ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

WHO ຮຽກຮ້ອງ ໃຫ້ຮ່ວມມືກັນ ຕ້ານການລະບາດ ຂອງ ອີໂບລາ (ວີດີໂອ/ສະໄລດ໌)


WHO Issues Urgent Appeal for Funding to Bring Ebola Under Control
please wait

No media source currently available

0:00 0:02:55 0:00

ອົງການ​ອະນາ​ໄມ​ໂລກຂອງ​ອົງການ​ສະຫະ​ປະຊາ​ຊາດ ຫຼື WHO
ຮຽກຮ້ອງໃຫ້ມີການປະສານງານກັນໃນທົ່ວໂລກ ເພື່ອຮັບມືກັບ
ການແຜ່ລະບາດຂອງອີໂບລາທີ່ເພີ້ມທະວີຂຶ້ນ ຕໍ່ຫຼາຍໆເຂດຂອງ
ອາຟຣິກາຕາເວັນຕົກ.

ທ່ານນາງ Margaret Chan ຜູ້ອຳນວຍການໃຫຍ່ ຂອງອົງການ
ອະນາໄມໂລກ ໄດ້ກ່າວ ໃນວັນພຸດວານນີ້ວ່າ ການແຜ່ລະບາດ
ຂອງໂຣກດັ່ງກ່າວ ມາຮອດປັດຈຸບັນນີ້ ໄດ້ເອົາຊີວິດ ຜູ້ຄົນໄປແລ້ວ
ຫຼາຍກວ່າ 1,900 ຄົນ ແລະໄດ້ຕິດແປດໃສ່ອີກຢ່າງນ້ອຍ 3,500
ຄົນໃນ ຂົງເຂດດັ່ງກ່າວ.

ທ່ານນາງ Chan ເວົ້າວ່າ “ມັນໄດ້ກາຍເປັນໄພຂົ່ມຂູ່ໃນທົ່ວໂລກ ແລະພວກເຮົາຈຳເປັນ ຕ້ອງໄດ້ເອົາບາດກ້າວຢ່າງຮີບດ່ວນແລະພວກເຮົາຈຳເປັນຈະຕ້ອງມີກົນໄກການຮ່ວມມື
ກັນທີ່ດີ ເພື່ອນຳເອົາປະເທດຕ່າງໆທີ່ໄດ້ຮັບຜົນກະທົບ
ຕະຫລອດທັງຄູ່ພາຄີໃນການ
ພັດທະນາຈາກປະເທດອື່ນໆ ຮວມທັງສະຫະລັດ. ປະຈຸບັນນີ້ ຂ້າພະເຈົ້າຢູ່ໃນສະຫະ
ລັດ, ຂ້າພະເຈົ້າຕ້ອງການທີ່ຈະບອກພວກທ່ານວ່າ ລັດຖະບານສະຫະລັດ​ແມ່ນ
ໃຫ້ການສະໜັບ ສະໜຸນຢ່າງແຂງຂັນ ໂດຍຜ່ານຫຼາຍໆອົງການເຊັ່ນ ສູນກາງ
ຄວບຄຸມແລະປ້ອງກັນພະຍາດສະຖາບັນອະນາໄມແຫ່ງຊາດຂອງສະຫະລັດ ແລະແນ່ນອນ ອົງການຢູເສດ ແລະອີກຫຼາຍໆອົງການນຳດ້ວຍ.”

ອົງການ​ WHO ໄດ້ຄາດຄະເນວ່າ ຈະສິ້ນເປືອງເງິນເຖິງ 600 ລ້ານໂດລ່າ ເພື່ອຮັບມື ກັບການລະບາດດັ່ງກ່າວນີ້.

ການແຜ່ລະບາດຂອງໂຣກອີໂບລາ ແລະການຕາຍ ໃນອາຟຣິກາຕາເວັນຕົກ, 30ສິງຫາ2014
ການແຜ່ລະບາດຂອງໂຣກອີໂບລາ ແລະການຕາຍ ໃນອາຟຣິກາຕາເວັນຕົກ, 30ສິງຫາ2014

ທ່ານ Tom Kenyon ຜູ້ອຳນວຍການຂອງສູນອະນາໄມໂລກ
ທີ່ສູນກາງຄວບຄຸມແລະ ປ້ອງກັນພະຍາດຂອງສະຫະລັດ
ກ່າວວ່າ ເຊື້ອໄວຣັສດັ່ງກ່າວນີ້ ແມ່ນໄດ້ “ແຜ່ລະບາດ
ຢ່າງຮ້າຍແຮງ ແບບຄວບຄຸມບໍ່ໄດ້” ແລະໂອກາດຕ່າງໆ
ໃນການທີີ່ຈະຄວບຄຸມເຊື້ອ ໄວຣັສດັ່ງກ່າວນີ້ ພວມຈະປິດ
ລົງແລ້ວ.

ເຈົ້າໜ້າທີ່ສາທາລະນະສຸກຂອງສະຫະລັດ ກ່າວວ່າ
ກະແຈສຳຄັນເພື່ອຄວບຄຸມການແຜ່ ລະບາດດັ່ງກ່າວນີ້ ຈະຕ້ອງຕັ້ງສູນກາງການຮັກສາເຊື້ອອີໂບລາເພີ້ມຂຶ້ນ
ສະໜອງອຸບປະ ກອນປ້ອງກັນໃຫ້ພະນັກງານສາທາລະນະສຸກແລະຕິດຕາມສິ້ງຊອມເບິ່ງ
ການສຳຜັດກັບ ພວກທີ່ຕິດເຊື້ອອີໂບລາ.

ຜູ້ຊ່ຽວຊານ ໄດ້ເຕືອນວ່າ ເຊື້ອອີໂບລາອາດສາມາດແຜ່ລະບາດໄປຫຼາຍກວ່າ 5 ປະເທດ ອາຟຣິກາຕາເວັນຕົກ ທີ່ໄດ້ຮັບຜົນກະທົບ ຄື Guinea, Liberia, Nigeria, Senegal ແລະ Sierra Leone.

ອົງການ​ WHO ກ່າວວ່າ ນອກນັ້ນຍັງມີການລະບາດຕ່າງຫາກຢູ່ອີກບ່ອນນຶ່ງ ທີ່ນ້ອຍໆ ໃນເຂດສອກຫຼີກຂອງສາທາລະນະລັດປະຊາທິປະໄຕຄອງໂກ ທີ່ບໍ່ໄດ້ພົວພັນກັບການ ແຜ່ລະບາດຂອງອີໂບລາ ຢູ່ເຂດອາຟຣິກາຕາເວັນຕົກ.

Ebola VO
please wait
Embed

No media source currently available

0:00 0:00:47 0:00

XS
SM
MD
LG