ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງ​ການ​ອະ​ນາ​ໄມ​ໂລກ​ ກ່າວ​ວ່າ ລະ​ບົບ​ສາ​ທາ​ລະ​ນະ​ສຸກ​ຂອງ​ເຂດ ກາ​ຊາ ຕົກ​ຢູ່​ໃນ​ສະ​ພາບ​ທີ່​ອັນ​ຕະ​ລາຍ


ປະ​ຊາ​ຊົນ​ພັກ​ຜ່ອນ​ຢູ່​ຂ້າງ​ຕຶກ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ ໃນ​ຂະ​ນະ​ທີ່​ຊາວ ປາ​ແລັ​ສ​ໄຕ​ນ໌ ເດີນ​ທາງ​ຮອດ​ເມືອງ ຣາ​ຟາ ລັງ​ຈາກ​ຖືກ​ອົບ​ພະ​ຍົບ​ອອກ​ຈາກ​ໂຮງ​ໝໍ ນາ​ສ​ເຊີ ໃນ​ເມືອງ ຄານ ຢູ​ນິ​ສ ຍ້ອນ​ການ​ໂຈມ​ຕີ​ກຸ່ມ ຮາ​ມາ​ສ ໃນ​ພາກ​ພື້ນ​ດິນ​ຂອງ ອິ​ສ​ຣາ​ແອ​ລ, ພາກ​ໃຕ້​ເຂດ ກາ​ຊາ, 15 ກຸມ​ພາ 2024.
ປະ​ຊາ​ຊົນ​ພັກ​ຜ່ອນ​ຢູ່​ຂ້າງ​ຕຶກ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ ໃນ​ຂະ​ນະ​ທີ່​ຊາວ ປາ​ແລັ​ສ​ໄຕ​ນ໌ ເດີນ​ທາງ​ຮອດ​ເມືອງ ຣາ​ຟາ ລັງ​ຈາກ​ຖືກ​ອົບ​ພະ​ຍົບ​ອອກ​ຈາກ​ໂຮງ​ໝໍ ນາ​ສ​ເຊີ ໃນ​ເມືອງ ຄານ ຢູ​ນິ​ສ ຍ້ອນ​ການ​ໂຈມ​ຕີ​ກຸ່ມ ຮາ​ມາ​ສ ໃນ​ພາກ​ພື້ນ​ດິນ​ຂອງ ອິ​ສ​ຣາ​ແອ​ລ, ພາກ​ໃຕ້​ເຂດ ກາ​ຊາ, 15 ກຸມ​ພາ 2024.

ອົງ​ການ​ອະ​ນາ​ໄມ​ໂລກ​ເຕືອນ​ວ່າ ລະ​ບົບ​ສາ​ທາ​ລະ​ນະ​ສຸກ​ຂອງ​ເຂດ ກາ​ຊາ ແມ່ນ​ຕົກ​ຢູ່​ໃນ​ສະ​ຖາ​ນະ​ການ​ທີ່​ອັນ​ຕະ​ລາຍ ໃນ​ຂະ​ນະ​ທີ່​ສະ​ຖານ​ທີ່ ການ​ປິ່ນ​ປົວ​ສຸ​ຂະ​ພາບ​ຕ່າງໆ​ໃນ​ທົ່ວ​ດິນ​ແດນ ປາ​ແລັ​ສ​ໄຕ​ນ໌ ທີ່​ຖືກ​ປິດ​ລ້ອມ​ດັ້ງ​ກ່າວ​ຢຸດ​ເຮັດ​ວຽກ, ຖືກ​ຫ້າມ​ເຂົ້າ​ຫາຫຼາຍ​ຂຶ້ນ, ວັດ​ສະ​ດຸ​ການ​ແພດຫຼຸດ​ໜ້ອຍ​ລົງ ແລະ ​ການ​ຕັດ​ໃນ​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ທີ່​ສຳ​ຄັນ​ອື່ນໆ​ສຳ​ລັບ​ຄົນ​ໄຂ້​ໄດ້​ເພີ່ມ​ຂຶ້ນ.

ໂຮງ​ໝໍ ນາ​ສ​ເຊີ ຂອງ​ເຂດ ກາ​ຊາ ໃນ​ເມືອງ ຄານ ຢູ​ນິ​ສ, ບ່​ອນ​ທີ່​ການ​ປະ​ຕິ​ບັດ​ການ​ທາງ​ທະ​ຫານ​ຂອງ ອິ​ສ​ຣາ​ແອ​ລ ກຳ​ລັງ​ດຳ​ເນີນ​ຢູ່​ນັ້ນ, ແມ່ນ​ນຶ່ງ​ໃນ​ສະ​ຖານ​ທີ່ໆ​ມີ​ການ​ເສຍ​ຊີ​ວິດ ແລະ ບາດ​ເຈັບ​ຄັ້ງຫຼ້າ​ສຸດ. ອົງ​ການ​ອະ​ນາ​ໄມ​ໂລກ, ພ້ອມ​ກັບ​ຫ້ອງ​ການ​ປະ​ສານ​ງານ​ບັນ​ຫາ​ມະ​ນຸດ​ສະ​ທຳ​ຂອງ​ອົງ​ການ ສະ​ຫະ​ປະ​ຊາ​ຊ​າດ (OCHA), ແລະ ສະ​ມາ​ຄົມ​ວົງ​ເດືອນ​ແດງ ປາ​ແລັ​ສ​ໄຕ​ນ໌, ເມື່ອບໍ່​ດົນ​ມານີ້​ໄດ້​ດຳ​ເນີນ​ພາ​ລະ​ກິດ​ທີ່​ມີ​ຄວາມ​ສ່ຽງ​ສູງ​ຢູ່​ສະ​ຖານ​ທີ່​ການ​ແພດ​ດັ່ງ​ກ່າວ ເພື່ອ​ນຳ​ເອົາ​ນ້ຳ​ມັນ​ເຊື້ອ​ໄຟ ແລະ ສຳ​ພາ​ລະ​ທີ່​ສຳ​ຄັນ​ອື່ນໆເຂົ້າ​ໄປ ແລະ ອົບ​ພະ​ຍົບ​ຄົນ​ໄຂ້​ທີ່​ຢູ່​ໃນ​ອັນ​ຕະ​ລາຍ​ອອກ​ມາ​ຈາກ​ສະ​ຖານ​ທີ່​ນັ້ນ.

