ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າອົງການອະນາໄມໂລກກ່າວວ່າ ອຸປະ​ສັກ​ຕໍ່​ການ​ບັນ​ລຸເປົ້າໝາຍການສັກ ຢາວັກຊີນຂອງ​ໂລກ ແມ່ນ “ການເມືອງ ແລະ ລາຍໄດ້"


ຫຼອດຢາວັກຊີສຳລັບເດັກນ້ອຍຂອງບໍລິສັດ Pfizer, ເມືອງ ພູ, ປະເທດ ແບລຈຽມ.
ຫຼອດຢາວັກຊີສຳລັບເດັກນ້ອຍຂອງບໍລິສັດ Pfizer, ເມືອງ ພູ, ປະເທດ ແບລຈຽມ.

ອຳນວຍການໃຫຍ່ຂອງອົງການອະນາໄມໂລກໄດ້ກ່າວໃນວັນອາທິດທີ່ຜ່ານມາ ວ່າ ເວັ້ນ​ເສຍ​ແຕ່ວ່າປະເທດຕ່າງໆຈະໃຊ້ເຄື່ອງມືທີ່ມີຢູ່ນີ້ ເຂົ້າໃນການຕໍ່ສູ້ກັບ ໂຣກລະບາດຢ່າງມີປະສິດທິຜົນແລ້ວ, ມັນຈະບໍ່ມີການສິ້ນສຸດລົງໄດ້​ງ່າຍໆ. ທ່ານເທໂດຣສ ໄດ້ກ່າວໃນຄຳປາໄສຢູ່ກອງປະຊຸມສຸດຍອດຂອງອົງ​ການອະນາໄມໂລກ, ເຊິ່ງແມ່ນກອງປະຊຸມໂລກທີ່ຈັດຂຶ້ນໃນປະເທດ ເຢຍຣະມັນ ວ່າ “ໂຣກລະບາດຈະສິ້ນສຸດລົງກໍ​ຕໍ່​ເມື່ອໂລກເລືອກທີ່ຈະເຮັດ​ໃຫ້​ມັນ​ສິ້ນ​ສຸດ​ລົງ.”

ທ່ານ ເທໂດຣສ ໄດ້ກ່າວຕໍ່ບັນດາຜູ້ເຂົ້າຮ່ວມທີ່​ມາຈາກ 100 ປະເທດຜ່ານທາງອອນໄລນ໌ວ່າ “ພວກເຮົາມີເຄື່ອງມືທີ່ເຮົາຕ້ອງການ, ເຄື່ອງມືສາທາລະນະສຸກທີ່ມີປະສິດທິພາບ ແລະ ເຄື່ອງມືການແພດທີ່ມີປະສິດທິພາບ. ແຕ່ໂລກບໍ່ໄດ້ໃຊ້ເຄື່ອງມືທີ່ວ່ານັ້ນດີ.”

ສິ່ງກີດຂວາງຕໍ່ການບັນລຸເປົ້າໝາຍຂອງອົງການອະນາໄມໂລກໃນການສັກຢາໃຫ້ໄດ້ 40 ເປີເຊັນ ແກ່ປະຊາຊົນຂອງທຸກປະເທດ ເພື່ອຕ້ານໄວຣັສໂຄໂຣນາແມ່ນ “ການເມືອງ ແລະ ລາຍໄດ້, ບໍ່ແມ່ນການຜະລິດ,” ອີງຕາມການກ່າວຂອງຫົວໜ້າອົງການອະນາໄມໂລກ.

ທ່ານເທໂດຣສກ່າວອີກວ່າ “ປະເທດທີ່ໄດ້ບັນ​ລຸເຖິງເປົ້າໝາຍ 40 ເປີເຊັນແລ້ວ, ລວມທັງທຸກປະ ເທດ G-20, ຕ້ອງເສຍສະຫຼະຄວາມໄດ້ປຽບຂອງເຂົາເຈົ້າໂດຍເຂົ້າຮ່ວມເພື່ອຈັດສົ່ງຢາວັກຊີນໃຫ້ໂຄງການ COVAX ແລະ ອົງການ ຈັດຫາຢາວັກຊີນອາຟຣິກາ ຫຼື AVAT.

ເຈົ້​າ​ໜ້າ​ທີ່ອົງ​ການ​ອະ​ນາ​ໄມ​ໂລກຍັງ​ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ບໍ​ລິ​ສັດ​ຜະ​ລິດ​ວັກ​ຊີນ “ຈັດ​ບູ​ລິ​ມະ​ສິດ ແລະ​ເຮັດ​ໃຫ້​ໄດ້​ຕາມ​ສັນ​ຍາ​ທີ່​ເຂົາ​ເຈົ້າ​ໄດ້​ເຊັນ​ກັບ​ໂຄງ​ການ​ໂຄ​ແວັກ​ສ໌ ແລະ AVAT ແລະ “ມີຄວາມໂປ່ງໃສ່ຫຼາຍກວ່າເກົ່າຫລາຍກ່ຽວກັບວ່າ ແມ່ນຫຍັງຖືກສົ່ງໄປໃສແດ່.” AVAT ແມ່ນໂຄງ ການລິເລີ່ມຂອງ ອາຟຣິກາ ທີ່ເພັ່ງເລັງໃສ່ການສະໜອງການເຂົ້າຫາຢາວັກຊີນ COVID-19 ໃນທົ່ວທະ​ວີບອາຟຣິກາ.

ທ່ານໄດ້ຮຽກຮ້ອງບັນດາຜູ້ຜະລິດຢາວັກຊີນໃຫ້ “ແບ່ງ​ປັນປ່ຽນຄວາມຮູ້, ເທັກໂນໂລຈີ ແລະ ລາຍເຊັນ ແລະ ຍົກເວັ້ນສິດທິໃນຊັບສິນທາງປັນຍາ.”

ທ່ານ ເທໂດຣສ ໄດ້ກ່າວວ່າ “ພວກເຮົາບໍ່ໄດ້ຂໍເພື່ອການກຸສົນ, ພວກເຮົາຮຽກຮ້ອງສຳລັບການລົງ ທຶນທີ່ມີສາມັນສຳນຶກໃນການປິ່ນປົວທົ່ວໂລກ.”

ລາຍງານໃນໜັງສືພິມ ວໍຊິງຕັນ ໂພສ ກ່າວວ່າ ປະຊາຊົນ ອາເມຣິກັນ ທີ່ອາໄສຢູ່ຕ່າງປະເທດແມ່ນກຳລັງດີ້ນຮົນທີ່ຈະສັກຢາວັກຊີນ COVID, ໃນຂະນະທີ່ເພື່ອນຮ່ວມຊາດ ສະຫະລັດ ຂອງເຂົາເຈົ້າແມ່ນກຳລັງເລີ່ມໄດ້ຮັບຢາວັກຊີນບູສເຕີ ຫຼັງຈາກໄດ້ສັກຢາສອງເຂັມທຳອິດຂອງເຂົາເຈົ້າ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG