ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງການອະນາໄມໂລກ ກ່າວວ່າ ລາຕິນອາເມຣິກາ ເປັນຈຸດສູນກາງແຫ່ງໃໝ່ ໃນການລະບາດ ຂອງໂຄວິດ-19


ບັນດາພະນັກງານສຸກເສີນ ຫາມເປນອນຂອງທ້າວໂຮເຊ ໂຣຈາ ຜູ້ທີ່ຫາຍໃຈຍາກຢູ່ໂຮງໝໍ ມານາກາປູຣູ ປະເທດບຣາຊິລ.
ບັນດາພະນັກງານສຸກເສີນ ຫາມເປນອນຂອງທ້າວໂຮເຊ ໂຣຈາ ຜູ້ທີ່ຫາຍໃຈຍາກຢູ່ໂຮງໝໍ ມານາກາປູຣູ ປະເທດບຣາຊິລ.

ລາຕິນອາເມຣິກາພວມເປັນຈຸດສູນກາງແຫ່ງໃໝ່ໃນການລະບາດຂອງໄວຣັສໂຄໂຣນາ
ທີ່ອົງການອະນາໄມໂລກ ຫຼື WHO ໄດ້ປະກາດໃນວັນຈັນວານນີ້ ໃນ ຂະນະອັດຕາ
ການເສຍຊີວິດປະຈຳວັນ ຢູ່ໃນຂົງເຂດດັ່ງກ່າວ ໄດ້ເພີ້ມຂຶ້ນກາຍ ສະຫະລັດ ຫຼືວ່າຢູໂຣບ.
ອົງການອະນາໄມໂລກກ່າວໃນວັນຈັນວານນີ້ວ່າ ມີກໍລະນີໂຄວິດ-19 ທັງໝົດເກືອບ
938,000 ກໍລະນີ ຢູ່ທົ່ວລາຕິນອາເມຣິກາແລະທະເລຄາຣິບຽນ ແລະ ເກືອບ 50,000
ຄົນ ໄດ້ເສຍຊີວີດໃນແຕ່ລະມື້. ບຣາຊິລ ຊີເລ ແລະເອກົວດໍ ນໍາໜ້າໝູ່ ໃນເຂ ອາເມຣິ
ກາກາງ ແລະອາເມຣິກາໃຕ້ ທີ່ມີກໍລະນີຕິດເຊື້ອສູງທີ່ສຸດ.

ອີງຕາມລາຍງານຂອງລັດຖະບານ ຢູ່ໃນສະຫະລັດ ໂຄວິດ-19 ໄດ້ເຮັດໃຫ້ມີຜູ້ ເສຍຊີ
ວິດຢູ່ເຮືອນດູແລຄົນຊະຣາປະມານ 26,000 ຄົນຊຶ່ງປະກອບເປັນເກືອບ ນຶ່ງສ່ວນສີ່
ຂອງການຕາຍທັງໝົດຢູ່ໃນສະຫະລັດຍ້ອນພະຍາດດັ່ງກ່າວ.

ພະນັກ ງານປະມານ 450 ຄົນ ກໍໄດ້ເສຍຊີວິດຍ້ອນໂຄວິດ-19.

ຜູ້ອຳນວຍການອົງການປ້ອງກັນແລະຄວບຄຸມພະຍາດ ຫຼື CDC ທ່ານໂຣເບີດ ເຣດຟຽວ
ແລະທ່ານນາງຊີມາ ເວີມາ ຫົວໜ້າອົງການບໍລິການ Medicare ແລະ Medicaid ໄດ້
ກ່າວຢູ່ໃນໜັງສື ທີ່ສົ່ງໄປຫາບັນດາຜູ້ປົກຄອງລັດຕ່າງໆ ໂດຍກ່າວວ່າ “ຂໍ້ມູນນີ້ ແລະ
ເລື້ອງຕ່າງໆທີ່ມີລາຍງານຈາກທົ່ວປະເທດສະແດງ ໃຫ້ເຫັນວ່າ ເຮືອນດູແລຄົນຊະຣາ
ແມ່ນໄດ້ຮັບຄວາມເສຍຫາຍຮ້າຍແຮງ ຍ້ອນເຊື້ອໄວຣັສນີ້.”

ໂດຍສະເພາະ ໂຄວິດ-19 ແມ່ນເປັນໄພຮ້າຍແຮງຕໍ່ບັນດາຄົນຊະຣາ ຊຶ່ງຫຼາຍ ຄົນແມ່ນ
ມີບັນຫາສຸຂະພາບຢູ່ແລ້ວ. ບັນດາຜູ້ຊ່ຽວຊານບາງທ່ານ ກ່າວວ່າ ຈຳ ນວນຂອງກໍລະນີ
ໂຄວິດ-19 ຢູ່ບ້ານດູແລຄົນຊະຣາອາດຈະບໍ່ໄດ້ນັບ ເພາະວ່າ ການຕາຍອາດເກີດມາ
ຈາກສາເຫດອື່ນໆ.

ພວກເຈົ້າໜ້າທີ່ລັດຖະບານກາງສະເໜີໃຫ້ມີການກວດເທື່ອນຶ່ງ ສຳລັບບັນດາຜູ້ ທີ່ຢູ່
ເຮືອນດູແລຄົນຊະຣາທັງໝົດ ແລະບັນດາພະນັກງານ ແລະຕິດຕາມກວດ ອາທິດນຶ່ງ
ເທື່ອນຶ່ງ. ທ່ານນາງເວີມາ ຍັງກ່າວວ່າ ບັນດາສະຖານທີ່ດູແລຄົນຊະ ຣາ “ຕ້ອງລະມັດ
ລະວັງທີ່ສຸດ” ກ່ອນຕັດສິນໃຈວ່າ ຈະເປີດປະຕູເຂົາເຈົ້າ ໃຫ້ ຄົນເຂົ້າໄປຢ້ຽມຢາມໄດ້
ຫຼືບໍ່.

ທ່ານນາງຍັງກ່າວອີກວ່າ ຫ້ອງການຂອງທ່ານນາງຍັງເພີ້ມການປັບໃໝຕໍ່ບັນດາເຮືອນ
ດູແລຄົນຊະຣາ ທີ່ບໍ່ໄດ້ເອົາມາດຕະການປ້ອງກັນ ທີ່ເໝາະສົມເພື່ອປ້ອງ ກັນການ
ຕິດພະຍາດ.

ຢູ່ໃນສາທາລະນະລັດປະຊາທິປະໄຕຄອງໂກ ພວກເຈົ້າໜ້າທີ່ໄດ້ປະກາດການກ່ຽວ
ກັບການລະບາດຄັ້ງໃໝ່ ຂອງໄວຣັສອີໂບລາທີ່ຮ້າຍແຮງ ໃນວັນດຽວກັນທີ່ ເຂົາເຈົ້າ
ໄດ້ປະກາດວ່າ ປະເທດມີກໍລະນີໂຄວິດ-19 ທັງໝົດ 3,200 ກໍລະນີ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG