ໃນຂະນະທີ່ລະດູໜາວເລີ້ມຂຶ້ນແລ້ວຢູ່ອັຟການິສຖານ ຊຶ່ງເປັນປະເທດທີ່ບໍ່ມີທາງອອກສູ່ທະເລ ຄວາມວິຕົກກັງວົນກໍໄດ້ເພີ້ມທະວີຂຶ້ນ ກ່ຽວກັບຄວາມອຶດຢາກທີ່ແຜ່ກວ້າງ ໂດຍສະເພາະໃນເຂດທີ່ເປັນພູຜາຂອງປະເທດ ບ່ອນທີ່ຫິມະຮອບທຳອິດສາມາດອັດຖະໜົນຫົນທາງໄດ້.
ໃນປີນີ້ ມີຄວາມຫວັງວ່າ ຈະໄດ້ຮັບເຂົ້າເບລ່ 30,000 ໂຕນຈາກອີກປະເທດນຶ່ງທີ່ໄດ້ປະສົບກັບໄພພິບັດສົງຄາມ ນັ້ນກໍຄືຢູເຄຣນ ຊຶ່ງຈະຊ່ວຍບັນເທົາຄວາມອຶດຢາກ ສຳລັບຊາວອັຟການິສຖານບາງຄົນ. ອົງການສະຫະປະຊາຊາດ ກ່າວວ່າ ຄວາມອຶດຫິວແມ່ນເກືອບວ່າມີຢູ່ທຸກຫົນທຸກແຫ່ງໃນປະເທດອັຟການິສຖານໂດຍທີ່ປະຊາກອນ 97 ເປີເຊັນຂອງປະເທດດັ່ງກ່າວ ແມ່ນດຳລົງຊີວິດຢູ່ລຸ່ມຂີດທີ່ກຳນົດຄວາມທຸກຍາກ.
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ຂຽນລົງໃນທວີດເຕີ້ ເມື່ອເດືອນແລ້ວນີ້ວ່າ “ເຖິງແມ່ນໄດ້ປະເຊີນກັບຄວາມທຸກທໍລະມານ ໃນການປະເຊີນໜ້າກັບການຮຸກຮານຢ່າງປ່າເຖື່ອນຂອງຣັດເຊຍກໍຕາມ ຢູເຄຣນໄດ້ບໍລິຈາກອາຫານປະເພດເມັດ 30,000 ໂຕນ ໂດຍຜ່ານໂຄງການອາຫານໂລກ ເພື່ອຊ່ວຍບັນເທົາວິກິດການດ້ານມະນຸດສະທຳໃນອັຟການິສຖານ.”
ໂຄງການອາຫານໂລກກ່າວວ່າ ເຂົ້າເບລ່ດັ່ງກ່າວໄດ້ບົດໃຫ້ເປັນແປ້ງຢູ່ທີ່ເທີກີແລະຫຼັງຈາກນັ້ນກໍຈະຖືກສົ່ງໂດຍທາງກຳປັ່ນໄປຍັງປາກິສຖານ ຊຶ່ງຈາກທີ່ນັ້ນກໍຈະຖືກສົ່ງໄປໃຫ້ຊາວອັຟການິສຖານໂດຍທາງລົດບັນທຸກ.
ໂຄສົກຂອງໂຄງການອາຫານໂລກກ່າວຕໍ່ວີໂອເອວ່າ ການຈັດສົ່ງການຊ່ວຍເຫຼືອທີ່ວ່ານີ້ ແມ່ນໄດ້ຮັບທຶນຈາກສະຫະລັດ. ທ່ານນາງອັນນາແບລ ໄຊມິງຕັນ ໂຄສົກຂອງອົງການອາຫານໂລກ ກ່າວວ່າ “ມັນບໍ່ແມ່ນການບໍລິຈາກ ຂອງຢູ
ເຄຣນ.”
ວີໂອເອໄດ້ຖາມໄປຍັງກະຊວງການຕ່າງປະເທດສະຫະລັດວ່າ ສະຫະລັດໄດ້ສະເໜີໃຫ້ສິນນ້ຳໃຈແກ່ຢູເຄຣນຫຼືບໍ່ ສຳລັບເຂົ້າເບລດັ່ງກ່າວນີ້. ຄຳຕອບກໍຄື ບໍ່.
ໂຄສົກຂອງກະຊວງການຕ່າງປະເທດສະຫະລັດ ກ່າວວ່າ “ສະຫະລັດບໍ່ມີບົດບາດໃດໆ ກ່ຽວກັບການຕັດສິນໃຈຂອງຢູເຄຣນ ເພື່ອບໍລິຈາກເຂົ້າເບລ່ 30,000 ໂຕນໃຫ້ແກ່ອັຟການິສຖານ ແລະກໍໄດ້ກ່າວຍ້ອງຍໍຢູເຄຣນກ່ຽວກັບຄວາມເອື້ອເຟື້ອເພື່ອແຜ່ ທັງໆທີ່ພວມຢູ່ພາຍໃຕ້ສະພາບການທີ່ຖືກບີບບັງຄັບໂດຍການຮຸກຮານແບບບໍ່ເປັນທຳຂອງຣັດເຊຍກໍຕາມ.”