ການຄົ້ນພົບອາການຕ້ານທານຢາ artemisinin ຢູ່ຕາມ
ເຂດຊາຍແດນກຳປູເຈຍ-ໄທ ໃນປີ 2008 ນັ້ນ ໄດ້ເປັນ
ເຫດການທີ່ເຕືອນໃຫ້ລະວັງໄພ ທັງນີ້ກໍເນື່ອງຈາກວ່າ ຢາ
ເຫຼົ່ານີ້ແມ່ນການປິ່ນປົວທີ່ມີປະສິດທິຜົນດີທີ່ສຸດ ສໍາລັບໂຣກ
ໄຂ້ມາເລເຣຍຊະນິດ falciparum ຊຶ່ງເປັນຊະນິດທີ່ຮ້າຍ
ແຮງກວ່າໝູ່ທີ່ສຸດ.
ຜູ້ອໍານວຍການໃຫຍ່ຂອງອົງການອະນາໄມ
ໂລກ, ທ່ານນາງ Margaret Chan ກ່າວ
ວ່າຢາ artemisinin ທີ່ໃຊ້ຮ່ວມກັບຢາຕ້ານ
ໄຂ້ມາເລເຣຍອີກຊະນິດນຶ່ງນັ້ນ ເພີ່ມຄວາມ
ເປັນໄປໄດ້ໃນການຂ້າເຊື້ອກາຝາກພະຍາດມາເລເຣຍຫລາຍຂຶ້ນ.
“ປະໂຫຍດຂອງວິທີການປິ່ນປົວເຫຼົ່ານີ້ດຽວນີ້ ກຳ ລັງຕົກຢູ່ພາຍໃຕ້ການຂົ່ມຂູ່...
ຕະຫລອດຫຼາຍສິບປີທີ່ຜ່ານມາ, ພວກ ເຮົາໄດ້ເສຍຢາທີ່ໃຊ້ຕໍ່ສູ້ຕ້ານຢັນກັບພະ
ຍາດນີ້ ອັນແລ້ວອັນເຫລົ່າ ເມື່ອອາການຕ້ານທານຢາກໍ່ຕົວຂຶ້ນ ຫລືພັດທະນາ
ຂຶ້ນມາ, ມີການຕັ້ງໂຕຂຶ້ນມາ, ແລະຫລັງຈາກນັ້ນ ກໍແຜ່ຜາຍໄປຢ່າງໄວໃນ
ລະດັບສາກົນ, ຊຶ່ງໄດ້ເຮັດໃຫ້ຢາພວກນີ້ ໃຊ້ບໍ່ໄດ້ຜົນຫຍັງເລີຍ...ແລະ ມັນກໍບໍ່
ເປັນການເວົ້າໂຍກເກີນຄວາມຈິງດອກ ຖ້າຂ້າພະເຈົ້າຈະເວົ້າວ່າ ຜົນຮ້າຍຂອງ
ອາການຕ້ານທານຢາ artemisinins ທີ່ແຜ່ຜາຍຢ່າງກວ້າງຂວາງຢູ່ນັ້ນ ຈະກາຍ
ເປັນໄພຫາຍຍະນະອັນໃຫຍ່ຫລວງ.”
ອົງການ WHO ໄດ້ໃຫ້ຂໍ້ສັງເກດເຖິງຄວາມຄືບໜ້າຢ່າງໃຫຍ່ຫຼວງ ໃນການຕໍ່ສູ້ຕ້ານ
ກັບໂຣກມາເລເຣຍໃນຊ່ວງສິບປີທີ່ຜ່ານມາ ແລະປະເມີນ ວ່າ ຈໍານວນກໍລະນີຄົນເປັນ
ໄຂ້ມາເລເຣຍໄດ້ຫລຸດລົງຫລາຍກວ່າເຄິ່ງນຶ່ງ ຢູ່ໃນຫລາຍກວ່າ 43 ປະເທດ.
ການວິເຄາະສະພາບການຢູ່ໃນ 34 ປະເທດ
ໃນທະວີບອາຟຣິກາ ເມື່ອໄວໆມານີ້ ພົບວ່າມີ
ຫລາຍກວ່າ 730,000 ຄົນ ໄດ້ຖືກຊ່ວຍຊີ
ວິດໄວ້ ໃນຊ່ວງປີ 2000 ຫາ 2010 ແລະ
ເກືອບຮອດ 3/4 ຂອງຈໍານວນນັ້ນ ແມ່ນໄດ້
ຖືກຊ່ວຍຊີວິດໄວ້ ນັບແຕ່ປີ 2006 ເປັນຕົ້ນ
ມາຊຶ່ງເປັນໄລຍະທີ່ມີການໃຊ້ມຸ້ງຍ້ອມນໍ້າຢາ
ກັນຍຸງ ແລະການໃຊ້ວິທີປິ່ນປົວໂດຍການ
ເອົາຢາ artemisinin ໃຫ້ຄົນປ່ວຍກິນ
ຄວບຄູ່ໄປກັບຢາອື່ນໆ ຢ່າງແຜ່ຫລາຍຂຶ້ນ.
