກວ່າ 8,900 ຄົນ ​ໃນ​ລະຍະ​ການ​ແຜ່​ລະບາດ​ໃນປັດຈຸ​ບັນ
ຊຶ່ງ​ ປະມານ 4,450 ຄົນ ​ໄດ້ເສຍ​ຊີວິດ​ໄປ​ແລ້ວ.

ການຄາດ​ຄະ​ເນ​ໃໝ່​ນີ້ໄດ້ມີ​ຂື້ນ ​ໃນ​ຂະນະ​ທີ່​ຫົວໜ້າໜ່ວຍງານອີ​ໂບລາຂອງ ສະຫະ​ປະຊາ​
ຊາດ ທີ່ອາ​ຟຣິກາ​ຕາ​ເວັນ​ຕົກ ທ່ານ Anthony Barbury ກ່າວ​ວ່າ ທ່ານ​ມີ​ຄວາມ “​ເປັນ
​ຫ່ວງ​ທີ່​ສຸດ” ທີ່​ວ່າ ທຸ​ກສິ່ງ​ທຸກ​ຢ່າງ​ທີ່ໄດ້ເຮັດ​ໄປ​ ​ເພື່ອ​ຕໍ່ສູ້​ກັບ​ການ​ແຜ່​ລະບາດນັ້ນ ຍັງ​ບໍ່​ເປັນ
​ທີ່​ພຽງພໍ ທີ່​ຈະ​ຢຸດ​ຢັ້ງ​ມັນ​ໄວ້​ໄດ້.

ທ່ານໄດ້ກ່າວ​ຕໍ່ ສະພາ​ຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດ ວ່າ ອີ​ໂບລາຕ້ອງຖືກ​ຢຸດ​ຢັ້ງ​ໂດຍ
​ທັນທີ ຖ້າ​ບໍ່​ດັ່ງ​ນັ້ນ ​ໂລກ​ກໍ​ຈະປະ​ເຊີນກັບ​ວິ​ກິດ​ການ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ.

Liberia's JFK Hospital Reopens After Temporary Ebola Exposure
please wait

No media source currently available

0:00 0:01:56 0:00

XS
SM
MD
LG