ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການລະບາດ ຂອງ MERS ໃນເກົາຫລີໃຕ້ ແມ່ນ "​​ໃຫຍ່ ​ແລະ​ ສະ​ລັບ​ຊັບຊ້ອນ"


ເຈົ້າໜ້າທີ່ສາທາລະນະສຸກເກົາຫລີໃຕ້ ສີດຢາໃສ່ໂຮງຮູບເງົາ.
ເຈົ້າໜ້າທີ່ສາທາລະນະສຸກເກົາຫລີໃຕ້ ສີດຢາໃສ່ໂຮງຮູບເງົາ.

​ຊ່ຽວຊານຄະນະນຶ່ງ ຂອງອົງການ​ອະນາ​ໄມ​ໂລກ ກ່າວ​ວ່າ ​ການ​
ແຜ່​ລະບາດ ຂອງພະຍາດລະບົບ​ຫາຍ​ໃຈອັກເສບຮ້າຍແຮງຈາກ
ພາກຕາເວັນອອກກາງ ຫລື MERS​ ຢູ່​ໃນ​ເກົາຫລີ​ໃຕ້ ແມ່ນ
“ໃຫຍ່​ຫຼາຍ ​ແລະ​ສະ​ລັບ​ຊັບຊ້ອນ” ​ແລະ​ຄາດ​ວ່າ ​ອາດຈະ​ມີ​ກໍລະ
ນີ ຜູ້ປ່ວຍ​ເພີ້​ມຂື້ນ.

​ເຖິງ​ຢ່າງ​ໃດ​ກໍ​ດີ ອົງການອະນາໄມໂລກ ​ແລະ​ບັນດາ​ເຈົ້າ​ໜ້າ​ທີ່
​ການ​ແພ​ດເກົາ ຫລີ​ໃຕ້ ກ່າວ​ຕໍ່​ກອງ​ປະຊຸມ​ນັກ​ຂ່າວ​ໃນ​ວັນ​ເສົາ​
ມື້​ນີ້ວ່າ ເຊື້ອ​ໄວຣັສຂອງ​ພະຍາ​ດ MERS ຍັງ​ບໍ່​ທັນ​ໄດ້​ແຜ່​ລາມ​
ອອກ​ໄປ​ຫາ​ປະຊາຊົນ​ທົ່ວ​ໄປເທື່ອ.

ການ ​ແຜ່​ລະບາດ ຢູ່​ໃນ​ເກົາຫລີ​ໃຕ້ ​ໄດ້​ເກີດ​ຂື້ນ​ພຽງ​ແຕ່​ຢູ່ໃນ​ໂຮງໝໍ ລະຫວ່າ​ງ ບັນດາຄົນ
​ເຈັບ​ດ້ວຍ​ກັນ ສະມາຊິກ​ຄອບຄົວ​ທີ່​ໄປ​ຢ້ຽມຢາມ ​ແລະ​ພະນັກ​ງານແພດທີ່​ປິ່ນປົວ​ເຂົາ​ເຈົ້າ.

ນັບ​ແຕ່ກໍລະນີ​ທຳ​ອິດ​ໄດ້​ຖືກ​ລະບຸ ​ໃນ​ວັນ​ທີ 20 ​ເດືອນ​ພຶດສະພາ ມາຮອດເວ ລານີ້ ມີ 138
ຄົນ​ໄດ້​ຮັບການຢືນຢັນວ່າ ຕິດ​ເຊື້ອ​ໄວຣັສນີ້ ​ແລະ 14 ຄົນ​ໄດ້​ເສຍ​ຊີວິດ ຮວມທັງ​ຄົນ​ຂັບ​ລົດ​
ໂຮງໝໍ ​ທີ່​ໄດ້​ນຳ​ສົ່ງ​ຄົນເຈັບ​ຜູ້​ນຶ່ງ.

ຫລາຍ​ພັນ​ຄົນ​ຄິດ​ວ່າ ​ໄດ້​ມີການຕິດຕໍ່ສຳຜັດ ກັບ​ສ່ວນ​ບຸກ​ຄົນ​ທີ່ຕິ​ດພະຍາດດັ່ງກ່າວ ຊຶ່ງ​
ໄດ້​ຖືກ​ກັກ​ບໍລິ​ເວນ ​ແລະໂຮງຮຽນຫລາຍ​ພັນ​ແຫ່ງ​ໄດ້​ຖືກ​ປິດລົງເນື່ອງ​ຈາກ​ການ​ແຜ່​ລະ​
ບາດຂອງພະຍາດ. ​

ກະຊວງ​ສາທາລະນະ​ສຸກ ກ່າວ​ໃນ​ວັນ​ເສົາ​ມື້​ນີ້​ວ່າ ທັງ​ໝົດ 14 ຄົນ ທີ່​ໄດ້​ເສຍ​ຊີວິດ​ຍ້ອນ
​ພະຍາດ MERS ​ໄດ້​ມີ​ບັນຫາ​ດ້ານ​ສຸຂະພາບ​ຢູ່​ກ່ອນແລ້ວ.

ບັນດາ ​ເຈົ້າ​ໜ້າ​ທີ່​ການແພດ ກ່າວ​ວ່າ ມາຮອດວັນ​ສຸກ​ວານ​ນີ້ ມີ 1,249 ຄົນ​ໄດ້​ຖືກ​ປ່ອຍ​ຈາກການກັກບໍລິເວນ ​ຊຶ່ງເຮັດ​ໃຫ້​ມີ​ຄວາມຫວັງ​ວ່າ ການ​ແ​ຜ່ລະບາດ​ຂອງ​ພະຍາດ​ນີ້ໄດ້​
ຊ້າ​ລົງແດ່ແລ້ວ.

Asia MERS
please wait
Embed

No media source currently available

0:00 0:01:00 0:00

XS
SM
MD
LG