ອົງການອະນາໄມໂລກຫລື WHO ສະເໜີແນະ ກ່ຽວກັບຂໍ້ຈຳກັດ
ຮັດແຄບຕ່າງໆ ຕໍ່ກອກຢາທຽມ ອີເລັກໂຕຣນິກໃໝ່ ຫລື e-ciga-
rettes ຊຶ່ງພວກຜູ້ຜະລິດໂຄສະນາວ່າເປັນທາງເລືອກທີ່ປອດໄພ
ກວ່າການສູບຢາແບບດັ້ງເດີມນັ້ນ.
ລາຍງານສະບັບໃໝ່ ຂອງ WHO ເອີ້ນ e-cigarettes ວ່າ ເປັນ
ສ່ວນນຶ່ງ ຂອງ “ການຫັນປ່ຽນຂອບເຂ ດທີ່ເຕັມດ້ວຍຄວາມຫວັງ
ທີ່ດີ” ແຕ່ລາຍງານກ່າວວ່າ ສິນຄ້າໃໝ່ນີ້ ແມ່ນຕິດຕາມມາ ດ້ວຍ
ຄວາມກັງວົນຕໍ່ສຸຂະພາບອື່ນໆຂອງມັນ.
ອົງການດັ່ງກ່າວ ສະເໜີແນະ ຕ້ານການສົ່ງເສີມໃຫ້ພວກຄົນທີ່ບໍ່
ສູບຢາແລະພວກຄົນໜຸ່ມນ້ອຍຊົມໃຊ້ ແລະຫ້າມໃຊ້ລົດຊາດຕ່າງໆເຊັ່ນໝາກໄມ້ແລະຂະ ໜົມ. ອົງການ WHO ຍັງຫ້າມພວກຜູ້ຜະລິດ ບໍ່ໃຫ້ໂຄສະນາ ໃນການກ່າວອ້າງ ກ່ຽວກັບ ເລື່ອງສຸຂະພາບທີ່ຍັງບໍ່ໄດ້ຮັບການພິສູດຂອງ e-cigarettes.
ອົງການ WHO ກ່າວວ່າ ໃນຂະນະທີ່ມີທ່າທາງວ່າ ມັນອາດຈະບໍ່ເປັນພິດເປັນໄພເທົ່າກັບຢາສູບແທ້ ແຕ່ຄວັນຈາກ e-cigarettes ກໍຍັງຈະມີທ່າທາງ ຈະເປັນໄພຂົ່ມຂູ່ ຕໍ່ພວກທີ່ບໍ່ສູບຢາ ພວກເດັກນ້ອຍ ແລະພວກເດັກນ້ອຍທີ່ຍັງຢູ່ໃນຄັນ.
ການແນະນຳຕ່າງໆຂອງອົງການ WHO ຈະມີການອະພິປາຍກັນໃນກອງປະຊຸມກ່ຽວກັບ ການຄວບຄຸມຢາສູບທີ່ມົສກູ ໃນເດືອນຕຸລາຈະມານີ້.
ແທນທີ່ ຈະໃຊ້ຢາສູບ e-cigarettes ໄດ້ໃຊ້ຖ່ານໄຟສາຍ ເພື່ອເຮັດໃຫ້ ທາດນິໂກຕີນ ທີ່ ເປັນຂອງແຫຼວນັ້ນມີຄວາມຮ້ອນຂຶ້ນ. ພວກສູບຢາພາກັນສູບເອົາອາຍນ້ຳທີ່ອອກມາແທນ ທີ່ຈະເປັນຄວັນພິດຮ້າຍແຮງແລະກໍໄດ້ຮັບນີໂກຕີນມາສະໜອງຄວາມຕ້ອງການຂອງເຂົາ ເຈົ້າ.
ບັນດາຜູ້ຜະລິດກ່າວວ່າ ກອກຢາທຽມອີເລັກໂຕຣນິກນີ້ສາມາດຊ່ວຍໃຫ້ພວກສູບຢາ ເຊົາ ສູບຢາໄດ້. ແຕ່ພວກນັກວິທະຍາສາດກ່າວວ່າ ອຸ ປະກອນດັ່ງກ່າວ ແມ່ນຍັງໃໝ່ໂພດ ພໍທີ່ ຈະລົງຄວາມເຫັນໄດ້ຢ່າງຄັກແນ່ ກ່ຽວກັບຄວາມສ່ຽງຕໍ່ສຸຂະພາບນັ້ນ.