ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອົງການອະນາໄມໂລກ ກ່າວວ່າ ຜູ້ເສຍຊີວິດ ຍ້ອນອີໂບລາ ມີເກືອບ 8,000 ຄົນແລ້ວ


ພະນັກງານການແພດ ນຸ່ງຊຸດປ້ອງກັນ ກຳລັງໂອ້ລົມ ກັບຄົນປ່ວຍ ທີ່ບ່ອນປິ່ນປົວແຫ່ງນຶ່ງ.
ພະນັກງານການແພດ ນຸ່ງຊຸດປ້ອງກັນ ກຳລັງໂອ້ລົມ ກັບຄົນປ່ວຍ ທີ່ບ່ອນປິ່ນປົວແຫ່ງນຶ່ງ.

ອົງການ​ອະນາ​ໄມ​ໂລກ ​ໄດ້ນຳອອກ​ເຜີຍ​ແຜ່​ໃນ​ວັນ​ຈັນ​ວານ​ນີ້
​ ກ່ຽວກັບໂຕເລກ​ຫລ້າ​ສຸດ ​ຂອງ​ກໍລະນີຕິດເຊື້ອ ແລະ​ຜູ້​ເຄາະ​
ຮ້າ​ຍຍ້ອນ​ອີ​ໂບລາ ໂດຍມີ​ຜູ້​ຕິດ​ເຊື້ອ​ ກາຍ 20,000 ຄົນແລ້ວ.

ຈຳນວນ​ຜູ້​ຕາຍທັງ​ໝົດ ​ຍ້ອນອີໂບລາ ​ໃນ​ສາມ​ປະ​ເທດ​ອາ​ຟຣິ
ກາ​ຕາ​ເວັນ​ຕົກ ທີ່​ຕິດແປດ​ຮ້າຍແຮງ​ສຸດ ຢູ່ ຊິ​ແອຣາ ລິອອນ
​ໄລ​ບີ​ເຣຍ​ແລະ​ກີີ​ນີ ແມ່ນມີ​ຢູ່ 7,842 ຄົນ ​ແລະກໍລະນີ​ຕິດເຊື້ອ
ແມ່ນ​ມີ​ຢູ່ 20,081 ຄົນ.

ມາຮອດວັນທີ 27 ​ເດືອນ​ທັນ​ວານີ້ ຊິແອຣາ ລິ​ອອນ​ ​ທີ່ໄດ້ຮັບ
ຜົນກະທົບ​ຮ້າຍ​ແຮ​ງທີ່​ສຸດ​ນັ້ນ ແມ່ນປະກອບເປັນນຶ່ງ​ສ່ວນ​ສາມຂອງ​ກໍລະນີຕິດເຊື້ອ​ທັງ​
ໝົດຄື 9,409 ຄົນ ​ໃຂຂະນະ​ທີ່​ໄລ​ບີເຣຍ ມີ​ຜູ້​ເສຍຊີ​ວິດ​ສູງ​ສຸດ 3,413 ຄົນ.

ໃນຂະນະດຽວກັນ ເຈົ້າໜ້າທີ່ສະກອັດແລນ ກ່າວໃນວັນຈັນວານນີ້ວ່າ ພະນັກງານແພດ
ຄົນນຶ່ງ ທີ່ກັບມາຈາກຊິແອຣາ ລິ​ອອນ ໄດ້ຖືກກວດພົບວ່າ ຕິດເຊື້ອ ອີໂບລາ ແລະພວມ
ໄດ້ຮັບການປິ່ນປົວທີ່ໂຮງໝໍເມືອງ Glasgow.

ວິ​ກິດ​ການອີ​ໂບລາ ໃນ​ປັດຈຸບັນ​ນີ້ ​ໄດ້ເອົາຊີວິດ​ຜູ້​ເຄາະ​ຮ້າຍ​ຄົນ​ທຳ​ອິດກວ່າ​ນຶ່ງປີ​ກ່ອນ
ຜ່ານມາ ​ແລະອີງຕາມ​ບັນດາ​ຜູ້​ຊ່ຽວຊານ​ດ້ານ​ການ​ແພດແລ້ວ ມັນ​ອາດ​ຈະ​ແກ່ຍາວໄປ
ຈົນ​ຮອດ​ທ້າຍ​ປີ 2015.

ນີ້ແມ່ນການລະບາດທີ່ຮ້າຍແຮງສຸດຂອງອີໂບລາເທົ່າທີ່ເຄີຍມີການບັນທຶກມາ.

Ebola Devastates W. Africa, Horrifies World in 2014
please wait

No media source currently available

0:00 0:03:06 0:00

XS
SM
MD
LG