ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວ​ໜ້າ​ອົງ​ການ​ອະ​ນາ​ໄມ​ໂລກ ເອີ້ນ​ ກາ​ຊາ ວ່າ​ "ເຂດມໍ​ລະ​ນະ"


ລົດ​ຖັງ​ ອິ​ສ​ຣາ​ແອ​ລ ຍິງ​ປືນ​ເຂົ້າ​ໃສ່​ເຂດ ກາ​ຊາ ຈາກ ອິ​ສ​ຣາ​ແອ​ລ, ທ່າມ​ກາງ​ຄວາມ​ຂັດ​ແຍ້ງ​ລະ​ຫວ່າງ ອິ​ສ​ຣາ​ແອ​ລ ແລະ ກຸ່ມ​ຫົວ​ຮຸນ​ແຮງ ຮາ​ມາ​ສ, 21, ກຸມ​ພາ 2024.
ລົດ​ຖັງ​ ອິ​ສ​ຣາ​ແອ​ລ ຍິງ​ປືນ​ເຂົ້າ​ໃສ່​ເຂດ ກາ​ຊາ ຈາກ ອິ​ສ​ຣາ​ແອ​ລ, ທ່າມ​ກາງ​ຄວາມ​ຂັດ​ແຍ້ງ​ລະ​ຫວ່າງ ອິ​ສ​ຣາ​ແອ​ລ ແລະ ກຸ່ມ​ຫົວ​ຮຸນ​ແຮງ ຮາ​ມາ​ສ, 21, ກຸມ​ພາ 2024.

ກອງ​ທັບ ອິ​ສ​ຣາ​ແອ​ລ ໄດ້​ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ​ເຂົາ​ເຈົ້າ​ໄດ້​ດຳ​ເນີນ​ການ​ໂຈມ​ຕີ​ທ​າງ​ອາ​ກາດ​ໃນ​ພາກ​ເໜືອ ແລະ ພາກ​ໃຕ້​ຂອງ​ເຂດ ກາ​ຊາ, ໃນ​ຂະ​ນະ​ທີ່​ຫົວ​ໜ້າ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ ​ໄດ້​ກ່າວ​ວ່າ ​ດິນ​ແດນ​ທີ່​ຖືກ​ປິດ​ລ້ອມ​ດັ່ງ​ກ່າວ​ໄດ້​ກາຍ​ເປັນ “ເຂດມໍ​ລະ​ນະ” ແລ້ວ.

ສື່ມວ​ນ​ຊົນ ອິ​ສ​ຣາ​ແອ​ລ ໄດ້​ລາຍ​ງານ​ວ່າ ກອງ​ກຳ​ລັງ​ປ້ອງ​ກັນ​ປະ​ເທດ ອິ​ສ​ຣາ​ແອ​ລ ໄດ້​ປະ​ກາດ​ການ​ເສຍ​ຊີ​ວິດ​ຂອງ​ທະ​ຫານ​ຄົນ​ນຶ່ງ​ເມື່ອ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ ໃນ​ການ​ຕໍ່​ສູ້​ຢ່າງ​ໜັກ​ໃນ​ພາກ​ເໜືອ​ຂອງ ກາ​ຊາ, ເຮັດ​ໃຫ້​ຕົວ​ເລກ​ຂອງ​ທະ​ຫານ​ທີ່​ເສຍ​ຊີ​ວິດ​ໃນ​ການ​ໂຈມ​ຕີ​ກຸ່ມ​ຮາ​ມາ​ສ​ເປັນ 237 ຄົນ.

ກອງ​ກຳ​ລັງ​ປ້ອງ​ກັນ​ອິ​ສ​ຣາ​ແອ​ລ ໄດ້​ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ດຳ​ເນີນ​ການ​ໂຈມ​ຕີ​ຕໍ່​ເປົ້າ​ໝາຍ ຮາ​ມາ​ສ ຕ່າງໆ​ໃນ​ໝູ່​ບ້ານ ເຊ​ຕຸນ ຂອງ​ເມືອງ ກາ​ຊາ, ລວມ​ທັງ​ຄັງ​ອາ​ວຸດ ແລະ ອຸ​ໂມງ. ໃນ​ພາກ​ໃຕ້, ເຂົາ​ເຈົ້າ​ໄດ້​ລາຍ​ງານ​ກາ​ນ​ສັງ​ຫານ​ພວກ​ຫົວ​ຮຸນ​ແຮງຫຼາຍ​ສິບ​ຄົນ, ລວມ​ທັງ​ໃນ​ເຂດ ຄານ ຢູ​ນິ​ສ.

ອົງ​ການ​ຊ່ວຍ​ເຫຼືອ​ດ້ານ​ການ​ແພດ Medcins Sans Frontieres ໄດ້​ກ່າວ​ວ່າ​ກອງ​ກຳ​ລັງ ອິ​ສ​ຣາ​ແອ​ລ ໄດ້​ດຳ​ເນີນ​ການ​ປະ​ຕິ​ບັດ​ການ​ເມື່ອ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ​ໃນ​ເມືອງ ອາ​ລ ມາ​ວາ​ຊີ, ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ເມືອງ ຄານ ຢູ​ນິ​ສ, ບ່ອນ​ທີ່​ສະ​ຖານ​ທີ່​ລີ້​ໄພ ​ສຳ​ລັບ​ພະ​ນັກ​ງານ​ອົງ​ການ Medcins Sans Frontieres ແລະ ຄອບ​ຄົ​ວ​ຂອງ​ເຂົາ​ເຈົ້າ​ຖືກ​ລະ​ດົມ​ຍິງ.

ອົງ​ການ​ດັ່ງ​ກ່າວ​ໄດ້​ເວົ້າ​ວ່າ​ສະ​ມາ​ຊິກ​ຄອບ​ຄົວ​ຢ່າງ​ໜ້ອຍ​ສອງ​ຄົນ​ຂອງ​ພະ​ນັກ​ງານ​ໄດ້​ເສຍ​ຊີ​ວິດ ແລະ ບາດ​ເຈັບ ລວມ​ທັງ​ເດັກ​ນ້ອຍ​ຜູ້​ທີ່​ຖືກ​ໄຟ​ໄໝ້.

ອົງ​ການ Medcins Sans Frontieres ໄດ້​ຂຽນ​ໃນ​ສື່​ສັງ​ຄົມ X ວ່າ “ພວກ​ເຮົາ​ຢ້ານ​ໃນ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ.”

ຫົວ​ໜ້າ​ອົງ​ການ​ມະ​ນຸດ​ສະ​ທຳ ສະ​ຫະ​ປະ​ຊາ​ຊາດ ທ່ານ ມາ​ຕິນ ກ​ຣິ​ຟ​ຟິດ​ສ໌ ໄດ້​ກ່າວ​ວ່າ​ທ່ານ “ຕົກ​ໃຈ” ກັບ​ການ​ໂຈມ​ຕີ​ນັ້ນ.

ທ່ານ​ໄດ້​ຂຽນ​ໃນ X ວ່າ “ບັນ​ດານັກ​ມະ​ນຸດ​ສະ​ທຳ​ໄດ້​ສ່ຽງ​ຊີ​ວິດ​ຂອງ​ເຂົາ​ເຈົ້າ, ຄື​ກັບ​ພົນ​ລະ​ເຮືອ​ນ​ທຸກ​ຄົນ, ເຂົາ​ເຈົ້າ​ຕ້ອງ​ຖືກ​ປົກ​ປ້ອງ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG