ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

WHO: ການກິນເຫລົ້າເປັນສາເຫດ ຂອງເກືອບ 4% ຂອງການຕາຍ ທັງໝົດຢູ່ໃນໂລກ


ຜູ້ຊາຍຊາວຣັດເຊຍຢືນດື່ມເຫລົ້າຈາກແກ້ວຢູ່ກັບບ່ອນຂາຍເຫລົ້ານັ້ນ
ເລີຍໃນຕອນນຶ່ງປີ 2010
ຜູ້ຊາຍຊາວຣັດເຊຍຢືນດື່ມເຫລົ້າຈາກແກ້ວຢູ່ກັບບ່ອນຂາຍເຫລົ້ານັ້ນ ເລີຍໃນຕອນນຶ່ງປີ 2010

ອົງການ​ອະນາ​ໄມ​ໂລກ ກຳລັງຮຽກຮ້ອງໃຫ້ປະຕິບັດການ ​ເພື່ອຫລຸດຜ່ອນການກິນເຫລົ້າ ທີ່ເປັນອັນຕະລາຍ ທີ່ເຮັດໃຫ້ມີ​ຄົນ​ເສຍຊີວິດ​ເຖິງ 2 ລ້ານ 5 ແສນຄົນໃນແຕ່ລະປີ. ລາຍ ງານໃໝ່ຂອງອົງການ​ອະນາ​ໄມ​ໂລກ​ໃຫ້​ຂໍ້​ສັງ​ເກດວ່າ ເກືອບຮອດ 4% ຂອງການຕາຍທັງ ໝົດຢູ່ໃນໂລກແມ່ນມີສາເຫດທີ່ກ່ຽວຂ້ອງກັບການກິນເຫລົ້າຫລາຍ​ເກີນ​ຂອບ​ເຂດ.

ອົງການ​ອະນາ​ໄມ​ໂລກ ຫລື WHO ເວົ້າວ່າການດື່ມເຫລົ້າແບບເປັນອັນຕະລາຍນັ້ນ ດຽວນີ້ ໄດ້ກາຍມາເປັນປະເດັນຄວາມສ່ຽງທີ່ໃຫຍ່ອັນດັບສາມ ຕໍ່ການເຈັບປ່ວຍແລະການຕາຍຍ້ອນ
ທັງພະຍາດຕິດແປດ ແລະບໍ່ຕິດແປດ.

ອຸປະຕິເຫດລົດຕໍາກັນຄັ້ງ ນຶ່ງຊຶ່ງເກີດຂຶ້ນຍ້ອນຄົນ ຂັບລົດເມົາເຫລົ້າໃນປີ 2009 ຢູ່ຣັດເຊຍ
ອຸປະຕິເຫດລົດຕໍາກັນຄັ້ງ ນຶ່ງຊຶ່ງເກີດຂຶ້ນຍ້ອນຄົນ ຂັບລົດເມົາເຫລົ້າໃນປີ 2009 ຢູ່ຣັດເຊຍ

ນອກນັ້ນ ອົງການນີ້ຍັງເວົ້າອີກວ່າ ການຕາຍທີ່ກ່ຽວຂ້ອງກັບ
ເຫລົ້າ ແມ່ນມີສາເຫດມາຈາກການຖືກບາດເຈັບຍ້ອນການ
ຂັບລົດໃນເວລາມືນເມົາ, ໂຣກມະເຮັງ, ໂຣກຕັບແຂງ, ພະ
ຍາດຫົວໃຈ ແລະໂຣກລົມສາລະບາດ ຫລື Stroke ນັ້ນ
ອີກ ແລະກໍໄດ້ໃຫ້ຂໍ້ສັງເກດອີກວ່າ ການດື່ມເຫລົ້າຢ່າງ
ຫລວງຫລາຍ​ເກີນ​ໄປຍັງໄດ້ມີສ່ວນເຮັດໃຫ້ເປັນພະຍາດ
ອັນອື່ນອີກ 200 ກວ່າຊະນິດ.

ບົດລາຍງານຂອງອົງການ WHO ພົບວ່າ ຫລາຍ​ກ່ວາ 6%
ຂອງການຕາຍຂອງພວກຜູ້ຊາຍທັງໝົດໃນທົ່ວໂລກແມ່ນມີ
ສ່ວນກ່ຽວຂ້ອງກັບເຫລົ້າ ເມື່ອທຽບໃສ່ອັດຕາການຕາຍຍ້ອນ
ສາເຫດນີ້ຂອງພວກຜູ້ຍິງ ທີ່ມີພຽງແຕ່ 1% ປາຍເທົ່ານັ້ນ.
ລາຍງານນີ້ແຈ້ງວ່າ ຜູ້ຊາຍ 1 ໃນ5 ຄົນໃດຢູ່ສະຫະພັນຣັດເຊຍ ແລະປະເທດອ້ອມຂ້າງ
ແມ່ນເສຍຊີວິດຍ້ອນມີສາເຫດທີ່ກ່ຽວຂ້ອງກັບເຫລົ້າ.

ທ່ານ Shekhar Saxena, ຫົວໜ້າພະແນກສຸຂະພາບຈິດ ແລະການໃຊ້ສານຕ່າງໆ
ຢ່າງຜິດພາດຂອງອົງການ​ອະນາ​ໄມ​ໂລກ ເວົ້າວ່າ ເຫລົ້າແມ່ນ​ເປັນສາເຫດຂອງການຕາຍ​
ໃນ​ສັດສ່ວນ 1ສ່ວນ 3 ຂອງຈຳນວນຊາວໜຸ່ມທັງໝົດ ທີ່ເສຍຊີວິດຢູ່ໃນບາງຂົງເຂດຂອງ
ໂລກ ຊຶ່ງທ່ານຊີ້​ແຈງ​ຕື່ມ​ວ່າ:

ການດື່ມເຫລົ້າຊຸມກັນຂອງ ພວກຜູ້ຊາຍມຽນມາກຸ່ມ ນຶ່ງ
ການດື່ມເຫລົ້າຊຸມກັນຂອງ ພວກຜູ້ຊາຍມຽນມາກຸ່ມ ນຶ່ງ

ການດື່ມເຫລົ້າ ແລະຜົນກະທົບທີ່ເປັນອັນຕະ
ລາຍຂອງເຫລົ້າກໍາລັງນັບມື້ນັບມີ
ຫລາຍຂຶ້ນ
ຢູ່ໃນບັນດາປະເທດທີ່ກຳລັພັດທະນາ, ໂດຍ
ສະເພາະກໍແມ່ນຢູ່ໃນທະວີບອາຟຣິກາແລະ
ເອເຊຍທີ່ມີລະບຽບການຄວບ​ຄຸມທີ່ມີອໍານາດ
ບັງຄັບໄດ້ໜ້ອຍ ແລະກໍມີການບໍລິການສຸຂະ
ພາບໄວ້ສະໜອງໃຫ້ປະຊາຊົນ ໜ້ອຍຫລາຍ
....ໃນອາຟຣິກາ ແລະເອເຊຍ, ແນວໂນ້ມ
ກໍຄືວ່າມີການກິນເຫລົ້າຫລາຍຂຶ້ນຢູ່ຂົງເຂດ
ເຫລົ່ານັ້ນ, ບ່ອນທີ່ມີອັດຕາການກິນເຫລົ້າຕໍ່ຫົວຄົນສູງກວ່າ​ເຂດ​ອື່ນ​ຂອງ​ໂລກ.
ຢູ່ໃນທະວີບຢູໂຣບແລະອາເມຣິກາ, ການດື່ມເຫລົ້າ​ແມ່ນມີແບບແຜນທີ່ຄົງຕົວຢູ່
ຢ່າງສະໝໍ່າສະເໝີ ຫລາຍກວ່າເຂດອື່ນ
.”

ລາຍງານ​ເວົ້າ​ວ່າ ໃນປີ 2005 ອັດຕາການດຶ່ມເຫລົ້າສົດໆ ໃນທົ່ວໂລກ ຂອງຄົນທີ່ມີອາຍຸ
ໃນລະຫວ່າງ 15 ປີຂຶ້ນໄປ ແມ່ນມີຫລາຍເຖິງ 6.13 ລິດຕໍ່ຫົວຄົນ. ເຖິງແມ່ນວ່າການ
ກິນເຫລົ້າຈະມີຢູ່ຢ່າງແຜ່ຫລາຍ, ແຕ່ອົງການ WHO ກໍໃຫ້ຂໍ້ສັງເກດວ່າ ຄົນສ່ວນໃຫຍ່
ແມ່ນບໍ່ດື່ມເຫລົ້າ. ຂໍ້ມູນຫລ້າສຸດສະແດງໃຫ້ເຫັນວ່າ ເກືອບຮອດເຄິ່ງນຶ່ງຂອງຈຳນວນຜູ້
ຊາຍ ແລະ 2 ສ່ວນ 3 ຂອງຈໍານວນຜູ້ຍິງທັງໝົດໃນທົ່ວໂລກ ບໍ່ດຶ່ມເຫລົ້າໃນປີ 2005.

Dr. Saxena ຍັງກ່າວອີກວ່າ ຜູ້ຄົນທີ່ຕິດເຫລົ້າແມ່ນມີອາຍຸໂດຍສະເລ່ຍແລ້ວ 10 ປີ ສັ້ນກວ່າພວກທີ່ບໍ່ມີບັນຫາດ້ານການຕິດເຫລົ້າ ຊຶ່ງທ່ານກ່າວ​ຕໍ່​ໄປ​ວ່າ:

"ອັດຕາສ່ວນໃຫຍ່ຂອງຈໍານວນຄົນຕາຍ ແລະເສຍອົງຄະຍ້ອນເຫລົ້ານັ້ນ ທີ່
ຈິງແລ້ວແມ່ນຢູ່ໃນພວກຊາວໜຸ່ມແລະພວກໄວກາງຄົນ
ແລະບໍ່ແມ່ນພວກ
ຜູ້ເຖົ້າ. ສະນັ້ນ ຂ້າພະເຈົ້າຄິດວ່າ ອັດຕາສ່ວນໃຫຍ່ຂອງຈຳນວນຄົນທີ່ພວກເຮົາ
ເວົ້າເຖິງທີ່ມີປະມານ 2 ລ້ານ 5 ແສນຄົນທີ່ເສຍຊີວິດຍ້ອນ​ກິນ​ເຫລົ້າ​ນັ້ນແມ່ນ
ຕົກຢູ່ໃນກຸ່ມຄົນພວກທີ່ບໍ່ສົມຄວນຕາຍໃນ​ໄວນັ້ນ. ການເສຍຊີວິດແບບນີ້ແມ່ນ
ການຕາຍໄວກ່ອນຮອດອາຍຸອັນສົມຄວນ ຊຶ່ງການຕາຍສ່ວນ​ໃຫຍ່ແມ່ນໃນ​ໝູ່
ຜູ້ຄົນທີ່ມີອາຍຸບໍ່ຮອດ 60 ປີນັ້ນ”

ປ້າຍໂຄສະນາຕາມຫົນ ທາງໃນເຊີເບຍເພື່ອໃຫ້ ຄົນຮູ້ເຖິງອັນຕະລາຍ ຂອງການຂັບລົດ ໃນເວລາເມົາເຫລົ້າ
ປ້າຍໂຄສະນາຕາມຫົນ ທາງໃນເຊີເບຍເພື່ອໃຫ້ ຄົນຮູ້ເຖິງອັນຕະລາຍ ຂອງການຂັບລົດ ໃນເວລາເມົາເຫລົ້າ

ອົງການ​ອະນາ​ໄມ​ໂລກເວົ້າວ່າ ຍຸດທະສາດທີ່​ໃຊ້​ກັນ​ໃນ
ທົ່ວໂລກໃນການຫລຸດຜ່ອນການດຶ່ມເຫລົ້າທີ່ເປັນອັນ
ຕະລາຍນັ້ນ ລວມມີມາດຕະການຫລາຍໆອັນທີ່ພິສູດ
ໃຫ້ເຫັນວ່າໃຊ້ໄດ້ຜົນມາແລ້ວ ຊຶ່ງໃນນັ້ນ​ແມ່ນລວມທັງ
ການຂຶ້ນພາສີເຫລົ້າ, ຫລຸດຈຳນວນບ່ອນຂາຍເຫລົ້າ
ລົງ, ຍົກເກນອາຍຸທີ່ອະນຸຍາດ​ໃຫ້ດື່ມເຫລົ້າໄດ້ນັ້ນຂຶ້ນ
ປະກາດໃຊ້ມາດຕະການຫ້າມຂັບລົດໃນເວລາມືນເມົາ
ທີ່ມີປສິດທິ ຜົນ ແລະເກືອດຫ້າມການໂຄສະນາຂາຍ
ເຫລົ້າບາງຢ່າງ.

XS
SM
MD
LG