ໂຄ​ສົກ​ອົງ​ການ​ອະ​ນາ​ໄມ​ໂລກ ທ່ານ ຕາ​ຣິກ ຈາ​ຊາ​ເຣ​ວິກ ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ “ການ​ຂົນ​ສົ່ງ​ຄົນ​ໄຂ້​ແມ່ນ​ຖື​ກ​ຮຽກ​ຮ້ອງ​ໂດຍ​ພະ​ນັກ​ງານ​ໂຮງ​ໝໍ ຫຼັງ​ຈາກ​ສະ​ຖານ​ທີ່​ດັ່ງ​ກ່າວ​ບໍ່​ສາ​ມາດ​ທີ່​ຈະ​ເຮັດ​ວຽກ​ໄດ້ ລຸນຫຼັງ​ການ​ບຸກກວດ​ຄົ້ນ​ໂດຍ​ທະ​ຫານ​ໃນ​ວັນ​ທີ 14 ກຸ​ມ​ພາ, ຫຼັງ​ຈາ​ກ​ການ​ປິດ​ລ້ອມ​ເປັນ​ອາ​ທິດ.”

ທ່ານ​ໄດ້​ກ່າວ​ວ່າ “ຄົນ​ໄຂ້​ທີ່​ອ່ອນ​ແອ​ ແລະ ຊຸດ​ໂຊມ​ແມ່ນ​ຖືກ​ຂົນ​ສົ່ງ​ອອກ​ຈາກ​ຄວາມ​ຂັດ​ແຍ້ງ​ທີ່​ດຳ​ເນີນ​ຢູ່​ໃກ້​ກັບ​ຂະ​ບວນ​ລົດ​ຊ່ວຍ​ເຫຼືອ. ສະ​ພາບ​ຖະ​ໜົນ​ໄດ້​ຂັດ​ຂວາ​ງ​ລົດ​ໂຮງ​ໝໍ​ທີ່​ເຄື່ອນ​ໄຫວ​ຢ່າງວ່ອງ​ໄວ, ເຮັດ​ໃຫ້​ສຸ​ຂະ​ພາບ​ຂອງ​ຄົນ​ໄຂ້​ມີ​ຄວາມ​ສ່ຽງ​ຂຶ້ນ​ຕື່ມ.”

ທ່ານ ຣິກ ພີ​ເພີ​ຄອນ, ທູດ​ພິ​ເສດ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ ສຳ​ລັບ​ດິນ​ແດນ ປາ​ແລັ​ສ​ໄຕ​ນ໌ ທີ່​ຖືກ​ຍຶດ​ຄອງ, ຜູ້​ທີ່​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ທີມ​ການ​ແພດ​ນັ້ນ, ກ່າວ​ວ່າ​ພາ​ລະ​ກິດ​ສາມ​ວັນ​ນັ້ນ​ ແມ່ນບໍ່​ປະ​ສົບ​ຄວາມ​ສຳ​ເລັດ​ໃນ​ທຸກ​ດ້ານ​ຍ້ອນ​ເຈົ້າ​ໜ້າ​ທີ່​ທະ​ຫານ​ຢູ່​ອ້ອມ​ບໍ​ລິ​ເວນ​ຕຶກ.

ໃນ​ການ​ສຳ​ພາດ​ທາງ​ໂທ​ລະ​ສັບ​ຈາກ​ນະ​ຄອນຫຼວງ ໄຄ​ໂຣ ເມື່ອ​ວັນ​ຈັນ​ທີ່​ຜ່ານ​ມາ, ທ່ານ ພີ​ເພີ​ຄອນ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ ​ທີມ​ຂອງ​ທ່ານ ໄດ້​ຂໍ​ການ​ເຂົ້າ​ຫາ​ໂຮງ​ໝໍ​ດັ່ງ​ກ່າ​ວຫຼາຍ​ຄັ້ງ ​ເພື່ອ​ລົມ​ກັບ​ພະ​ນັກ​ງານ, “ທຳ​ການ​ປະ​ເມີນ​ດ້ານ​ການ​ແພດ​ທີ່​ໄວ, ວາງ​ແຜນ​ການ​ອົບ​ພະ​ຍົບ​ດ້ານ​ການ​ແພດ ແລະ ນຳ​ສົ່ງ​ຄົນ​ໄຂ້​ອອ​ກ​ມາ​ເວ​ລາ​ທີ່​ຕ້ອງ​ການ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG