ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າ ຕໍ່ຕ້ານອີໂບລາ ຄົນໃໝ່ ຂອງ ສປຊ ສະແດງ ຄວາມເປັນຫ່ວງ


Ebola SOTVO
please wait
Embed

No media source currently available

0:00 0:01:03 0:00

ເຈົ້າ​ໜ້າ​ທີ່​ຄົນໃໝ່​ຂອງ​ອົງການ​ສະຫະ​ປະຊາ​ຊາດ ທີ່ຮັບຜິດຊອບ
ກ່ຽວກັບ​ການ​ຕໍ່ສູ້ຕ້ານອີໂບລາ​ກ່າວ​ວ່າ ທ່ານເປັນ​ຫວ່ງ​ວ່າ ຄວາມ
ສຳເລັດໃນການ​ປິ່ນປົວ​ພະຍາດຮ້າຍແຮງເຖິງ​ຕາຍ​ທີ່​ວ່າ​ນີ້ ​ອາດ ຈະພາໃຫ້ເກີດຄວາມເພິ່ງພໍໃຈ ໃນລະດັບໃດລະດັບນຶ່ງ.

ຜູ້ຕາງໜ້າພິ​ເສດຂອງ​ເລຂາທິການ​ໃຫຍ່ອົງການ​ສະຫະ​ປະຊາ​ຊາດ
​ເພື່ອ​ຮັບ​ມື​ສຸກເສີນ ກັບ​ອີ​ໂບລາ ທ່ານ Ould Cheikh Ahmed ​
ໄດ້​ໂອ້​ລົມ​ກັບພວກນັກ​ຂ່າວ​ໃນ​ນະຄອນ​ຫຼວງ​ Monrovia ຂອງ
Liberia ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ​ໃນ​ລະຫວ່າງ​ທີ່​ທ່ານ​ໄດ້ໄປຢ້ຽມ
ຢາມ​ຂົງ​ເຂດ​ທີ່ໄດ້ຮັບຜົນ​ກະທົບ​ຈາກອີ​ໂບລາຄັ້ງທຳອິດຂອງທ່ານ.

ທ່ານ Ahmed ໄດ້ກ່າວ​ເຖິງ​ຄວາມ​ປະທັບໃຈອັນ​ທຳ​ອິດ​ຂອງ​ທ່ານ ກ່ຽວກັບສະພາບ​ການ​ນັ້ນ ​ວ່າ ​ປະສົມ​ປະສານກັນ ​ໂດຍໄດ້ກ່າວ​ວ່າ ມັນ​ຍັງ​ມີ​ອີກ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ທີ່​ຈະ​ຕ້ອງ​ເຮັດ ​ເພື່ອ​ຈະ​ໃຫ້ Liberia ປອດ​ຈາກ​ອີ​ໂບລາ.

​ໃນ Liberia ທ່ານ Ahmed ​ໄດ້​ພົບ​ປະ​ກັບ​ປະທານາທິບໍດີ​ຂອງ​ປະ​ເທດ ທ່ານນາງ Ellen
Johnson Sirleaf.

Liberia ພ້ອມ​ທັງ Sierra Leone ​ແລະ Guinea ​ແມ່ນ​ບັນດາ​ປະ​ເທດ​ທີ່ໄດ້ຮັບຜົນກະ ທົບຈາກອີ​ໂບລາ​ທີ່​ຮ້າຍ​ແຮງ​ສຸດ.

ທ່ານ Ahmed ​ໄດ້​ກ່າວ​ວ່າ ອີ​ໂບລາ ​ແມ່ນ​ແລະ​ຄວນ​ເປັນ “ການ​ຕໍ່ສູ້ທີ່​ຈັດສັນ​ໂດຍ​ລັດຖະບານ” ກໍ​ຄື​ກັນ​ກັບ “ກ່ຽວ​ກັບ​ປະຊາຊົນ, ​ກ່ຽວ​ກັບ​ຊະ​ຕາກຳ​ຂອງ​ປະ​ເທດ​ຊາດ ເຂົາເຈົ້າ.”

XS
SM
MD
LG