ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການອະນາໄມໂລກ ຮຽກຮ້ອງໃຫ້ຫາລຳດັບພັນທຸກຳ ຂອງໄວຣັສໂຄໂຣນາ ຫລັງຈາກມີໄວຣັສສາຍພັນໃໝ່


ພະນັກງານທີ່ໃສ່ຊຸດປ້ອງກັນພະຍາດພາກັນຂ້າເຊື້ອຢູ່ຕໍ່ໜ້າກະດານຂ່າວທາງອີເລັກໂຕຣນິກກ່ຽວກັບການລະບາດຂອງໄວຣັສໂຄໂຣນາສາຍພັນໃໝ່ຢູ່ເດີ່ນບິນສາກົນອິນຈອນ ຂອງເກົາຫລີໃຕ້, ວັນທີ 28 ທັນວາ 2020.
ພະນັກງານທີ່ໃສ່ຊຸດປ້ອງກັນພະຍາດພາກັນຂ້າເຊື້ອຢູ່ຕໍ່ໜ້າກະດານຂ່າວທາງອີເລັກໂຕຣນິກກ່ຽວກັບການລະບາດຂອງໄວຣັສໂຄໂຣນາສາຍພັນໃໝ່ຢູ່ເດີ່ນບິນສາກົນອິນຈອນ ຂອງເກົາຫລີໃຕ້, ວັນທີ 28 ທັນວາ 2020.

ຫົວໜ້າອົງການອະນາໄມໂລກກຳລັງຮຽກຮ້ອງໃຫ້ມີການຫາລຳດັບພັນທຸກຳຂອງໄວຣັສໂຄໂຣນາເພີ້ມຂຶ້ນ ຫລັງຈາກມີການຄົ້ນພົບໄວຣັສສາຍພັນໃໝ່ ໃນອັງກິດ ແລະອາຟຣິກາໃຕ້.

ຜູ້ອຳນວຍການໃຫຍ່ຂອງອົງການອະນາໄມໂລກ ຫລື WHO, ທ່ານ ເທດຣົສ ອາດານອມ ເກບຣີເຢຊຸສ (Tedros Adhanom Ghebreyesus) ກ່າວໃນກອງປະຊຸມຖະແຫລງຂ່າວທາງອິນເຕີແນັດໃນວັນຈັນວານນີ້ຈາກເຈນີວາ ວ່າ "ຖ້າບັນດາປະເທດຕ່າງໆພຽງແຕ່ຊອກຫາ ແລະກວດຢ່າງມີປະສິດທິຜົນ, ທ່ານກໍຈະສາມາດຈັບສາຍພັນໃໝ່ນັ້ນໄດ້ ແລະປັບຍຸດທະສາດຕ່າງໆ ເພື່ອຮັບມືກັບມັນ."

ທ່ານກ່າວວ່າ WHO ກຳລັງເຮັດວຽກຢ່າງໃກ້ຊິດກັບນັກວິທະຍາສາດຢູ່ທົ່ວໂລກເພື່ອຈະ "ເຂົ້າໃຈກ່ຽວກັບການປ່ຽນແປງອັນໃດ ຫລືປ່ຽນແປງທັງໝົດທີ່ເກີດຂຶ້ນກັບໄວຣັສທີ່ວ່ານີ້" ແລະຜົນກະທົບຂອງມັນ, ແລະທ່ານໄດ້ຮຽກຮ້ອງໃຫ້ປະເທດຕ່າງໆ ແບ່ງປັນຂໍ້ມູນໃດໆທາງພັນທຸກຳກັບ WHO ແລະປະເທດອື່ນໆ.

ບັນດາເຈົ້າໜ້າທີ່ອັງກິດກ່າວວ່າ ໄວຣັສໂຄໂຣນາສາຍພັນໃໝ່ ທີ່ໄດ້ຖືກຄົ້ນພົບເປັນຄັ້ງທຳອິດໃນປະເທດແມ່ນມີການຕິດແປດໄວກວ່າເກົ່າ, ເຊິ່ງພາໃຫ້ມີການປິດເມືອງຕ່າງໆ ແລະເກີດກະແສຂອງການຈຳກັດການເດີນທາງຂອງໂລກຕໍ່ອັງກິດ.

ໃນວັນຈັນວານນີ້, ມີຫລາຍປະເທດ, ລວມທັງຟິນແລນ ແລະເກົາຫລີໃຕ້ ໄດ້ກວດພົບ ກໍລະນີທຳອິດຂອງພວກເຂົາເຈົ້າ ກ່ຽວກັບເຊື້ອໄວຣັສໂຄໂຣນາສາຍ
ພັນໃໝ່.

ພົນລະເມືອງຂອງຟິນແລນຜູ້ນຶ່ງທີ່ຫາກໍ່ເດີນທາງມາຈາກອັງກິດເພື່ອພັກຜ່ອນໃນວັນຄຣິສມາດ ເມື່ອບໍ່ດົນມານີ້ ໄດ້ຖືກກວດພົບວ່າ ຕິດໄວຣັສສາຍພັນໃໝ່, ອີງຕາມເຈົ້າໜ້າທີ່ຟິນແລນ.

ສ່ວນເກົາຫລີໃຕ້ ໄດ້ປະກາດໃນວັນຈັນວານນີ້ວ່າ ຕົນຈະຕໍ່ອາຍຸການຫ້າມການ ບິນໂດຍກົງຈາກອັງກິດຈົນຮອດວັນທີ 7 ມັງກອນຫລັງຈາກສາມຄົນທີ່ເຂົ້າປະ ເທດເມື່ອບໍ່ດົນມານີ້ ໄດ້ຖືກກວດວ່າມີພະຍາດໂຄວິດ-19 ສາຍພັນໃໝ່.

ອ່ານຂ່າວນີ້ເພີ້ມເປນພາສາອັງກິດ

XS
SM
MD
LG