ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການອະນາໄມໂລກ ກ່າວວ່າ ປັດຈຸບັນນີ້ ສາຍພັນເດລຕ້າ ກາຍເປັນສາຍພັນທີ່ຄອບງໍາ ໃນທົ່ວໂລກແລ້ວ


ບັນດາພະນັກງານກໍ່ສ້າງ ແລະພວກປະທ້ວງທັງຫລາຍ ຮວມໂຕກັນປະທ້ວງຕໍ່ຕ້ານກົດຂໍ້ບັງຄັບໂຄວິດ-19 ຢູ່ນະຄອນເມລເບີນ ເມື່ອວັນທີ 21 ກັນຍາ, ປີ 2021.
ບັນດາພະນັກງານກໍ່ສ້າງ ແລະພວກປະທ້ວງທັງຫລາຍ ຮວມໂຕກັນປະທ້ວງຕໍ່ຕ້ານກົດຂໍ້ບັງຄັບໂຄວິດ-19 ຢູ່ນະຄອນເມລເບີນ ເມື່ອວັນທີ 21 ກັນຍາ, ປີ 2021.

ໄວຣັສໂຄໂຣນາ ສາຍພັນໃໝ່ເດລຕ້າ ໄດ້ແຊງໜ້າຄວາມກັງວົນຂອງສາຍພັນອື່ນໆທັງໝົດ ອີງຕາມການກ່າວຂອງອົງການອະນາໄມໂລກ ໃນມື້ວັນອັງຄານວານນີ້.

“ໜ້ອຍກວ່າ 1 ເປີເຊັນ ຂອງສາຍພັນ ອາລຟາ, ເບຕາ ແລະກາມມາ ທີ່ໝູນ ວຽນຢູ່ໃນປັດຈຸບັນ. ເດລຕ້າແມ່ນເດັ່ນແທ້ໆຢູ່ໃນທົ່ວໂລກ,” ທ່ານນາງມາເຣຍ ແວນ ເກີໂຄບວ໌ (Maria Van Kerkhove), ຫົວໜ້າຝ່າຍເທັກນິກ ດ້ານໂຄວິດ-19 ແຫ່ງອົງການອະນາໄມໂລກກ່າວ.

ອີງຕາມການລາຍງານຂອງທ່ານນາງແວນ ເກີໂຄບວ໌, ສາຍພັນໃໝ່ເດລຕ້າແມ່ນສາມາດຕິດຕໍ່ໄດ້ສູງ ມັນໄດ້ເຂົ້າມາແທນສາຍພັນອື່ນໆໃນທົ່ວໂລກແລ້ວ.

ຜູ້ຄົນຫລາຍຮ້ອຍຄົນລວມກຸ່ມພາກັນປະທ້ວງໃນມື້ວັນອັງຄານວານນີ້ ຢູ່ໃນເມືອງໃຫຍ່ອັນດັບສອງຂອງອອສເຕຣເລຍ ເພື່ອປະທ້ວງຕໍ່ຕ້ານຂໍ້ຈໍາກັດຕ່າງໆກ່ຽວກັບໄວຣັສໂຄໂຣນາທີ່ລັດຖະບານກໍາໜົດໃນອຸດສາຫະກໍາການກໍ່ສ້າງນັ້ນ.

ເຈົ້າໜ້າທີ່ໄດ້ປະກາດວ່າ ສະຖານທີ່ກໍ່ສ້າງຢູ່ໃນນະຄອນເມລເບີນຈະຕ້ອງປິດເປັນເວລາສອງອາທິດ ທ່າມກາງຄວາມກັງວົນວ່າການເຄື່ອນໄຫວໄປມາຂອງພະນັກງານເຫລົ່ານັ້ນ ໄດ້ມີສ່ວນເຮັດໃຫ້ເກີດການແຜ່ລະບາດຂອງໂຄວິດ-19.

ບັນດາພະນັກງານກໍ່ສ້າງຍັງຖືກກໍາໜົດໃຫ້ຕ້ອງໄດ້ຮັບການສັກຢາວັກຊີນໄວຣັສໂຄໂຣນາຢ່າງໜ້ອຍ 1 ເຂັມ ກ່ອນໄດ້ຮັບອະນຸຍາດໃຫ້ກັບຄືນໄປເຮັດວຽກ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG