ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກໍລະນີ​ຕິດເຊື້ອ ອີ​ໂບລາ ຢູ່ອາຟຣິກາ ຕາເວັນຕົກ ເພີ້ມຂຶ້ນ ເທື່ອໃໝ່


West Africa Ebola VO
please wait
Embed

No media source currently available

0:00 0:00:36 0:00

ລາຍ​ງານ​ຈຳນວນ​ກໍລະນີ​ຕິດເຊື້ອອີ​ໂບລາ ​ໄດ້​ເພີ້​ມຂຶ້ນ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປີ​ນີ້ ​ໃນ​ສາມ​ປະ​ເທດ ອາ​ຟຣິກາ​ຕາ​ເວັນ​ຕົກ ບ່ອນ​ທີ່​ການ​ແຜ່​ລະ​ບາດຂອງ​ໂຮ​ກນີ້ ຍັງສືບ​ຕໍ່​ຄຸກ​ຄາມ​ຢູ່ນັ້ນ.

ອົງການອະນາໄມໂລກ ຫຼື WHO ກ່າວ​ວ່າ ມີການລາຍງານ 124 ກໍລະນີໃໝ່ ​ໃນ​ອາ​ທິດ​ທີ່ ສິ້ນສຸດ​ລົງໃນ​ວັນ​ທີ 1 ກຸມພາຜ່ານມາ ​ໂດຍ​ທີ່​ມີ 80 ກໍລະນີ​ໃໝ່ ​ໃນ Sierra Leon ຕາມ​ດ້ວຍ 39 ກໍລະນີ​ ​ໃນ Guinea ​ແລະ 5 ກໍລະນີ​ ​ໃນ Liberia.

​ໃນ​ລາຍ​ງານ​ຫຼ້າ​ສຸດ​ ທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ວັນ​ພຸດ​ວານ​ນີ້ ອົງການ WHO ​ໄດ້​ກ່າວ​ວ່າ ມັນ​ມີ​ຄວາມ​ຈຳ​ເປັນ​ຢ່າງ​ຮີບ​ດ່ວນ ທີ່​ຈະ​ຍຸດຕິການລະບາດ​ຂອງ​ໂຣ​ກດັ່ງກ່າວ ກ່ອນ​ລະດູຝົນ​ທີ່​ຈະເລີ້ມ​ຂຶ້ນ​ ຊຶ່ງ​ເຮັດ​ໃຫ້ການ​ເຂົ້າ​ຮອດ​ເຂົ້າ​ເຖິງ​ແລະ​ປິ່ນປົວ​ນັ້ນ ຍິ່ງ​ຫຍຸ້ງຍາກ ລຳບາກ​ຂຶ້ນ.

ນັບ​ຕັ້ງ​ແຕ່​ການ​ແຜ່​ລະ​ລາດ​ຂອງ​ໂຣ​ກອີ​ໂບລາໄດ້ເລີ້ມຂຶ້ນນັ້ນ ​ແມ່ນ​ມີຜູ້ຕິດເຊື້ອ​ເກືອບ 22 ພັນ 500 ກໍລະນີ ທີ່​ໄດ້​ລາຍ​ງານ​ໃນສາມ​ປະ​ເທດ ແລະ​ມີ​ເກືອບ 9,000 ກໍລະນີ ​ເສຍ​ຊີວິດ.

XS
SM
MD
LG