ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອົງການ WHO ບໍ່ພົບເຫັນຫຼັກຖານ ທີ່ວ່າ ການແຜ່ລະບາດ ຂອງໂຄວິດ-19 ໃນເມືອງວູຫານ ເກີດຂຶ້ນກ່ອນ ເດືອນທັນວາ 2019


ທ່ານນາງ ເທຍ ຟິສເຊີຣ ຂອງທີມງານອົງການອະນາໄມໂລກ ຫຼື WHO ກ່າວຕໍ່ບັນດານັກຂ່າວ ຢູ່ດ້ານນອກ ກອງປະຊຸມຮ່ວມ ການສຶກສາຄົ້ນຄວ້າຂອງ WHO ແລະ ຈີນ ທີ່ໄດ້ຈັດຂຶ້ນໃນຕອນທ້າຍ ພາລະກິດຂອງ WHO ໃນເມືອງວູຫານ ຂອງຈີນ, ວັນທີ 9 ກຸມພາ 2021.
ທ່ານນາງ ເທຍ ຟິສເຊີຣ ຂອງທີມງານອົງການອະນາໄມໂລກ ຫຼື WHO ກ່າວຕໍ່ບັນດານັກຂ່າວ ຢູ່ດ້ານນອກ ກອງປະຊຸມຮ່ວມ ການສຶກສາຄົ້ນຄວ້າຂອງ WHO ແລະ ຈີນ ທີ່ໄດ້ຈັດຂຶ້ນໃນຕອນທ້າຍ ພາລະກິດຂອງ WHO ໃນເມືອງວູຫານ ຂອງຈີນ, ວັນທີ 9 ກຸມພາ 2021.

ຜູ້ນຳຂອງກຸ່ມນັກຊ່ຽວຊານສາກົນ ທີ່ກຳລັງສືບສວນຕົ້ນກຳເນີດຂອງໄວຣັສໂຄວິດ-19 ໃນຈີນ ກ່າວວ່າ ພວກເພິ່ນໄດ້ພົບເຫັນວ່າ ບໍ່ມີຫຼັກຖານ ການແຜ່ລະບາດຂະໜາດໃຫຍ່ຂອງພະຍາດດັ່ງກ່າວ ກ່ອນໜ້າການຄົ້ນພົບເຫັນພະຍາດນີ້ໃນເດືອນທັນວາ 2019 ຢູ່ໃນເມືອງວູຫານຂອງຈີນ.

ທ່ານປີເຕີ ເບັນ ເອັມບາເຣັກ ນັກຊ່ຽວຊານດ້ານໂຣກພະຍາດໄວຣັສປະຈຳອົງ ການອະນາໄມໂລກ ໄດ້ກ່າວໃນວັນອັງຄານວານນີ້ ຢູ່ໃນເມືອງວູຫານ ວ່າ ຜົນການຄົ້ນຄວ້າຂອງທີມງານທ່ານ ບົ່ງຊີ້ບອກວ່າ ໂຄວິດ-19 ບາງທີອາດເກີດມາຈາກພວກເຈຍກໍເປັນໄດ້ ແຕ່ທ່ານກ່າວວ່າ ມັນບໍ່ໜ້າເປັນໄປໄດ້ວ່າ ພວກເຈຍນັ້ນ ແມ່ນຢູ່ໃນເມືອງວູຫານ.

ທີມງານນີ້ ໄດ້ໄປຢ້ຽມຢາມຕະຫຼາດອາຫານທະເລຫົວໜານຂອງເມືອງ ຊຶ່ງໃນເບື້ອງຕົ້ນເປັນທີ່ເຊື່ອກັນວ່າ ເປັນຈຸດສູນກາງຂອງການແຜ່ລະບາດ ພ້ອມດ້ວຍສະຖາບັນໄວຣັສວິທະຍາຂອງວູຫານ ແລະສະຖານທີ່ຫ້ອງວິໄຈທັງຫຼາຍຂອງລັດຖະບານ ລວມທັງ ສູນກາງຄວບຄຸມພະຍາດຂອງວູຫານນຳດ້ວຍ.

ທ່ານເອັມບາເຣັກ ໄດ້ກ່າວຢູ່ທີ່ກອງປະຊຸມຖະແຫລງຂ່າວ ກ່ຽວກັບທິດສະດີທີ່ວ່າ ໄວຣັສຮົ່ວໄຫລອອກມາຈາກຫ້ອງວິໄຈ ແມ່ນບໍ່ໜ້າເປັນໄປໄດ້ເລີຍ ແລະວ່າ ທີມງານຂອງທ່ານ ຈະບໍ່ສືບສວນມັນອີກຕໍ່ໄປ.

ທ່ານເອັມບາເຣັກ ໄດ້ກ່າວອີກວ່າ ເປັນໄປໄດ້ສູງທີ່ສຸດວ່າ ເສັ້ນທາງຂອງໄວຣັສນັ້ນ ແມ່ນຂ້າມມາຈາກສັດສາຍພັນໂຕກາງເຂົ້າສູ່ມະນຸດ ຊຶ່ງທ່ານໄດ້ເວົ້າວ່າ “ອາດມີຄວາມສະຫລັບຊັບຊ້ອນຫຼາຍ.” ທ່ານຍັງໄດ້ກ່າວຕື່ມວ່າ ແນວຄິດທີ່ວ່າ ໂຄວິດ-19 ສາມາດຕິດແປດໂດຍຜ່ານສິນຄ້າທີ່ແຊ່ເຢັນນັ້ນ ແມ່ນອາດເປັນໄປໄດ້.

ທ່ານໝໍ ລຽງ ວານນຽນ ນັກຊ່ຽວຊານຢູ່ທີ່ຄະນະກຳມາທິການສາທາລະນະສຸກຂອງຈີນ ໄດ້ກ່າວຕໍ່ບັນດານັກຂ່າວ ຢູ່ທີ່ກອງປະຊຸມແຈ້ງການວ່າ ໄວຣັສໂຄໂຣນາສາຍພັນໃໝ່ ອາດໄດ້ຕິດແປດຢູ່ໃນພາກພື້ນອື່ນໆກ່ອນທີ່ມັນຈະໄດ້ຖືກລະບຸຢ່າງເປັນທາງການ ຢູ່ໃນເມືອງວູຫານ ກໍເປັນໄດ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG