ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຄວາມກ້າວໜ້າ ຂອງການຕ້ານ ມາເລເຣຍ ຕົກຢູ່ໃນຄວາມສ່ຽງ ຍ້ອນຂາດທຶນຊ່ອຍເຫຼືອ


Global Progress Against Malaria at Risk as Funding Stalls
please wait

No media source currently available

0:00 0:02:36 0:00

ອົງການອະນາໄມໂລກ ກ່າວວ່າ ຄວາມກ້າວໜ້າອັນສຳຄັນ ທີ່ໄດ້ຮັບ ໃນໄລຍະສອງ
ສາມທົດສະວັດຜ່ານມາໃນການຕ້ານໄຂ້ຍຸງຫຼືໄຂ້ປ່າມາເລເຣຍພວມຕົກຢູ່ໃນຄວາມ
ສ່ຽງ.

ໃນລາຍງານປະຈຳປີກ່ຽວກັບການຕ້ານໄຂ້ປາມາເລເຣຍຢູ່ໃນທົ່ວໂລກນັ້ນ ອົງການ
ອະນາໄມໂລກ ກ່າວວ່າ ກໍລະນີ ການຕິດເຊື້ອມາເລເຣຍ ແມ່ນກຳລັງເພີ້ມຂຶ້ນ ຢູ່ໃນ
ຫຼາຍໆປະເທດ. ລາຍງານເວົ້າວ່າ ມີຫຼາຍປະເທດພວມກ້າວໄປສູ່ການກຳຈັດໄຂ້ປ່າ
ມາເລເຣຍ ຢ່າງສິ້ນເຊີງ ໃນນັ້ນແມ່ນຮວມທັງມາດາກາສກາ ເຊເນການແລະຊິມບັບ
ເວ.

ແຕ່ລາຍງານທີ່ນຳອອກເຜີຍແຜ່ໃນວັນພຸດມື້ນີ້ ຍັງເຕືອນວ່າ ຢູ່ໃນປະເທດອື່ນໆນັ້ນ ຄວາມກ້າວໜ້າໄດ້ຢຸດຊະງັກລົງ. ກໍລະນີການຕິດເຊື້ອມາເລເຣຍ ໄດ້ເພີ້ມຂຶ້ນຫຼາຍ
ກວ່າ 20 ເປີເຊັນ ແຕ່ປີ 2015 ຫາ 2016​ ຢູ່ໃນ 8 ປະເທດ ໃນທະວີບອາຟຣິກາ
ຮວມທັງ ຣວັນດາ ໄນຈີເຣຍ ແລະ ສາທາລະນະລັດປະຊາທິປະໄຕ ຄອງໂກ.

ໃນເວລາດຽວກັນ ການໃຫ້ທຶນສະໜັບສະໜູນເພື່ອປ້ອງກັນການຕິດເຊື້ອແລະການ
ປິ່ນປົວມາເລເຣຍ ກໍບໍ່ໄດ້ເພີ້ມຂຶ້ນ ຄືມີຍອດສູງສຸດ 2,700 ລ້ານໂດລາບໍ່ຮອດເຄິ່ງນຶ່ງ ຂອງເປົ້າໝາຍທີ່ວາງໄວ້ ສຳລັບປີ 2020.

ແມ່ຍິງຄົນນຶ່ງ ອຸ້ມລູກນ້ອຍ ແລ້ວຖືຖົງໜ່ວຍນຶ່ງ ທີ່ບັນຈຸ ມຸ້ງເຄືອບຢາກັນຍຸງ ໃນລະຫວ່າງ ມາດຕະ ການປ້ອງກັນມາເລເຣຍ ຢູ່ທີ່ ອາຈາ ໃນເຂດຕາເວັນອອກ ເມືອງ ອີຕີ ໂອຊາ ຂອງນະຄອນ ລາໂກສ໌ ຂອງໄນຈີເຣຍ, ວັນທີ 21 ເມສາ 2016.
ແມ່ຍິງຄົນນຶ່ງ ອຸ້ມລູກນ້ອຍ ແລ້ວຖືຖົງໜ່ວຍນຶ່ງ ທີ່ບັນຈຸ ມຸ້ງເຄືອບຢາກັນຍຸງ ໃນລະຫວ່າງ ມາດຕະ ການປ້ອງກັນມາເລເຣຍ ຢູ່ທີ່ ອາຈາ ໃນເຂດຕາເວັນອອກ ເມືອງ ອີຕີ ໂອຊາ ຂອງນະຄອນ ລາໂກສ໌ ຂອງໄນຈີເຣຍ, ວັນທີ 21 ເມສາ 2016.

ສາສະດາຈານເດວິດ ຄອນເວ ຈາກສະຖາບັນສຸຂະພາບແລະຢາປົວພະຍາດເຂດຮ້ອນ
ກ່າວວ່າ “ຈຳນວນເງິນທຶນ ທີ່ນາໆຊາດໃຫ້ນັ້ນ ບໍ່ໄດ້ເພີ້ມຂຶ້ນ ບາງທີມັນອາດ ຈະເຖິງ ລະດັບສູງສຸດ ໃນຄວາມເປັນຈິງ ໃນເວລານີ້. ແລະມັນກໍມັກຈະມີການຄາດຄະເນກັນ
ໄວ້ ຄວາມຈິງແລ້ວ ມັນເປັນສິ່ງສຳຄັນທີ່ປະເທດຕ່າງໆ ຄວນຕັ້ງກອງທຶນຄວບຄຸມມາ
ເລເຣຍຂອງຕົນເອງ. ແລະຂ້າພະເຈົ້າຄິດວ່າໂອກາດທີ່ໃຫຍ່ທີ່ສຸດ ໃນເວລານີ້ ກໍຄືປະ ເທດຕ່າງໆ ຄວນທີ່ຈະເອົາມາດຕະການເພີ້ມຂຶ້ນ ແລະຮັບຮູ້ວ່າ ນີ້ເປັນຄຸນຄ່າທີ່ດີ.”

ໂດຍທົ່ວໄປແລ້ວ ອາຟຣິກາຍັງສືບຕໍ່ເປັນເຂດທີ່ໄດ້ຮັບຜົນກະທົບໜັກທີ່ສຸດຈາກມາເລ
ເຣຍ ຄືມີຜູ້ເສຍຊີວິດ 401,000 ຄົນ ໃນປີ 2016​ ຫລຸດລົງໜ້ອຍນຶ່ງ ຈາກປີທີ່ຜ່ານມາ.

ນອກເໜືອໄປຈາກ ການປັບປຸງວິທີການປ້ອງກັນມາເລເຣຍ ທີ່ໃຊ້ກັນຢູ່ໃນປັດຈຸບັນນີ້
ແລ້ວ ອົງການອະນາໄມໂລກ ຍັງໄດ້ຮຽກຮ້ອງ ໃຫ້ມີການລົງທຶນຢ່າງຮີບດ່ວນ ກ່ຽວກັບ
ເຄື່ອງມືຊະນິດໃໝ່ຕ່າງໆ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG