ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອົງການອະນາໄມໂລກ ກ່າວວ່າ ການເສຍຊີວິດ ຍ້ອນໂຄວິດ-19 ຈະເພີ້ມຂຶ້ນ ໃນເດືອນ ຕຸລາ ແລະພະຈິກນີ້


ຜູ້ຮັບຜິດຊອບອົງການອະນາໄມໂລກ ເຂດຢູໂຣບ ທ່ານແຮນສ໌
ກລຸກ ວັນທີ 27 ມີນາ 2020.
ຜູ້ຮັບຜິດຊອບອົງການອະນາໄມໂລກ ເຂດຢູໂຣບ ທ່ານແຮນສ໌ ກລຸກ ວັນທີ 27 ມີນາ 2020.

ຫົວໜ້າອົງການອະນາໄມໂລກ ຫຼື WHO ຮັບຜິດຊອບກ່ຽວກັບຢູໂຣບກ່າວວ່າ ອົງການ
ຂອງທ່ານຄາດວ່າ ຈຳນວນການເສຍຊີວິດຈາກໂຄວິດ-19 ຈະເພີ້ມຂຶ້ນ ໃນເດືອນຕຸລາ
ແລະພະຈິກ ຈະມາເຖິງນີ້.

ໃນການໃຫ້ສຳພາດກັບອົງການຂ່າວ AFP ໃນວັນຈັນວານນີ້ ທ່່ານແຮນສ໌ ກລຸກ ກ່າວວ່າ
“ມັນຈະມີຄວາມຮ້າຍແຮງເພີ້ມຂຶ້ນ. ໃນເດືອນຕຸລາ ແລະພະຈິກ ເຮົາຈະເຫັນຈຳນວນການ
ເສຍຊີວິດເພີ້ມຂຶ້ນ.”

ທ່ານກລຸກ ຍັງເຕືອນວ່າ ວັກຊິນຈະບໍ່ເຮັດໃຫ້ການແຜ່ລະບາດສິ້ນສຸດລົງ. “ຂ້າພະເຈົ້າ
ໄດ້ຍິນຢູ່ຕະຫຼອດວ່າ ວັກຊີນຈະເປັນທີ່ສິ້ນສຸດສຳລັບການລະບາດ. ແນ່ ນອນບໍ່ແມ່ນ”
ນັ້ນຄືຄຳເວົ້າຂອງທ່ານທີ່ໄດ້ກ່າວໄປ.

ທ່ານກ່າວວ່າ “ພວກເຮົາຍັງບໍ່ຮູ້ເທື່ອວ່່າ ຢາວັກຊີນຈະຊ່ວຍບັນດາກຸ່ມປະຊາຊົນໄດ້ທັງ
ໝົດຫລືບໍ່.ບັດນີ້ພວກເຮົາກຳລັງມອງເຫັນຮ່ອງຮອຍຈຳນວນນຶ່ງວ່າ ຢາ ວັກຊິນອາດ
ຊ່ວຍກຸ່ມນຶ່ງແລະບໍ່ຊ່ວຍອີກກຸ່ມນຶ່ງ. ແລະດ້ວຍເຫດດັ່ງນັ້ນ ພວກ ເຮົາຕ້ອງໄດ້ສັ່ງຢາວັກ
ຊີນທີ່ແຕກຕ່າງກັນຫຼືບໍ່ ມັນຈະເປັນການວາງແຜນທີ່ຫຍຸ້ງຍາກຫຼາຍ.”

ທ່ານກລຸກ ກ່າວວ່າ ການສິ້ນສຸດຂອງການແຜ່ລະບາດຈະແມ່ນ “ເວລາທີ່ພວກເຮົາໃນ
ນາມປະຊາຄົມຈະພາກັນຮຽນຮູ້ວ່າຈະຢູ່ກັບການແຜ່ລະບາດແບບໃດ.”

ປັດຈຸບັນນີ້ມີຢູ່ກວ່າ 29 ລ້ານກໍລະນີ ໂຄວິດ-19 ຢູ່ໃນທົ່ວໂລກ ແລະຫຼາຍກວ່າ 924,000 ຄົນໄດ້ເສຍຊີວິດຍ້ອນໄວຣັສນີ້ ອີງຕາມສະຖິຕິຂອງຈອນ ຮັອບກິນສ໌ ໃນຕອນເຊົ້າວັນຈັນວານນີ້. ໃນວັນອາທິດທີ່ຜ່ານມາ ອົງການ WHO ໄດ້ລາຍ ງານໃຫ້ຊາບ ການຕິດເຊື້ອໃນມື້ດຽວແບບບໍ່ມີມາກ່ອນເຖິງ 307.930 ກໍລະນີ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG