ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອົງ​ການ​ອະ​ນາ​ໄມ​ໂລກ ຈະ​ຕັດ​ສິນ​ໃຈ ​ປະ​ກາດ ການ​ລະ​ບາດ ຂອງ​ໄວ​ຣັ​ສ​ໂຄ​ໂຣ​ນາ ເປັນ​ເຫດ​ສຸກ​ເສີນ ທາງ​ດ້ານສາ​ທາ​ລະ​ນະ​ສຸກ ຂອງ​ໂລກ​ຫຼື​ບໍ່


ຄະ​ນະ​ກຳ​ມະ​ການ​ບ້ານ​ຄົນຶ່ງ ຢຸດ​ລົດ ເພື່ອກວດ ທີ່​ທາງ​ເຂົ້າ​ບ້ານ​​ທິນ​ຈຽງ ທີ່​ພວມ​ຕໍ່​ສູ້​ກັບ​ເຊື້ອ​ໄວ​ຣັ​ສ ໃກ້ໆ​ກັບ​ປັກ​ກິ່ງ ເມື່ອ​ວັນ​ທີ 29 ມັງ​ກອນ, 2020.
ຄະ​ນະ​ກຳ​ມະ​ການ​ບ້ານ​ຄົນຶ່ງ ຢຸດ​ລົດ ເພື່ອກວດ ທີ່​ທາງ​ເຂົ້າ​ບ້ານ​​ທິນ​ຈຽງ ທີ່​ພວມ​ຕໍ່​ສູ້​ກັບ​ເຊື້ອ​ໄວ​ຣັ​ສ ໃກ້ໆ​ກັບ​ປັກ​ກິ່ງ ເມື່ອ​ວັນ​ທີ 29 ມັງ​ກອນ, 2020.

ຫົວ​ໜ້າ​ອົງ​ການ​ອະ​ນາ​ໄມ​ໂລກ​ກ່າວ​ວ່າ ຕົນ​ຈະ​ຕັດ​ສິນ​ໃຈ​ ໃນ​ວັນ​ພະ​ຫັດ​ມື້ນີ້​ວ່າ​ຈະ​ປະ​ກາດ ໃຫ້​ການ​ລະ​ບາດ​ຂອງ​ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ແລ້ວ 170 ຄົນ​ນັ້ນ ເປັນ​ເຫດ​ສຸກ​ເສີນ​ທາງ​ດ້ານ​ສາ​ທາ​ລະ​ນະ​ສຸກ​ຫຼື​ບໍ່.

ອົງ​ການ​ອະ​ນາ​ໄມ​ໂລກ ກ່າວ​ໃນ​ອາ​ທິດ​ແລ້ວນີ້​ວ່າ ການ​ລະ​ບາດ​ດັ່ງ​ກ່າວຍັງ​ບໍ່​ມີຄວາມ​ຮ້າຍ​ແຮງ​ເຖິງ​ຂັ້ນ​ທີ່​ຈະ​ທຳ​ການ​ປະ​ກາດ ແຕ່ນັ້ນ​ແມ່ນ​ກ່ອນ​ທີ່​ຈຳ​ນວນ​ກໍ​ລະນີຕິດ​ເຊື້ອ​ທີ່​ໄດ້​ຮັບ​ການ​ຢືນ​ຢັນ​ເພີ້ມ​ຂຶ້ນເປັນ 7,711 ກໍ​ລະ​ນີ ຮວມ​ທັງ 1,700 ກໍ​ລະ​ນີ​ໃໝ່ ໃນ​ວັນ​ພຸດ​ວານ​ນີ້.

ດ​ຣ. ທ​ຣີ​ໂດ​ສ ອາ​ດາ​ນອມ ເກ​ເບ​ຣ​ເຢ​ຊຸ​ສ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ທີ່​ສຳ​ນັກ​ງານ​ໃຫຍ່​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ ທີ່​ນະ​ຄອນ​ເຈ​ນີ​ວາ ໃນ​ວັນ​ພຸດ​ວານນີ້​ ນຶ່ງມື້ຫຼັງ​ຈາກ​ທ່ານ​ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ນະ​ຄອນ​ຫຼວງ​ປັກ​ກິ່ງໂດຍ​ເວົ້າ​ວ່າ “ການເພີ້ມ​ຂຶ້ນ​ຂອງ​ກໍ​ລະ​ນີ​ຕິດ​ເຊື້ອ ແລະ​ຫຼັກ​ຖານ​ໃນ​ການ​ຕິດ​ຕໍ່​ແຕ່​ມະ​ນຸດ​ຫາ​ມະ​ນຸດຢູ່ນອກ​ປະ​ເທດ​ຈີນ ແນ່ນອນ ແມ່ນ​ສ້າງ​ຄວາມ​ເປັນ​ຫ່ວງ​ຢ່າງ​ເລິກ​ເຊິ່ງ. ເຖິງ​ແມ່ນ​ຈຳ​ນວນ​ຜູ້​ຕິດ​ເຊື້ອ​ຢູ່ນອກ​ປະ​ເທດ​ຈີນຍັງ​ຂ້ອນ​ຂ້າງ​ບໍ່​ຫຼາຍປານ​ໃດ ແຕ່​ກໍ​ມີ​ໂອ​ກາດທີ່​ລະ​ບາດ​ຂະ​ໜາດ​ໃຫຍ່​ໄດ້.”

ຫຼາຍ​ປະ​ເທດ​ໄດ້​ຍົກ​ຍ້າຍ​ປະ​ຊາ​ຊົນ​ຂອງ​ຕົນ​ອອກ​ຈາກ​ເມືອງວູ​ຮານ ຊຶ່ງ​ເປັນ​ຫົວ​ເມືອງ​ທີ່​ເປັນ​ຈຸດ​ສູນ​ກາງ​ໃນ​ການ​ລະ​ບາດ. ສາຍ​ການ​ບິນ​ນາໆ​ຊາດ​ໄດ້​ໂຈະ​ຖ້ຽວບິນ​ໂດຍ​ກົງ​ໄປ​ຍັງ​ປະ​ເທດ​ຈີນ.

ທ່ານທ​ຣີ​ໂດ​ສ ກ່າວ​ວ່າ 99 ​ເປີ​ເຊັນຂອງ​ກໍ​ລະ​ນີ​ຕິດ​ເຊື້ອ​ທີ່​ໄດ້​ຮັບ​ການ​ຢືນ​ຢັນ​ແມ່ນ​ຢູ່​ໃນ​ປະ​ເທດ​ຈີນ. ອີກ 15 ປະ​ເທດ ​ໃຫ້​ການ​ຢືນ​ຢັນ​ຕໍ່ອີກ 68 ກໍ​ລະ​ນີ. ທັງ​ໝົດໃນ​ຈຳນວນ​ຜູ້​ເສຍ​ຊີ​ວິດ 170 ຄົນ​ ຍົກ​ເວັ້ນ​ຜູ້​ດຽວ ແມ່ນ​ເສຍ​ຊີ​ວິດ​ຢູ່​ເມືອງວູ​ຮານ ແລະ​ໃນ​ແຂວງ​ເຮ​ເບ.

ເວ​ລາ​ນີ້ ຈຳ​ນວນ​ຜູ້​ຕິດ​ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາ ແມ່ນ​ກາຍ​ຈຳ​ນວນ​ຜູ້​ຕິດ​ໂຣກ​ຊາ​ຣ​ສ ໃນ​ປີ 2002 ຫາ 2003 ທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 800 ຄົນ​ຢູ່​ໃນ​ທົ່ວ​ໂລກ. ທ່ານ ທ​ຣີ​ໂດ​ສໄດ້​ກ່າວ​ຍົກ​ຍ້ອງ​ປັກ​ກິ່ງ ໃນ​ການ​ຮັບ​ມື​ກັບ​ການ​ລະ​ບາດ​ດັ່ງ​ກ່າວ.

ທ່ານທ​ຣີ​ໂດ​ສ ກ່າວ​ວ່າ “ຄວາມ​ພະ​ຍາ​ຍາມ​ຂອງ​ຈີນ​ທີ່​ຈະ​ຄວບ​ຄຸມ​ການ​ລະ​ບາດ​ຢູ່​ທີ່​ຈຸດ​ສູນ​ກາງນັ້ນ​ແມ່ນ​ມີ​ຄວາມ​ຈຳ​ເປັນ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ມີ​ການ​ແຜ່​ລະ​ບາດຂອງ​ເຊື້ອ​ໄວ​ຣັ​ສ​ອອກ​ໄປ​ຕື່ມ​ອີກ. ຈີນ​ໄດ້​ລະບຸ​ເຊື້ອ​ໂຣກ​ດັ່ງ​ກ່າວ​ໃນ​ເວ​ລາ​ທີ່​ຂ້ອນຂ້າງ​ໄວ ແລະ​ແບ່ງ​ປັນ​ໃຫ້​ປະ​ເທດ​ອື່ນໆ​ຮູ້​ໃນ​ທັນ​ທີ ຊຶ່ງ​ນຳ​ໄປ​ສູ່​ການ​ເຄື່ອນ​ໄຫວຢ່າງວ່ອງ​ໄວ​ໃນ​ການ​ໃຊ້​ເຄື່ອງ​ມື​ສຳ​ລັບ​ການ​ວິ​ນິດ​ໄສ​ໂຣກ.”

ມີ​ການ​ລາຍ​ງານ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ຊາບ ກ່ຽວ​ກັບ
ການ​ລະ​ບາດ​ດັ່ງ​ກ່າວໃນ​ອັນ​ທີ່​ທ່ານ​ເອີ້ນ​ວ່າ “ພະ​ແນກ​ການ​ທີ່​ຍິ່ງ​ໃຫຍ່” ເຮັດ​ວຽກ
ກັບ​ຈີນ.

ອ່​ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG