ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ ອະນາໄມໂລກ ຮຽກຮ້ອງ ໃຫ້ປິ່ນປົວ ພວກຕິດເຊື້ອ HIV ແຕ່ຫົວທີ


ຜູ້ຊາຍຄົນນຶ່ງເວົ້າໂທລະສັບ ໃນຂະນະທີ່ລາວຍ່າງຜ່ານໂປສເຕີ້ ວັນຕ້ານໂຣກ AIDS ຂອງໂລກ ທີ່ນະຄອນ Johannesburg ປະເທດອາຟຣິກາໃຕ້.
ຜູ້ຊາຍຄົນນຶ່ງເວົ້າໂທລະສັບ ໃນຂະນະທີ່ລາວຍ່າງຜ່ານໂປສເຕີ້ ວັນຕ້ານໂຣກ AIDS ຂອງໂລກ ທີ່ນະຄອນ Johannesburg ປະເທດອາຟຣິກາໃຕ້.

ອົງການ​ອະນາ​ໄມ​ໂລກ ຫລື WHO ກ່າວ​ວ່າ ຜູ້​ໃດ​ຜູ້​ນຶ່ງ​ທີ່​ກວດ​
ພົບ​ວ່າ ມີ​ເຊື້ອ HIV ທີ່​ເປັນເຊື້ອໄວຣັສທີ່ພາໃຫ້ເປັນໂຣກ AIDS
ນັ້ນຄວນໄດ້ຮັບການປິ່ນ​ປົວດ້ວຍການກິນຢາຕ້ານເຊື້ອຫຼື ART
ໃນ​ທັນ​ທີ ຢູ່​ໃນ​ຂໍ້​ແນະນຳ​ໃໝ່ທີ່​ໄດ້​ປະກາດ​ ໂດຍອົງການດັ່ງ
ກ່າວຂອງສະຫະ​ປະຊາ​ຊາດ ​ໃນ​ວັນ​ພຸດ​ມື້​ນີ້.

ອົງການ WHO ກ່າວໃນວັນພຸດມື້ນີ້ວ່າ “ການຂະຫຍາຍ ​ໃນ
ການປິ່ນປົວດ້ວຍຢາຕ້ານເຊື້ອ ​ແມ່ນໄດ້​ຮັບ​ການ​ສະໜັບສະ
ໜູນ​ ຈາກການ​ຄົ້ນ​ພົບ ໃນການທົດ​ລອງຢູ່ຕາມຄລີນິກ ທີ່​ຢືນ
​ຢັນ​ວ່າ ການ​ໃຊ້​ປິ່ນ​ປົວໂດຍຢາຕ້ານເຊື້ອ ART ໃນຂັ້ນຕົ້ນໆ
ນັ້ນ ​ເຮັດ​ໃຫ້ຜູ້​ຄົນ​ທີ່​ຕິດເຊື້ອ HIV ນັ້ນ ​ມີ​ຊີວິດ​ຢູ່ລອດ ສຸຂະ
ພາບ​ດີ​ຂື້ນ ​ແລະ​ຫລຸດ​ຜ່ອນ​ໃນການ​ສ່ຽງ ຕໍ່ການແຜ່ເຊື້ອ ໄວຣັສ​ໄປ​ຫາຄູ່ຫລັບນອນ”.

ອົງການອະນາໄມໂລກ ​ໄດ້​ກ່າວ​ກ່່ອນ​ໜ້າ​ນັ້ນ​ວ່າ ບັນດາ​ຄົນ​ຄວນ​ໄດ້​ຮັບ​ການ​ປິ່ນປົວ
ຫລັງຈາກ​ການ​ນັບ​ແຊລທີ່ມີພູມຄຸ້ມກັນ ໄດ້ຫລຸດ​ລົງ​ສູ່ຈຸດທີ່ສຳຄັນ.

ອົງການ WHO ກ່າວ​ວ່າ ຂໍ້​ແນະນຳໃໝ່ນີ້ ຈະ​ເພີ້ມຈຳນວນ​ຄົນ​ ທີ່​ຈະ​ໄດ້​ຮັບ​ ການ​ປິ່ນ
​ປົວດ້ວຍການກິນຢາ ART ຈາກ 28 ລ້ານ​ຄົນ​ໃນ​ປັດຈຸບັນ ​ຂຶ້ນເຖິງ​ 37 ລ້ານ​ຄົນຢູ່ທົ່ວ
​ໂລກ ​ທີ່​ຕິດ​ເຊື້ອ HIV.

​ໃນ​ວັນ​ພຸດ​ມື້​ນີ້​ເຊັ່ນ​ດຽວ​ກັນ ອົງການ WHO ກ່າວ​ວ່າ ຕົນແນະນຳວ່າ ຜູ້ຄົນ​ທັງ ໝົດ ​ທີ່
ມີຄວາມສ່ຽງຢ່າງໃຫຍ່ ຕໍ່​ການ​ຕິດ​ເຊື້ອໄວຣັສນັ້ນ​ຄວນໄດ້ຮັບ​ການ​ປິ່ນ​ປົວ ແບບປ້ອງ​
|ກັນ ບໍ່​ພຽງແຕ່​ພວກຜູ້​ຊາຍ ທີ່​ມີ​ເພດສຳພັນ​ກັບ​ຜູ້​ຊາຍ​ເທົ່ານັ້ນ.

ອົງການ​ອະນາ​ໄມໂລກ ກ່າວ​ວ່າ ການ​ຂະຫຍາຍ​ເພື່ອໃຫ້ເຂົ້າເຖິງການ​ປິ່ນປົວນີ້ ​ແມ່ນ
​ຫົວ​ໃຈໃນ​ການ​ເລີ້ມ​ຕົ້ນ​ໃໝ່​ຂອງ​ເປົ້າ​ໝາຍ ​ທີ່ແນໃສ່ເພື່ອຍຸດຕິໂຣກ AIDS ພາຍ​ໃນ
​ປີ 2030.

XS
SM
MD
LG