ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ອົງ​ການ​ອະ​ນາ​ໄມ​ໂລກ ເພີ້ມ​ການ​ເຝົ້າ​ລະ​ວັງ ຢ້ານ​ເກີດ​ພະ​ຍາດ​ຕິດ​ຕໍ່ ໃນ​ເຂດ​​ເກີດ​ແຜ່ນ​ດິນ​ໄຫວ ​ຂອງອັ​ຟ​ກາ​ນິ​ສ​ຖານ


ສະ​ມາ​ຊິກ​ຄົນ​ນຶ່ງ​ຂອງ​ກຸ່ມ​ຕາ​ລີ​ບານ ພະ​ຍາ​ຍາມ​ຊອກ​ຫາ​ສັນ​ຍານ ​ເພື່ອ​ທຳ​ການ​ຕິດ​ຕໍ່ ຢູ່​ເທິງ​ລົດ​ກະ​ບະ​ຂອງ​ລາວ ທີ່​ບ້ານ​ວໍ​ກາ​ລີ ໃນ​ເຂດທີ່​ເກີດ​ແຜ່ນ​ດິນ​ໄຫວ ​ຢູ່​ເມືອງ​ກາ​ມາ​ລ ແຂວງ​ປັກ​ຕີ​ກາ ອັ​ຟ​ກາ​ນິ​ສ​ຖານ ເມື່ອ​ວັນ​ທີ 5 ມິ​ຖຸ​ນາ 2022.
ສະ​ມາ​ຊິກ​ຄົນ​ນຶ່ງ​ຂອງ​ກຸ່ມ​ຕາ​ລີ​ບານ ພະ​ຍາ​ຍາມ​ຊອກ​ຫາ​ສັນ​ຍານ ​ເພື່ອ​ທຳ​ການ​ຕິດ​ຕໍ່ ຢູ່​ເທິງ​ລົດ​ກະ​ບະ​ຂອງ​ລາວ ທີ່​ບ້ານ​ວໍ​ກາ​ລີ ໃນ​ເຂດທີ່​ເກີດ​ແຜ່ນ​ດິນ​ໄຫວ ​ຢູ່​ເມືອງ​ກາ​ມາ​ລ ແຂວງ​ປັກ​ຕີ​ກາ ອັ​ຟ​ກາ​ນິ​ສ​ຖານ ເມື່ອ​ວັນ​ທີ 5 ມິ​ຖຸ​ນາ 2022.

ອົງ​ການ​ອະ​ນາ​ໄມ​ໂລກ ກ່າວ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ ຕົນ​ໄດ້​ເພີ້ມ​ທະ​ວີ​ການ​ຕິດ​ຕາມ​ເຝົ້າ​ລະ​ວັງ​ເບິ່ງ​ພະ​ຍາດ​ຕິດ​ຕໍ່​ຕ່າງໆ​ ຢູ່​ໃນ​ເຂດ​ທີ່​ເກີດ​ແຜ່ນ​ດິນ​ໄຫວ​ຂອ​ງ​ອັ​ຟ​ກາ​ນິ​ສ​ຖານ ລຸນ​ຫຼັງ​ທີ່​ໄດ້ມີ​ການ​ເຕືອນ​ໂດຍ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ​ວ່າ ພວກ​ທີ່​ລອດ​ຊີ​ວິດ​ມາ​ໄດ້​ຫຼາຍໆ​ພັນ​ຄົນ​ພວມ​ຕົກ​ຢູ່​ໃນ​ຄວາມ​ສ່ຽງ​ຕໍ່​ການ​ຕິດ​ພະ​ຍາດ.

ເຈົ້າ​ໜ້າ​ທີ່​ອັ​ຟ​ກາ​ນິ​ສ​ຖານ​ລາຍ​ງານ​ວ່າ ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ 1,150 ຄົນອີກ​ຈຳ​ນວນ​ນຶ່ງ​ໄດ້​ຮັບ​ບາດ​ເຈັບ ແລະ​ເຮືອນ​ຊານ​ຫຼາຍໆ​ພັນ​ຫຼັງ​ໄດ້​ຮັບ​ຄວາມ​ເສຍ​ຫາຍຫຼື​ບໍ່​ກໍ​ຖືກ​ທຳ​ລາຍ ຍ້ອນ​ແຜ່ນ​ດິນ​ໄຫວ​ຂະ​ໜາດ​ແຮງ ໃນ​ມື້​ວັນ​ພຸດ​ອາ​ທິດ​ແລ້ວນີ້.

ການ​ພົບ​ເຫັນ​ຫຼ້າ​ສຸດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໃນ​ວັນ​ອາ​ທິດ​ວານນີ້​ເປີດ​ເຜີຍ​ວ່າ ມີ​ເດັກ​ນ້ອຍ 155 ຄົນ ຮວມ​ຢູ່​ໃນ​ພວກ​ທີ່​ເສຍ​ຊີ​ວິດ ແລະ​ເກືອບ 250 ​ຄົນ​ໄດ້​ຮັບ​ບາດ​ເຈັບ​ຍ້ອນ​ແຜ່ນ​ດິນ​ໄຫວ ໂດ​ຍ​ມີ 65 ມີ​ລາຍ​ງານ​ວ່າ​ໄດ້​ກາຍ​ເປັນ​ເດັກ​ກຳ​ພ້າ​ຫຼື​ຖືກ​ປ່ອຍ​ໄວ້​ບໍ່​ມີ​ຜູ້​ໃດ​ເບິ່ງ​ແຍງ.

ຄວາມຫາ​ຍາ​ນະ​ສ່ວນ​ໃຫຍ່​ຂອງ​ການ​ຖືກ​ທຳ​ລາຍ​ທີ່​ເກີດ​ຂຶ້ນ​ຢູ່​ໃນ​ແຂວງ​ປັກ​ຕີ​ກາ ແລະ​ແຂວງ​ໂຄ​ສ​ທ໌ ​ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້ ສ່ວນ​ນຶ່ງ​ແມ່ນ​ເປັນ​ພວກ​ທີ່​ທຸກ​ຍາກ​ທີ່​ສຸດ ແລະ​ຢູ່​ໃນ​ເຂດ​ພູ​ຜາ​ທີ່​ສອກ​ຫຼີກ​ຫ່າງ​ໄກ​ທີ່​ສຸດ​ໃກ້​ຊາຍ​ແດນ​ປາ​ກິ​ສ​ຖານ ຊຶ່​ງ​ຍັງ​ຂາດ​ພື້ນ​ຖານ​ໂຄງ​ລ່າງ​ທີ່​ສາ​ມາດ​ຕ້ານ​ທານ​ກັບ​ໄພ​ພິ​ບັດ​ໃນ​ລະ​ດັບ​ນີ້​ໄດ້.

ໂຄ​ສົກ​ຂອງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ອັ​ຟ​ກາ​ນິ​ສ​ຖານ ທ່ານ​ຊາ​ຣາ​ຟັດ ຊາ​ແມນ ກ່າວ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ “ຜູ້​ຄົນ​ຕ້ອງ​ການ​ອາ​ຫານ​ການ​ກິນ​ແລະ​ນ້ຳ​ສະ​ອາດ​ເປັນ​ທີ່​ສຸດ.” ທ່ານ​ກ່າວ​ວ່າ ພວກ​ເຈົ້າ​ໜ້າ​ທີ່​ສາ​ມາດສະ​ໜອງ​ຢາ​ປົວ​ພະ​ຍາດ​ໃນ​ເວ​ລານີ້ ແຕ່​ການ​ຮັບ​ມື​ກັບ​ພວກ​ທີ່​ສູນ​ເສຍ​ເຮືອນ​ຊານ​ບ້ານ​ຊ່ອງນັ້ນ​ຈະ​ເປັນ​ບັນ​ຫາ​ທ້າ​ທາຍ.

“ພວກ​ເຮົາ​ໄດ້​ຮ້ອງ​ຂໍ​ຕໍ່​ປະ​ຊາ​ຄົມ​ນາໆ​ຊາດ ອົງ​ການ​ມະ​ນຸດ​ສະ​ທຳ ເພື່ອ​ໃຫ້​ຊ່ວຍ​ເຫຼືອ​ພວກ​ເຮົາ ໃນ​ດ້ານ​ອາ​ຫານ​ແລະ​ຢາ​ປົວ​ພະ​ຍາດ. ພວກ​ທີ່​ລອດ​ຊີ​ວິດ​ມາ​ໄດ້​ອາດ​ຈະ​ຕິດ​ພະ​ຍາດ ຍ້ອນ​ພວກ​ເຂົາ​ເຈົ້າ​ບໍ່​ມີ​ເຮືອນ​ຊານ​ແລະ​ບ່ອນ​ພັກ​ພາ​ອາ​ໄສ​ທີ່​ເໝາະ​ສົມ​ສຳ​ລັບ​ການ​ດຳ​ລົງ​ຊີ​ວິດ.”

ອົງ​ການ​ອະ​ນາ​ໄມ​ໂລກ​ກ່າວ​ຢູ່​ໃນ​ຖະ​ແຫຼງກ​ານ​ ກ່ຽວ​ກັບ​ການ​ຮັບ​ມື​ຂອງ​ຕົນ​ແລະ​ພາ​ຄີ​ທາງ​ດ້ານ​ສາ​ທາ​ລະ​ນະ​ສຸກ ​ທີ່​ຢູ່​ໃນພາກ​ພື້ນ​ດິນ ແມ່ນ​ເພື່ອ​ປິ່ນ​ປົວ​ພວກ​ທີ່​ໄດ້​ຮັບ​ບາດ​ເຈັບ ຊ່ວຍ​ຊີ​ວິດ​ຜູ້​ຄົນ ແລະ​ປ້ອງ​ກັນ​ບໍ່​ໃຫ້​ຕົກ​ຢູ່​ໃນ​ຄວາມ​ສ່ຽງ​ທີ່​ຈະ​ຕິດ​ພະ​ຍາດ ​ຫຼັງ​ຈາກ​ທີ່​ໄດ້​ເກີດ​ໂສກ​ນາດ​ຕະ​ກຳ​ນີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG