ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະກຳມະການ ອົງການອະນາໄມໂລກ ຈະຈັດປະຊຸມສຸກເສີນ ກ່ຽວກັບສະຖານະການດ້ານສຸຂະພາບ ໃນເຂດກາຊາ


ສະມາຊິກຂອງອົງການວົງເດືອນແດງ ປາແລັສໄຕນ໌ ຊ່ວຍເດັກນ້ອຍປາແລັສໄຕນ໌ຄົນນຶ່ງ ໃນຂະນະທີ່ຊາວປາແລັສໄຕນ໌ ທີ່ໄດ້ຮັບບາດເຈັບ ຖືກສົ່ງໄປໂຮງໝໍ Nasser ຢ່າງຮີບດ່ວນ ຫຼັງຈາກການໂຈມຕີຂອງອິສຣາແອລ, ຢູ່ເມືອງ ຄານ ຢູນິສ, ທາງພາກໃຕ້ຂອງເຂດກາຊາ, ວັນທີ 4 ທັນວາ 2023.
ສະມາຊິກຂອງອົງການວົງເດືອນແດງ ປາແລັສໄຕນ໌ ຊ່ວຍເດັກນ້ອຍປາແລັສໄຕນ໌ຄົນນຶ່ງ ໃນຂະນະທີ່ຊາວປາແລັສໄຕນ໌ ທີ່ໄດ້ຮັບບາດເຈັບ ຖືກສົ່ງໄປໂຮງໝໍ Nasser ຢ່າງຮີບດ່ວນ ຫຼັງຈາກການໂຈມຕີຂອງອິສຣາແອລ, ຢູ່ເມືອງ ຄານ ຢູນິສ, ທາງພາກໃຕ້ຂອງເຂດກາຊາ, ວັນທີ 4 ທັນວາ 2023.

ຄະນະບໍລິຫານງານຂອງອົງການອະນາໄມໂລກ ຈະຈັດກອງປະຊຸມສຸກເສີນທີ່ບໍ່ຄ່ອຍຈັດຂຶ້ນ ໃນວັນທີ 10 ທັນວານີ້ ເພື່ອປຶກສາຫາລືກ່ຽວກັບວິກິດການດ້ານສຸຂະພາບຢູ່ເຂດກາຊາ ແລະເຂດ West Bank ໂດຍທູດພິເສດຂອງປາແລັສໄຕນ໌ ຕ້ອງການ ການຊ່ວຍເຫຼືອດ້ານການແພດເພີ່ມເຕີມ ແລະການເຂົ້າເຖິງບຸກຄະລາກອນທາງການແພດຕ່າງປະເທດ, ອີງຕາມອົງການຂ່າວຣອຍເຕີສ໌.

ອົງການອະນາໄມໂລກ ຫຼື WHO ຢືນຢັນໃນວັນຈັນວານນີ້ວ່າ ຕົນໄດ້ຮັບຄໍາຮ້ອງຂໍຈາກ 15 ປະເທດ ໃຫ້ຈັດກອງປະຊຸມດັ່ງກ່າວ, ເຊິ່ງຈະຈັດຂຶ້ນໂດຍຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ ທ່ານເຕໂດຣສ ອາດາໂນມ ເກເບຣເຢຊຸສ (Tedros Adhanom Ghebreyesus) ໃນການປຶກສາຫາລືກັບກາຕາເຊິ່ງ​ເປັນປະທານ​ວຽນ.

ທ່ານອິບຣາຮິມ ໄຄຣຊີ (Ibrahim Khraishi) ເອກອັກຄະລັດຖະທູດ ປາແລັສໄຕນ໌ ປະຈຳ ສະຫະປະຊາຊາດ ທີ່ນະຄອນເຈນີວາ ກ່າວວ່າ ກອງປະຊຸມຈະເນັ້ນໃສ່ເຂດ ກາຊາ ເປັຮສ່ວນໃຫຍ່ ເຊິ່ງເຕັມໄປດ້ວຍສົງຄາມລະຫວ່າງພວກຜູ້ປົກຄອງຄືກຸ່ມຮາມັສ ແລະອິສຣາແອລ, ແຕ່ຍັງກວມເອົາການໂຈມຕີທາງດ້ານສາທາລະນະສຸກໃນເຂດ West Bank ທີ່ຍຶດຄອງໂດຍອິສຣາແອລ.

"ພວກເຮົາຕ້ອງການສ້າງຄວາມເຂັ້ມແຂງໃຫ້ແກ່ WHO ແລະຮຽກຮ້ອງໃຫ້ຝ່າຍ ອິສຣາແອລ ບໍ່ໃຫ້ແນເປົ້າຫມາຍໃສ່ຂະແຫນງການແພດ. ພວກເຮົາຕ້ອງການອະນຸຍາດໃຫ້ມີເວດຊະພັນໃໝ່," ທ່ານບອກກັບອົງການຂ່າວຣອຍເຕີສ໌, ແລະກ່າວຕື່ມວ່າ ຄະນະທາງການທູດຂອງທ່ານ ກໍາລັງຮ່າງຍັດຕິເພື່ອໃຫ້ຄະນະກຳ ມະການ ພິຈາລະນາທົບທວນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG