ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອົງການ ອະນາໄມໂລກ ຢ້ານວ່າ ອາດມີຜູ້ຕິດ ເຊື້ອອີໂບລາ ຮອດ 2 ໝື່ນຄົນແລ້ວ (ສະໄລດ໌/ວີດີໂອ)


 ທ່ານ Bruce Aylward ຜູ້ຊ່ອຍຜູ້ອຳນວຍການອົງການ ອະນາໄມໂລກ ສະແດງເອກະສານທີ່ຊື່ວ່າ " ແຜນຕອບ
ໂຕ້ເຊື້ອອີໂບລາ"
ທີ່ສຳນັກງານໃຫຍ່ ອົງການອະນາໄມໂລກທີ່ນະຄອນ ເຈນີວາ , ວັນທີ 28 ສິງຫາ, 2014.
ທ່ານ Bruce Aylward ຜູ້ຊ່ອຍຜູ້ອຳນວຍການອົງການ ອະນາໄມໂລກ ສະແດງເອກະສານທີ່ຊື່ວ່າ " ແຜນຕອບ ໂຕ້ເຊື້ອອີໂບລາ" ທີ່ສຳນັກງານໃຫຍ່ ອົງການອະນາໄມໂລກທີ່ນະຄອນ ເຈນີວາ , ວັນທີ 28 ສິງຫາ, 2014.

ອົງການ​ອະນາ​ໄມ​ໂລກຫລື WHO ກ່າວ​ວ່າ ​ເຊື້ອ​ອີໂບລາອາດ
​ສາມາດ​ຕິດ​ແປດ​ຜູ້​ຄົນ​ ໄດ້​ຮອດ 2 ໝື່ນ​ຄົນ ​ໃນ​ທົ່ວ​ຂົງ​ເຂດ​ອາ​
ຟຣິກາ​ຕາ​ເວັນ​ຕົກ ກວ່າ​ການລະບາດ​ຂອງ​ມັນ​ ຈະ​ຍຸດຕິ​ລົງ.

ອົງກອນ​ດັ່ງກ່າວ​ ຂອງ​ສະຫະ​ປະຊາ​ຊາດ ​ໄດ້​ໃຫ້ການ​ຊັ່ງ​ຊາ
ຕີ​ລາຄາຂອງ​ຕົນ​ໃນ​ວັນ​ພະຫັດ​ມື້​ນີ້​ໃນ​ຂະນະ​ທີ່​ລົງມື​ທຳ​ການ
​ປຸກລະດົມ ມູນ​ຄ່າ 490 ລ້ານ​ດອລລ່າ ​ເພື່ອ​ຕໍ່ສູ້​ກັບ​ໂລກລະ
ບາດ​ຂອງ​ອີ​ໂບລາ ທີ່ WHO ກ່າວ​ວ່າ ​ໄດ້​ເອົາ​ຊີວິດ​ຄົນໄປ​
ຢ່າງ​ນ້ອຍ 1.550 ຄົນ​ແລ້ວ​ນັ້ນ.

ອົງການ​ອະນາ​ໄມ​ໂລກ​ກ່າວ​ອີກ​ວ່າ ຈຳນວນ​ຄົນ​ຕິດ​ເຊື້ອ​ອີ​ໂບ
ລາ​ທີ່​ມີ​ລາຍງານ​ໃຫ້​ຊາບ​ນັ້ນ ​ແມ່ນ​ກາຍ 3 ພັນ​ຄົນ​ແລ້ວ ​ແຕ່​ກໍ​ກ່າວ​ຕື່ມ​ວ່າ ຈຳນວນໂຕ​
ຈິງ ອາດ​ສາມາດມີ​ຫລາຍ​ກ່ວາ​ນັ້ນ 2 ຫາ 4 ​ເທົ່າ​ກໍ​ໄດ້.

WHO ກ່າວອີກ​ວ່າ ການ​ຕິດພະຍາດ​ນີ້​ສ່ວນ​ຫລາຍ​ແມ່ນ​ຢູ່​ໃນປະ​ເທດໄລບີ​ເຣຍ Sierra Leone ​ແລະ​ກີ​ນີ ​ແລະ​ວ່າ ການລະບາດ​ແມ່ນ​ຍັງ​ສືບ​ຕໍ່​ທະວີ​ສູງຂຶ້ນ ​ແຕ່​ວ່າ​ພວກ​ກໍລະນີ​
ໃໝ່​ສ່ວນ​ຫລາຍ ​ແມ່ນ​ລວມກັນຢູ່​ໃນ​ເຂດ​ທ້ອງ​ຖິ່ນ​ບໍ່​ເທົ່າ​ໃດ​ແຫ່ງ.

ກ່ອນ​ໜ້າ​ນັ້ນ ກະຊວງ​ສາທາລະນະ​ສຸກ​ໄນ​ຈີ​ເຣຍ ​ແຈ້ງ​ໃຫ້​ຊາບ​ວ່າ ມີ​ຄົນ​ຕິດ​ເຊື້ອ​ໄວຣັສ
ອີ​ໂບລາ ຕື່ມ​ອີກ 2 ຄົນ ​ເຮັດ​ໃຫ້​ຈຳນວນຜູ້ຕິດເຊື້ອທັງໝົດ ເພີ້​ມຂຶ້ນເປັນ​ 15 ຄົນໃນ​ປະ​ເທດດັ່ງກ່າວ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ຊາຍ​ຄົນ​ນຶ່ງ​ທີ່​ເຮັດ​ວຽກ​ໃຫ້ປະຊາ​ຄົມ​ເສດຖະ
ກິດ​ຂອງ​ພວກ​ປະ​ເທດ​ອາ​ຟຣິກາ​ຕາ​ເວັນ​ຕົກ ​ໄດ້​ຫາຍດີຈາກ​ການ​ຕິດ​ເຊື້ອ​ອີ​ໂບລາ ​ໂດຍ​ບໍ່​ໄດ້​ຮັບ​ການ​ປິ່ນປົວ​ໃດໆ ​ແຕ່​ວ່າ ທ່ານໝໍ​ຂອງ​ລາວ​ໄດ້​ເສຍ​ຊີວິດ​ໄປໃນ​ສັບປະດາ​ແລ້ວ​ນີ້ ຍ້ອນຕິດ​ເຊື້ອ​ໄວຣັສດັ່ງກ່າວ.

ປັດຈຸບັນ​ນີ້ ມີ 6 ຄົນ​ແລ້ວ ​ເສຍ​ຊີວິດ​ໄປ​ຍ້ອນ​ເຊື້ອ​ໄວຣັສອີ​ໂບລາຢູ່​ໄນ​ຈີ​ເຣຍ ​ໃນ​ລະຫວ່າງ​ການລະບາດຄັ້ງ​ຫຼ້າ​ສຸດ​ນີ້.

ອົງການ​ອະນາ​ໄມ​ໂລກ ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ເຊັ່ນ​ກັນ​ວ່າ ມີ 80 ຄົນ​ກຳລັງ​ຖືກ​ຕິດຕາມ​
ເບິ່ງ​ຢ່າງ​ໃກ້ຊິດ​ ກ່ຽວກັບການຕິດ​ເຊື້ອ​ໄວຣັສອີ​ໂບລາ​ ໃນ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ຄອງ​ໂກ ​ໃນ​ການລະບາດ​ ທີ່​ບໍ່ໄດ້​ແຜ່​ລາມ​ມາ​ຈາກ​ອາ​ຟຣິກາ​ຕາ​ເວັນ​ຕົກ​.

​ໃນ​ຂະນະ​ດຽວ​ກັນ​ອົງການ​ພັດທະນາ​ລະຫວ່າງຊາດ​ສະຫະລັດຫລືຢູເສດ ​ໃຫ້​ເງິນ​ຊ່ອຍ
​ເຫຼືອ​ເພີ້​ມອີກ 5 ລ້ານ​ດອລ​ລ່າ ​ເພື່ອ​ຮັບມືກັບການລະບາດຂອງເຊື້ອ​ໄວຣັສອີ​ໂບລາ ​ໃນ​
ອາ​ຟຣິກາ​ຕາ​ເວັນ​ຕົກ.

​ເງິນ​ກ້ອນ​ໃໝ່​ນີ້ ຈະ​ຖືກ​ນຳ​ໃຊ້​ສຳລັບ​ເຄືອງ​ອຸບປະກອນ​ການແພດ ການ​ເຝິກ​ແອບ​ພວກ​ພະນັກງານ​ສາທາລະນະສຸກ ແລະ​ໃຫ້ການ​ສະໜັບສະ ໜຸນ​ ໃນ​ການ​ປຸກລະດົມ​ໃຫ້​ປະ
ຊາຊົນຕື່ນຕົວ.

ປັດຈຸບັນ​ນີ້ ອົງການ USAID ​ໄດ້​ໃຫ້ການ​ຊ່ອຍ​ເຫຼືອ​ ເປັນ​ເງິນ​ເກືອບ 20 ລ້ານ​ດອລ​ລ່າ​ແລ້ວ ​ເພື່ອ​ຕໍ່ສູ້​ກັບການລະບາດຂອງ​ເຊື້ອ​ໄວຣັສອີ​ໂອລາ ນັບ​ແຕ່​ໄດ້​ມີ​ລາຍ​ງານ​ໃຫ້​ຊາບ​ ກ່ຽວກັບການລະບາດ​ຂອງ​ເຊື້ອ​ໄວຣັສດັ່ງກ່າວ​ເທື່ອທຳ​ອິດ​ ໃນ​ເດືອນ​ມີນາ​ຜ່ານ​ມາ.

ການ​ຂາດ​ອຸບປະກອນ​ປ້ອງ​ກັນ ​ແມ່ນ​ນຶ່ງ​ໃນ​ຫຼາຍໆ​ປັດ​ໄຈທີ່​ພາ​ໃຫ້​ເກີດການແຜ່ລະບາດ​ຂອງ​ເຊື້​ອ​ອີ​ໂບລາ.

ebola28august14
please wait
Embed

No media source currently available

0:00 0:01:24 0:00

XS
SM
MD
LG