ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

WHO ກ່າວວ່າ ສະຖານະການອີໂບລາ ຮ້າຍແຮງຂຶ້ນນັບມື້ ໃນອາຟຣິກາຕາເວັນຕົກ


Obama Reassures Americans as Ebola Fears Grow
please wait

No media source currently available

0:00 0:02:27 0:00

ອົງການ​ອານາ​ໄມ​ໂລກ ຫຼື WHO ກ່າວໃນວັນພຸດວານນີ້ວ່າ
ສະຖານະການຢູ່​ທີ່​ຈຸດ​ສູນ ກາງຂອງ​ການແຜ່ລະບາດຂອງ
ອີໂບລາ ໃນອາຟຣິກາຕາເວັນຕົກ ກຳລັງ​ຮ້າຍ​ແຮງຂຶ້ນນັບ​ມື້.

ອົງການ WHO ເອີ້ນການຕິດ​ແປດຂອງ​ເຊື້ອໂຣກທີ່ຮ້າຍແຮງ
ເຖິງຕາຍດັ່ງກ່າວນີ້ ຢູ່ໃນຂົງເຂດວ່າ “​ແຜ່​ກວ້າງແລະ​ຕໍ່​ເນື່ອງ​
ຢ່າງ​ບໍ່​ຢຸດ​ຢັ້ງ”
.

WHO ໄດ້ກ່າວ​ຢ່າງ​ເຈາະ​ຈົງ ​ໃສ່​ການ​ແຜ່​ລະບາດ​ໄປ​ທົ່ວ
ຂອງເຊື້ອອີໂບລາ ​ໃນປະ​ເທດ Sierra Leone ບ່ອນທີ່ມີ​
ລາຍ​ງານ​ກ່ຽວ​ກັບ ກໍລະນີຕິດ​ເຊື້ອໃໝ່​ເຖິງ 425 ລາຍ​ໃນ​
ໄລຍະ 10 ມື້ຫຼັງສຸດນີ້ ແລະ​ໃຫ້​ຂໍ້​ສັງ​ເກດວ່າ ປະເທດເພື່ອນບ້ານ ກີ​ນີ ກໍ​ໄດ້ເຫັນການ
ເພີ້ມທະວີຂຶ້ນຢ່າງໄວ​ເຊັ່ນ​ກັນ ​ໃນການແຜ່ລະບາດຂອງເຊື້ອໂຣກນີ້.

​ແນວ​ໃດ​ກໍ​ຕາມ ບາດກ້າວໃນທາງບວກ​ໃນການຕໍ່ສູ້ກັບໄວຣັສນີ້ ອາດມີຂຶ້ນພາຍໃນອາທິດ
ໜ້ານີ້ກໍ​ເປັນ​ໄດ້ ຄືອົງການ​ອານາ​ໄມ​ໂລກ ຈະປະກາດໃຫ້ Nigeria ແລະ Senegal ເປັນ
ເຂດປອດອີໂບລາ ຖ້າຫາກວ່າສອງ​ປະ​ເທດອາຟຣິກາຕາເວັນຕົກດັ່ງກ່າວ ​ໄດ້​ຂ້າມຜ່ານ​
ໄລຍະ​ເວລາ 42 ມື້ ໂດຍປາດສະຈາກ ກໍລະນີຕິດ​ເຊື້ອໃໝ່ເກີດຂຶ້ນ.

ເກືອບ 4 ພັນ 500 ຄົນ ໄດ້ເສຍຊີວິດຍ້ອນອີໂບລານີ້ ນັບຕັ້ງແຕ່ການແຜ່ລະບາດ ​ໄດ້ເລີ້ມ
ຂຶ້ນ ໃນທ້າຍປີກາຍນີ້. ໄວຣັສນີ້ພາໃຫ້ມີອາການຄີງຮ້ອນ ​ເປັນ​ໄຂ້ ເລືອດອອກ ອາຈຽນ ແລະທ້ອງສຸ ແລະແປດຕິດກັນ ຜ່ານ​ການ​ສຳ​ພັດ​ຫລື​ແຕະຕ້ອງຂອງແຫຼວ ຈາກຮ່າງກາຍ
ຂອງ​ຄົນ​ປ່ວຍ.

ໃນສະຫະລັດ, ປະທານາທິບໍດີ ທ່ານບາຣັກ ໂອບາມາ ໄດ້ຍົກເລີກແຜນການ​ເດີ​ນທາງ ຂອງທ່ານ ໃນວັນພຸດວານນີ້ ເພື່ອປະຊຸມສຸກເສີນກັບ​ຄະນະ​ລັດຖະບານ ຫຼັງຈາກທີ່ໄດ້ ຮັບຂ່າວວ່າ ຜູ້ຕິດ​ແປດ​ເຊື້ອ​ອີ​ໂບລາ​ຄົນທີ 2 ຊຶ່ງເປັນພະນັກງານການແພດນັ້ນ ໄດ້​ເດີນ
ທາງ​ໄປ​ນຳເຮືອບິນໂດຍສານ ​ໃນມື້ກ່ອນທີ່ນາງສະ​ແດງອາການຂອງໂຣກນີ້.

XS
SM
MD
LG