ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ WHO ໃຫ້ການອະນຸມັດ ນຳໃຊ້ຢາວັກຊີນ 2 ປະເພດ ຂອງ AstraZeneca ໄດ້ແບບສຸກເສີນ 


ຢາວັກຊີນ AstraZeneca ແມ່ນພ້ອມແລ້ວ ທີ່ຈະຖືກໄປນຳໃຊ້ ຢູ່ທີ່ສູນກາງ Wellcome Centre ໃນເມືອງ ອີລຟອດ ທາງພາກຕາເວັນອອກຂອງນະຄອນຫຼວງລອນດອນ , ວັນທີ 5 ກຸມພາ 2021.
ຢາວັກຊີນ AstraZeneca ແມ່ນພ້ອມແລ້ວ ທີ່ຈະຖືກໄປນຳໃຊ້ ຢູ່ທີ່ສູນກາງ Wellcome Centre ໃນເມືອງ ອີລຟອດ ທາງພາກຕາເວັນອອກຂອງນະຄອນຫຼວງລອນດອນ , ວັນທີ 5 ກຸມພາ 2021.

ອົງການອະນາໄມໂລກ ຫຼື WHO ໄດ້ປະກາດໃນວັນຈັນວານນີ້ວ່າ ຕົນໄດ້ອະນຸມັດຢາວັກຊີນກັນໂຄວິດ-19 ສອງປະເພດ ຂອງ ອາສຕຣາຊີເນກາ-ອັອກຟອດ (AstraZeneca-Oxford) ເພື່ອນຳໃຊ້ແບບສຸກເສີນ ຊຶ່ງເປັນການເຄື່ອນໄຫວທີ່ຈະເສີມຂະຫຍາຍການສະໜອງຢາວັກຊີນໃຫ້ທົ່ວໂລກໃນ ສອງສາມອາທິດຈະມາເຖິງນີ້.

ອົງການ WHO ໄດ້ກ່າວວ່າຢາວັກຊີນດັ່ງກ່າວ ແມ່ນປອດໄພສໍາລັບພວກຄົນອາຍຸ 18 ປີຂຶ້ນໄປ ແລະຈະຖືກແຈກຍາຍໂດຍຜ່ານໂຄງການລິເລີ້ມແບ່ງປັນ ຢາວັກຊີນ ທີ່ເອີ້ນວ່າໂຄແວັກສ໌ (COVAX) ຂອງອົງການ ທີ່ແນເປົ້າໝາຍໃສ່ປະເທດທີ່ມີລາຍໄດ້ປານກາງ ແລະຕ່ຳ.

ຢາວັກຊີນສອງປະເພດທີ່ໄດ້ຮັບການອະນຸມັດໃໝ່ໆ ແມ່ນຜະລິດໂດຍ ອາສ ຕຣາຊີເນກາ-ແອັສເຄໄບໂອ (AstraZeneca-SKBio) ໃນເກົາຫຼີໃຕ້ ແລະ ສະຖາບັນຊີຣຳຂອງອິນເດຍ. ຢາວັກຊີນຂອງອາສຕຣາຊີເນກາ ແມ່ນປະກອບ
ເປັນໂດສສ່ວນໃຫຍ່ ຢູ່ໃນໂຄງການລິເລີ້ມໂຄແວັກສ໌.

ການອະນຸມັດດັ່ງກ່າວຍັງຈະອຳນວຍໃຫ້ບັນດາປະເທດທັງຫຼາຍ ເລັ່ງລັດການອະນຸມັດໃນດ້ານກົດລະບຽບພາຍໃນປະເທດ ເພື່ອທີ່ຈະນຳເຂົ້າ ແລະເອົາໄປສັກໃຫ້ແກ່ປະຊາຊົນ. ອົງການຈັດຕັ້ງດ້ານສາທາລະນະສຸກຂອງໂລກດັ່ງກ່າວໄດ້ໃຊ້ເວລາໜ້ອຍກວ່ານຶ່ງເດືອນໃນການປະເມີນຜົນຂໍ້ມູນກ່ຽວກັບ ຄຸນນະພາບ ຄວາມປອດໄພ ແລະປະສິດທິພາບຂອງຢາກພວກນັ້ນ ແລະໄດ້ໃຫ້ການອະນຸມັດນຳໃຊ້ແບບສຸກເສີນ.

“ບັດນີ້ພວກເຮົາມີໝົດທຸກຊິ້ນສ່ວນພ້ອມແລ້ວ ສໍາລັບການແຈກຍາຍຢາວັກຊີນຢ່າງວ່ອງໄວ. ແຕ່ພວກເຮົາຍັງຕ້ອງການໃຫ້ເພີ້ມການຜະລິດຫຼາຍຂຶ້ນ” ນັ້ນແມ່ນຄຳເວົ້າຂອງຜູ້ອຳນວຍການໃຫຍ່ຂອງອົງການ WHO ທ່ານເທໂດຣສ ອາດານອມ ເກເບຣເຢຊຸສ ທີ່ໄດ້ກ່າວຕໍ່ກອງປະຊຸມຖະແຫລງຂ່າວຈາກນະຄອນເຈນີວາໃນວັນຈັນວານນີ້.

ໃນມື້ດຽວກັນນັ້ນ ອັງກິດໄດ້ເລີ້ມໂຄງການກັກໂຕສຳລັບພວກນັກເດີນທາງ ທີ່ເຂົ້າມາໃນປະເທດ ຈາກ 33 ປະເທດ ຢູ່ໃນ “ບັນຊີແດງ” ທີ່ໄດ້ຖືກລະບຸໃຫ້ເປັນປະເທດສຸມສ່ຽງສູງສຳລັບໂຄວິດ-19 ອັນເປັນສ່ວນນຶ່ງຂອງຄວາມພະຍາ ຍາມຂອງຕົນເພື່ອປ້ອງກັນບໍ່ໃຫ້ໄວຣັສໂຄໂຣນາທີ່ກາຍພັນນັ້ນ ເຂົ້າມາໃນປະ ເທດ.

ພານໃຕ້ໂຄງການດັ່ງກ່າວ ຜູ້ໃດກໍຕາມທີ່ເຂົ້າມາໃນອັງກິດ ແມ່ນຕ້ອງໄດ້ຖືກກັກໂຕເປັນເວລາ 10 ວັນໃນຫ້ອງພັກຢູ່ໂຮງແຮມ. ການເດີນທາງເຂົ້າມາໃນປະ ເທດຈາກບັນດາປະເທດທີ່ບໍ່ໄດ້ຢູ່ໃນບັນຊີແດງນັ້ນ ແມ່ນຕ້ອງໄດ້ກັກໂຕຢູ່ບ້ານເປັນເວລາ 10 ວັນ ແລະກວດຫາພະຍາດໂຄວິດ-19 ສອງຄັ້ງ ຊຶ່ງເປັນພະ ຍາດທີ່ເກີດຈາກໄວຣັສໂຄໂຣນາ.

ນາຍົກລັດຖະມົນຕີອັງກິດ ທ່ານບໍຣິສ ຈອນສັນ ໄດ້ກ່າວໃນວັນຈັນວານນີ້ ວ່າ ທ່ານຢາກຈະວາງແຜນ “ຢ່າງລະມັດລະວັງ ແຕ່ເປັນເສັ້ນທາງທີ່ບໍ່ສາມາດຕ່າວປີ້ນໄດ້ ຈາກການປິດປະເທດ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG