ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງການອະນາໄມໂລກ ວ່າ ບໍ່ໃຫ້ໃສ່ໜ້າກາກ ເພື່ອປ້ອງກັນ ໄວຣັສໂຄໂຣນາ


ທ່ານໄມໂກລ ເຈ ຣາຍແອນ, ຜູ້ອຳນວຍການບໍລິຫານດ້ານ ສາທາລະນະສຸກໃນພາວະສຸກເສີນຂອງ WHO ເຂົ້າຮ່ວມກອງປະຊຸມ ກ່ຽວກັບ ໄວຣັສໂຄໂຣນາ ສາຍພັນໃໝ່ (2019-nCoV) ໃນນະຄອນ ເຈນີວາ ຂອງສະວິດເຊີແລນ, ວັນທີ 11 ກຸມພາ 2020.
ທ່ານໄມໂກລ ເຈ ຣາຍແອນ, ຜູ້ອຳນວຍການບໍລິຫານດ້ານ ສາທາລະນະສຸກໃນພາວະສຸກເສີນຂອງ WHO ເຂົ້າຮ່ວມກອງປະຊຸມ ກ່ຽວກັບ ໄວຣັສໂຄໂຣນາ ສາຍພັນໃໝ່ (2019-nCoV) ໃນນະຄອນ ເຈນີວາ ຂອງສະວິດເຊີແລນ, ວັນທີ 11 ກຸມພາ 2020.

ອົງການອະນາໄມໂລກ ຫຼື WHO ກ່າວວ່າ ຢ່າໃສ່ໜ້າກາກ ເພື່ອປ້ອງກັນ ຈາກໄວຣັສ
ໂຄໂຣນາ.

ທ່ານໄມຄ໌ ຣາຍແອນ ຜູ້ອຳນວຍການບໍລິຫານດ້ານສາທາລະນະສຸກໃນພາວະສຸກເສີນ
ຂອງ WHO ໄດ້ກ່າວໃນວັນຈັນວານນີ້ ວ່າ “ບໍ່ມີຫຼັກຖານສະເພາະເຈາະຈົງໃດໆ ທີ່ສະ
ເໜີແນະວ່າ ການໃສ່ໜ້າກາກໂດຍມະຫາຊົນທັງຫຼາຍນັ້ນ ຈະມີຜົນປະໂຫຍດໃດໆເລີຍ.
ໃນຄວາມເປັນຈິງແລ້ວ ມີຫຼັກຖານບາງຢ່າງ ທີ່ສະເໜີແນະໃນທາງກົງກັນຂ້າມ ດ້ວຍ
ການໃສ່ ໜ້າກາກໃນທາງທີ່ຜິດບໍ່ຖືກຕ້ອງ ຫຼືຂະໜາດຂອງໜ້າກາກບໍ່ພໍດີ.”

ອົງການ WHO ກ່າວວ່າ ພວກຄົນຜູ້ທີ່ຕ້ອງໃສ່ໜ້າກາກເທົ່ານັ້ນ ກໍແມ່ນຈຳພວກຜູ້ທີ່
ປ່ວຍຢູ່ແລ້ວ ແລະຈຳພວກຜູ້ທີ່ເບິ່ງແຍງພວກຄົນປ່ວຍ.

ທ່ານຣາຍແອນ ຍັງໄດ້ອ້າງອີງເຖິງ ການຂາດແຄນໃນອຸປະກອນດ້ານການແພດຕ່າງໆ
ຢູ່ໃນທົ່ວໂລກ ແລະຄວາມສ່ຽງທີ່ກຳລັງປະເຊີນໜ້າ ພວກພະນັກງານຜູ້ຢູ່ແນວໜ້າ ໃນ
ແຕ່ລະວັນ.

ທ່ານຣາຍແອນ ໄດ້ເວົ້າວ່າ “ເມື່ອຄຳນຶງເຖິງພວກເຂົາເຈົ້າ ບໍ່ມີໜ້າກາກໃສ່ ເປັນເລື້ອງ
ທີ່ເປັນຕາຢ້ານ.”

ເຖິງຢ່າງໃດກໍຕາມ ພວກນັກຄົນຄວ້າດ້ານການແພດບາງສ່ວນ ກໍຮັບຮອງໃນການໃຊ້
ໜ້າກາກ ແລະກ່າວວ່າ ໜ້າກາກທີ່ມີປະສິດທິພາບ ສາມາດເຮັດເອົາເອງໄດ້ ສູນຄວບ
ຄຸມແລະປ້ອງກັນພະຍາດຂອງສະຫະລັດ ຫຼື CDC ກ່າວວ່າ ພວກໜ້າກາກນັ້ນ ແມ່ນບໍ່
ມີປະສິດທິພາບທີ່ຈະກອງລະອອງນ້ອຍໆຈາກອາກາດໄດ້ ແລະອາດຈະບໍ່ຊ່ອຍຫຍັງ
ຖ້າຫາກຜູ້ຕິດເຊື້ອໄວຣັສຈາມຫຼືໄອຢູ່ໃກ້ໆ.

ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ໄດ້ລົງຄະແນນສຽງຈາກໄລຍະໄກເປັນ
ຄັ້ງທຳອິດ ໃນວັນຈັນວານນີ້ ແລະໄດ້ຮັບຮອງເອົາ 4 ມະຕິ ທີ່ປະກອບດ້ວຍ ມະຕິນຶ່ງ ທີ່
ຈະສືບຕໍ່ວາງມາດຕະການລົງໂທດແລະດຳເນີນພາລະກິດຕິດ ຕາມເບິ່ງເກົາຫຼີເໜືອ
ແລະ ອີກມະຕິອັນນຶ່ງ ຂະຫຍາຍພາລະກິດຂອງອົງການສະຫະປະຊາຊາດ ຢູ່ໃນ
ໂຊມາເລຍ ອອກໄປຕື່ມອີກ.

ບັນດາສະມາຊິກສະພາຄວາມໝັ້ນຄົງດັ່ງກ່າວ ແລະບັນດາພະນັກງານທັງຫຼາຍ ໄດ້ພາ
ກັນເຮັດວຽກຢູ່ນອກສຳນັກງານ ມາເປັນເວລາ 3 ສັບປະດາແລ້ວ. ແຕ່ບາງຄົນ ກໍຕ້ອງ
ຕິລະບຽບການໃໝ່ດັ່ງກ່າວ ວ່າເປັນການຖືກຈຳກັດແລະສັບສົນ ຫຍຸ້ງຍາກ ແລະບໍ່ສາ
ມາດປ່ຽນແທນການປະຊຸມແລະການອະພິປາຍໄດ້.

ຈຳນວນຕົວເລກຂອງການເສຍຊີວິດຢູ່ໃນສະຫະລັດ ສູງຂຶ້ນເຖິງລະດັບທີ່ເປັນປະຫວັດ
ການ ໃນວັນຈັນວານນີ້ ໂດຍມີ 486 ຄົນແລ້ວ ອີງຕາມງານຊຶ່ງເປັນຈຳນວນທີ່ໃຫຍ່ທີ່ສຸດ
ໃນນຶ່ງວັນ ມາເຖິງປັດຈຸບັນນີ້ ໂດຍເຮັດໃຫ້ຈຳນວນການເສຍຊີວິດທັງໝົດ ໄກ້ເຂົ້າສູ່
3,000 ແລ້ວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG