ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງການອະນາໄມໂລກ ລາຍງານວ່າ ມີຜູ້ເສຍຊີວິດ ຈາກເຊື້ອໄວຣັສ ອີໂບລາ 4,550 ແລ້ວ


ຜູ້ຊາຍຄົນນຶ່ງ ຢືນເບິ່ງລາຍຊື່ສາຍການບິນຝຣັ່ງ AF755 ຈາກ Conakry ທິໄດ້ມາເຖິງເດີ່ນບິນນາໆຊາດ Charles de Gaule ປະເທດຝຣັ່ງ
ຜູ້ຊາຍຄົນນຶ່ງ ຢືນເບິ່ງລາຍຊື່ສາຍການບິນຝຣັ່ງ AF755 ຈາກ Conakry ທິໄດ້ມາເຖິງເດີ່ນບິນນາໆຊາດ Charles de Gaule ປະເທດຝຣັ່ງ

ອົງ​ການ​ອະນາ​ໄມ​ໂລກ ຫລື WHO ກ່າວ​ວ່າ ຈຳນວນ​ຜູ້​ເສຍ
​ຊີວິດ​ຈາ​ການລະບາດ ນຂອງເຊື້ອ​ອີ​ໂບລາ ​ໄດ້​ເພີ້​ມຂື້ນ​ເປັນ
4,555 ຄົນ ພ້ອມ​ທັງ​ຈຳນວນກໍລະນີ​ຕິດ​ແປດ​ ​ທີ່​ໄດ້​ຮັບ​ການ
ໄດ້ຢືນ​ຢັນ ມີ​ເຖິງ 9,200 ຄົນ.

​ໂຕ​ເລກ​ໃໝ່​ທີ່​ນຳ​ອອກ​ເຜີຍ​ແຜ່​ ​ໃນ​ວັນ​ສຸກ​ວານ​ນີ້ ​ສະ​ແດງ​ໃຫ້
​ເຫັນວ່າ ​ຈຳນວນ​ຄົນ​ຕາຍ​ທັງ​ໝົດ ນອກຈາກ 9 ​ຄົນ ​ແມ່ນ​ເສຍ
​ຊີວິ​ດຢູ່​ໃນ​ປະ​ເທດ ກີ​ນີ ​ໄລ​ບີ​ເຣຍ ​ແລະ​ຊິແອຣາ​ ລີິອອນ.

​ກ່ອນ​ໜ້າ​ນັ້ນ ອົງ​ການ​ອະນາ​ໄມ​ໂລກ ​ໄດ້​ປະກາດ​ໃຫ້ ເຊ​ເນ​ກາລ​
ເປັນປະ​ເທດ​ປອດ ອີ​ໂບລາ 42 ມື້ ຫລັງ​ຈາກເຈົ້າ​ໜ້າ​ທີ່​ໄດ້​ລາຍ​ງານ​ໃຫ້​ຊາບ ກ່ຽວ​ກັບກໍ
ລະນີ​ຕິດ​ເຊື້ອອີ​ໂບລາ ກໍລະນີ​ດຽວ​ຢູ່​ໃນ​ປະ​ເທດ.

​ໃນ​ຂະນະ​ດຽວ​ກັນ ອົງການ​ຂ່າວ AP ກ່າວ​ວ່າ ຕົນ​ໄດ້ສຳ​ເນົາ​ລາຍ​ງານ​ພາຍ​ໃນ​ຂອງອົງ​
ການ​ອະນາ​ໄມ​ໂລກ ມາສະ​ບັບນຶ່ງ ທີ່​ບອກລຳດັບຂັ້ນ​ຕອນ​ຕ່າງໆ ທີ່ WHO ​ໄດ້ພາດ
​ໂອກາດ​ໄປ ​ໃນ​ການປ້ອງ​ກັນ​ເຊື້ອ​ອີ​ໂບລາ ບໍ່​ໃຫ້ແຜ່ລະບາດ​ອອກ​ໄປ ​ບໍ່ດົນຫລັງ​ຈາກ​ໄດ້​
ມີ​ການ​ວິນິດ​ໄສ​ໂຣກນີ້ຢູ່​ໃນ ກີ​ນີ ​ໄລ​ບີ​ເຣຍ ​ແລະ​ຊິແອຣາ ລີອອນ.

​ເອກ​ະສາ​ນທີ່​ຮົ່ວ​ໄຫລອອກ​ມາ ກ່າວ​ວ່າ WHO ​ໄດ້​ຕິຕຽນ​ພະນັກງານ​ຕົນເອງ ​ໃນ​ການ
​ຕອບ​ໂຕ້​ລ່າ​ຊ້າ​ຕໍ່​ການ​ແຜ່​ລະ​ບາດ ຂອງອີ​ໂບລາ ​ໂດຍ​ກ່າວ​ວ່າ ບັນດາ ພະນັກງານ WHO
ບໍ່ເຂົ້າ​ໃຈວ່າ ວິທີການຍັບ​ຍັ້ງ​ການ​ແຜ່​ລະບາດ​ຂອງ​ພະຍາດ ຕິດ​ແປດ ທີ່​ໃຊ້​ກັນ​ມາ​ເປັນ​ປະ
​ເພນີ​ນັ້ນ ຈະ​ບໍ່​ໄດ້ຜົນ​ຢູ່​ໃນ​ຂົງ​ເຂດທີ່ມີ​ຊາຍແດນ​ລະຫວ່າງ​ປະ​ເທດ ທີ່​ຂ້າມ​ໄປມາ​ຫາ​ກັນ​ໄດ້
​ງ່າຍ ​ແລະ​ໂຄງ​ລ່າງ​ພື້ນຖານ​ດ້ານ​ສາທາລະນະ​ສຸກ ທີ່ເພ​ພັງ.

ໃນວັນສຸກວານນີ້ ປະທານາທິບໍດີສະຫະລັດ ທ່ານ Barack Obama ໄດ້ ແຕ່ງຕັ້ງອະດີດ
ຜູ້ຊ່ວຍຮອງປະທານາທິບໍດີ Joe Biden ຄືທ່ານ Ron Klain ເປັນຫົວໜ້າສູງສຸດ ​ໃນ​ການ​
ຮັບ​ມື​ກັບອີໂບລາ ​ໂດ​ຍມີໜ້າ​ທີ່ປະສານຄວາມພະຍາຍາມ ຂອງພະ​ແນ​ກຕ່າງໆ​ຂອງ
ສະຫະລັດ ​ເພື່ອຕໍ່ສູ້ກັບເຊື້ອໄວຣັສນີ້.

US Fear Of Ebola Spreading Faster Than Virus
please wait

No media source currently available

0:00 0:03:10 0:00

XS
SM
MD
LG