ພວກເຈົ້າໜ້າທີ່ສາທາລະນະສຸກກ່າວວ່າ ຊີວິດ
ຂອງຫຼາຍໆຄົນຈະສູນເສຍໄປ ຖ້າຫາກບໍ່ມີ
ການເອົາບາດກ້າວ ເພື່ອຢຸດການໂຜ່ຕົວຂຶ້ນ
ມາ ຂອງອາການຕ້ານທານຢາ artemisinin
ນັ້ນ.
ຜູ້ປະສານງານໂຄງການໄຂ້ມະເລເຣຍໃນໂລກຂອງອົງການ WHO, ທ່ານ Pascal
Ringwald ບອກກັບ VOA ວ່າ ແຜນປະຕິບັດການ ສໍາລັບນໍາໃຊ້ທົ່ວໂລກ ທີ່ມີຫ້າບາດ
ກ້າວຂອງອົງການອະນາໄມໂລກ ແມ່ນມີເປົ້າໝາຍ ທີ່ຈະເຮັດເຊັ່ນນັ້ນ.
“ສິ່ງທີ່ພວກເຮົາພະຍາຍາມທີ່ຈະເຮັດ ກໍຄືພະຍາຍາມຢຸດການແຜ່ຜາຍ ຂອງອາ
ການຕ້ານຢາ....ໂດຍໃຊ້ວິທີການປິ່ນປົວທີ່ດີກວ່າເກົ່າ, ມີການຄວບຄຸມການແຜ່
ເຊື້ອຂອງໄຂ້ຍຸງ ແລະການສຶກສາອົບຮົມປະຊາຊົນໃຫ້ຫລາຍຊຶ້ນ...ນອກນັ້ນແລ້ວ
ພວກເຮົາຍັງຈະຕ້ອງໄດ້ເພີ່ມການເຝົ້າກວດກາເບິ່ງປະສິດທິຜົນຂອງຢາຕ້ານໄຂ້ມາ
ເລເຣຍນໍາ ຊຶ່ງນີ້ກໍໝາຍຄວາມວ່າ ພວກເຮົາຕ້ອງເບິ່ງວ່າ ຢາຍັງ ມີປະສິດທິຜົນດີ
ຢູ່ບໍ່ ແລະເບິ່ງວ່າ ການຕ້ານທານຢາ artemesinin ບໍ່ໄດ້ໂຜ່ຕົວຂຶ້ນມາໃໝ່ ໃນ
ບ່ອນອື່ນໆ.”
Dr. Ringwald ກ່າວວ່າ ການປັບປຸງວິທີການກວດສຸຂະພາບເພື່ອ ວິນິດໃສພະຍາດກໍເປັນ
ເລື້ອງທີ່ສໍາຄັນ ເພື່ອໃຫ້ແນ່ໃຈວ່າຜູ້ຄົນທີ່ຄວນ ຈະໄດ້ຮັບການປິ່ນປົວໂຣກໄຂ້ມາເລເຣຍນັ້ນ
ບໍ່ໄດ້ຮັບການປິ່ນປົວ ສໍາ ລັບອາການໄຂ້ ທີ່ເກີດມາຈາກສາເຫດອື່ນໆ. ທ່ານເວົ້າອີກວ່າ
ນອກນັ້ນແລ້ວ ກໍຈະຕ້ອງມີການພັດທະນາຢາຕ້ານໂຣກໄຂ້ມາເລເຣຍ ຂຶ້ນ ມາໃໝ່ ເພື່ອນໍາ
ໃຊ້ແທນຢາ artemisinins ໃນທີ່ສຸດ.
ແລະທ້າຍສຸດ, ທ່ານກ່າວວ່າ ຄວາມສໍາເລັດຂອງແຜນປະຕິບັດການໃນທົ່ວໂລກດັ່ງກ່າວນີ້ ແມ່ນຈະຂຶ້ນຢູ່ກັບການໄດ້ຮັບເງິນທຶນທີ່ຈໍາເປັນສໍາລັບຈັດຕັ້ງປະຕິບັດມາດຕະການຕ່າງໆຂອງແຜນການນີ້ ຊຶ່ງຈໍານວນ ເງິນທີ່ຕ້ອງການນັ້ນ ຄາດວ່າ ຈະຕົກເປັນ 175 ລ້ານໂດລາ ຕໍ່ປີ.