ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າ ອົງການອະນາໄມໂລກ ເວົ້າວ່າ ທ່ານ “ມີຄວາມວິຕົກກັງວົນທີ່ສຸດ” ຕໍ່ ການເພີ່ມຂຶ້ນ ຂອງຄົນທີ່ຕິດໄວຣັສໂຄໂຣນາ


ທ່ານ Tedros Adhanom Ghebreyesus, ຫົວໜ້າອົງການອະນາໄມໂລກ ເຂົ້າຮ່ວມກອງປະຊຸມຂອງຄະນະບໍລິຫານອົງການດັ່ງກ່າວໃນເລື້ອງການຮັບມືກັບການລະບາດທີ່ນະຄອນເຈນີວາ, ສະວິດເຊີແລນ, ວັນທີ 5 ຕຸລາ, 2020 (ພາບຖ່າຍໂດຍອົງການຂ່າວ Reuters)
ທ່ານ Tedros Adhanom Ghebreyesus, ຫົວໜ້າອົງການອະນາໄມໂລກ ເຂົ້າຮ່ວມກອງປະຊຸມຂອງຄະນະບໍລິຫານອົງການດັ່ງກ່າວໃນເລື້ອງການຮັບມືກັບການລະບາດທີ່ນະຄອນເຈນີວາ, ສະວິດເຊີແລນ, ວັນທີ 5 ຕຸລາ, 2020 (ພາບຖ່າຍໂດຍອົງການຂ່າວ Reuters)

ຫົວໜ້າອົງການອະນາໄມໂລກ ຫລື WHO ກ່າວວ່າ ອົງການດັ່ງກ່າວ “ມີຄວາມວິຕົກກັງວົນທີ່ສຸດ” ຕໍ່ການເພີ່ມຂຶ້ນຂອງກໍລະນີຄົນທີ່ຕິດໄວຣັສໂຄໂຣນາ, ໂດຍສະເພາະແມ່ນໃນທະວີບຢູໂຣບ ແລະອາເມຣິກາເໜືອ.

ທ່ານເທດຣອສ ອາດານອມ ເກເບຣເຢຊຸສ (Tedros Adhanom Ghebreyesus) ກ່າວຕໍ່ບັນດານັກຂ່າວໃນວັນຈັນວານນີ້ ຢູ່ໃນກອງປະຊຸມລາຍ ງານເປັນປະຈຳ ຢູ່ນະຄອນເຈນີວາວ່າ ການເພີ່ມຂຶ້ນຂອງກໍລະນີດັ່ງກ່າວແມ່ນກຳລັງຊຸກ ໃຫ້ພະນັກງານສາທາລະນະສຸກ ໃຫ້ຕົກໄປສູ່ “ຈຸດທີ່ຈະບໍ່ໄຫວອີກ ແລ້ວ”.

ທ່ານເທດຣອສ (Tedros) ໄດ້ກັບຄືນມາສຳນັກງານໃຫຍ່ຂອງອົງການ WHO ໃນວັນຈັນວານນີ້ເປັນເທື່ອທຳອິດ ນັບຕັ້ງແຕ່ມີການກັກກັນຕົນເອງເປັນເວລາສອງອາທິດເພື່ອເປັນການລະມັດລະວັງໄວ້ ຫລັງຈາກໄດ້ຕິດຕໍ່ພົວພັນກັບຄົນທີ່ກວດພົບວ່າມີພະຍາດໂຄວິດ-19.

ທ່ານເທດຣອສ ຍັງໄດ້ສະແດງຄວາມຍິນດີຕໍ່ “ຂ່າວທີ່ເຮັດໃຫ້ມີກຳລັງໃຈ” ກ່ຽວກັບຢາວັກຊິນປ້ອງກັນພະຍາດໂຄວິດ-19 ແຕ່ກໍໄດ້ເຕືອນວ່າປະຊາຊົນບໍ່ຄວນມີຄວາມດີໃຈຫລາຍຈົນເກີນໄປ ພາຍຫລັງໄດ້ມີການປະກາດ ຂອງບໍລິສັດໂມເດິນ ນາ (Moderna) ທີ່ຕັ້ງຢູ່ສະຫະລັດໃນວັນຈັນວານນີ້.

ບໍລິສັດການຢານີ້ກ່າວວ່າ ຢາວັກຊິນທົດລອງຂອງຕົນມີປະສິດທິຜົນສູງເຖິງ 94.5 ເປີເຊັນ ໃນການຕ້ານການຕິດເຊື້ອ, ອີງຕາມຜົນໄດ້ຮັບເບື້ອງຕົ້ນຈາກການທົດລອງທາງດ້ານຄລີນິກຢູ່ໃນຂັ້ນຕອນທີສາມ ແລະຂັ້ນສຸດທ້າຍຂອງຕົນ.

ທ່ານນາງຊູມີຢາ ສວາມີນາຕານ (Soumya Swaminathan), ຫົວໜ້ານັກວິທະ ຍາສາດຂອງອົງການອະນາໄມໂລກກ່າວໃນວັນຈັນວານນີ້ວ່າ ທ່ານນາງຄາດວ່າຈະມີຢາວັກຊີນປ້ອງກັນພະຍາດໂຄວິດ-19 “ໃນຈໍານວນຈຳກັດຫລາຍ” ໃນ 6 ເດືອນຕົ້ນປີ 2021 ສຳລັບແຜນການແຈກຢາຍຢານີ້ທົ່ວໂລກຂອງອົງ ການດັ່ງກ່າວ.

ຢູ່ໃນການສຶກສາໄລຍະ 3 ຂອງຕົນນັ້ນ, ບໍລິສັດໂມເດິນນາໄດ້ທົດລອງຢາວັກ ຊິນ ທີ່ກໍາລັງພັດທະນາຂອງຕົນກັບຜູ້ອາສາສະໝັກໃຊ້ວັກຊິນຢູ່ 30,000 ຄົນ. ຜູ້ອາສາສະໝັກຈຳນວນນຶງໄດ້ຖືກສັກຢາປອມ ໃນຂະນະທີ່ຄົນອື່ນໄດ້ຮັບວັກຊິນແທ້.

ບໍລິສັດໂມເດິນນາ ກ່າວວ່າໃນການວິໄຈຄັ້ງທຳອິດ, ອາສາສະໝັກ 90 ຄົນໃນ ຈໍານວນທັງໝົດ 95 ຄົນທີ່ໄດ້ຮັບຢາປອມ ແມ່ນໄດ້ຕິດໂຄວິດ-19, ຊຶ່ງເປັນພະ ຍາດທີ່ເກີດຈາກໄວຣັສໂຄໂຣນານັ້ນ. 11 ຄົນໃນພວກອາສາສະຫມັກຕ່າງຫາກ ອີກ ແມ່ນມີກໍລະນີເປັນພະຍາດນີ້ ຢ່າງ “ຮ້າຍແຮງ” ແລະໝົດທຸກຄົນໃນນັ້ນແມ່ນຢູ່ໃນກຸ່ມທີ່ໃຊ້ຢາປອມ.

ທ່ານສເຕັຟຟານ ບານເຊລ (Stéphane Bancel), ຫົວໜ້າຝ່າຍບໍລິຫານຂອງ ບໍລິສັດໂມເດິນນາກ່າວວ່າ "ການວິໄຈຊົ່ວຄາວ ທີ່ເປັນໄປໃນທາງບວກນີ້ ຈາກການສຶກສາຄົ້ນຄວ້າໃນໄລຍະ 3 ຂອງພວກເຮົາໄດ້ໃຫ້ການຮັບຮອງທາງຄລີນິກ ຄັ້ງທຳອິດວ່າ ຢາວັກຊີນຂອງພວກເຮົາ ສາມາດປ້ອງກັນພະຍາດໂຄວິດ-19, ລວມທັງພະຍາດທີ່ຢູ່ໃນຂັ້ນຮ້າຍແຮງໄດ້.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG