ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຸຂະພາບດີ ມີພະລັງອຳນາດ ທີ່ຈະປ່ຽນແປງ ຊີວິດການເປັນຢູ່ ໃຫ້ດີຂຶ້ນໄດ້


ທ່ານ ເທດໂດຣສ ອາດາໂນມ ເກບຣີຢີຊັສ (Tedros Adhanom Ghebreyesus), ຜູ້ອຳນວຍການໃຫຍ່ ຂອງອົງການອະນາໄມໂລກ ຫຼື WHO, ເຂົ້າຮ່ວມ ໃນ
ກອງປະຊຸມແຈ້ງໃຫ້ຊາບ ຄະນະຜູ້ແທນ ອົງການອະນາໄມໂລກ ກ່ຽວກັບ ການຮັບມືກັບ ການລະບາດ ຂອງເຊື້ອໄວຣັຊ ອີໂບລາ ໃນປະເທດ ສາທາລະນະລັດ ປະຊາທິປະໄຕ ຄອງໂກ ຢູ່ທີ່ອົງການສະຫະປະຊາຊາດ ໃນນະຄອນ ເຈນີວາ ຂອງສະວິດເຊີແລນ, ວັນທີ 23 ພຶດສະພາ 2018.
ທ່ານ ເທດໂດຣສ ອາດາໂນມ ເກບຣີຢີຊັສ (Tedros Adhanom Ghebreyesus), ຜູ້ອຳນວຍການໃຫຍ່ ຂອງອົງການອະນາໄມໂລກ ຫຼື WHO, ເຂົ້າຮ່ວມ ໃນ ກອງປະຊຸມແຈ້ງໃຫ້ຊາບ ຄະນະຜູ້ແທນ ອົງການອະນາໄມໂລກ ກ່ຽວກັບ ການຮັບມືກັບ ການລະບາດ ຂອງເຊື້ອໄວຣັຊ ອີໂບລາ ໃນປະເທດ ສາທາລະນະລັດ ປະຊາທິປະໄຕ ຄອງໂກ ຢູ່ທີ່ອົງການສະຫະປະຊາຊາດ ໃນນະຄອນ ເຈນີວາ ຂອງສະວິດເຊີແລນ, ວັນທີ 23 ພຶດສະພາ 2018.

ກອງປະຊຸມປະຈຳປີຂອງອົງການອະນາໄມໂລກ ຫຼື WHO ໄດ້ສິ້ນສຸດລົງ ດ້ວຍຄວາມ
ເຫັນທີ່ດີ ໂດຍຜູ້ອຳນວຍການທົ່ວໄປ ທີ່ໄດ້ຊົມເຊີຍ ບັນດາຜູ້ແທນທັງຫຼາຍ ທີ່ໄດ້ໃຫ້ຄຳ
ໝັ້ນໝາຍແກ່ທ່ານ ວ່າ ຈະປະຕິບັດໂຄງການ ທີ່ຈະປະຕິຮູບ ແລະລິເລີ້ມສິ່ງຕ່າງໆ ທີ່ຈະ
ປັບປຸງສຸຂະພາບອະນາໄມຂອງທົ່ວໂລກ ດັ່ງທີ່ ລີຊາ ສໄລນ໌ ໄດ້ລາຍງານມາໃຫ້ ວີໂອເອ
ຊາບ ຈາກກອງປະຊຸມຫຼວງຂອງໂລກ ທີ່ນະຄອນ ເຈນິວາ ນັ້ນ.

ທ່ານ ເທດໂດຣສ ອາດາໂນມ ເກບຣີຢີຊັສ (Adhanom Ghebreyesus) ຫົວໜ້າ
WHO ໄດ້ມ້ວນທ້າຍ ກອງປະຊຸມຫຼວງຂອງໂລກ ເທື່ອທຳອິດຂອງທ່ານ ໂດຍການສະ
ແດງ ຄວາມຮູ້ບຸນຄຸນ ຕໍ່ທ່ານນາງ ມາຣກາເຣັດ ຊັນ ຜູ້ທີ່ທ່ານໄດ້ຂຶ້ນມາແທນນັ້ນ. ທ່ານ
ກ່າວວ່າ ການປະຕິຮູບທັງຫຼາຍໄດ້ມີຂຶ້ນພາຍໃຕ້ການນຳພາຂອງທ່ານນາງ ທີ່ໄດ້ເຮັດໃຫ້
ອົງການອະນາໄມໂລກ ຕອບສະໜອງໄດ້ດີກວ່າເກົ່າ ທັງສາມາດຮັບມືກັບບັນຫາສຸກເສີນ
ໄດ້ດີກວ່າ ຊຶ່ງປັດຈຸບັນຈຶ່ງມີຜົນກຸ້ມຄ່າ.

ທ່ານກ່າວວ່າ ໂຣກລະບາດຂອງ ອີໂບລາໃນປັດຈຸບັນ ທີ່ສາທາລະນະລັດປະຊາທິປະໄຕ
ຄົງໂກ ໄດ້ສະແດງໃຫ້ເຫັນຕົວຈິງຂອງຄຳເວົ້າດັ່ງກ່າວ ... ແລະຂໍໃຫ້ຂ້າພະເຈົ້າ ໃຫ້ຄວາມ
ໝັ້ນໃຈແກ່ພວກທ່ານ ວ່າ ຂ້າພະເຈົ້າມີພັນທະໃນດ້ານສ່ວນຕົວ ເພື່ອໃຫ້ຄວາມໝັ້ນໃຈ
ແກ່ພວກທ່ານ ວ່າ ພວກເຮົາຈະກະທຳທຸກສິ່ງທຸກຢ່າງ ທີ່ສາມາດກະທຳໄດ້ ເພື່ອຢຸດຢັ້ງ
ໂຣກລະບາດດັ່ງກ່າວ ໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້. ແລະແນ່ນອນວ່າ ຄວາມໝາຍໝັ້ນ
ຂອງລັດຖະບານ ແລະຂອງການນຳພາທັງຫຼາຍ ແມ່ນເປັນຈຸດໃຈກາງ ຊຶ່ງພວກເຮົາມີ
ຄວາມປະທັບໃຈແທ້ໆ.

ກອງປະຊຸມຫຼວງ ຂອງອົງການອະນາໄມໂລກ ຊຶ່ງເປັນອົງການຕັດສີນຊີ້ຂາດ ດ້ານ
ສຸຂະພາບຂອງ WHO ໄດ້ຜ່ານຂໍ້ແກ້ໄຂຕ່າງໆຫຼາຍເລື້ອງ ໂດຍມີເປົ້າໝາຍວ່າ ຈະ
ປັບປຸງສຸຂະພາບຂອງໂລກ. ບາງອັນແມ່ນຮັບມືກັບໂຣກພະຍາດຕ່າງໆ ທີ່ລະບາດ
ໄປທົ່ວມະນຸດຊາດມາແລ້ວ ເປັນຫຼາຍສັດຕະວັດ ຊຶ່ງບາງຢ່າງກໍແມ່ນພວມໂຜ່ໂຕຂຶ້ນ
ມາໃໝ່ໆ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG