ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ບຣາຊິລກ່າວວ່າ ​ໄດ້​ພົບ​ເຫັນ​ ​​ເຊື້ອໄວຣັສ Zika ຢູ່​ນຳ​ນໍ້າລາຍ ​ແລະ​ປັດ​ສະວະ


ຜູ້ເດີນທາງຄົນໜຶ່ງ ໄດ້ຮັບຂໍ້ມູນ ກ່ຽວກັບເຊື້ອໄສຣັສ Zika ຈາກກະຊວງສາທາລະນະສຸກ ຂອງປະເທດເປຣູ.
ຜູ້ເດີນທາງຄົນໜຶ່ງ ໄດ້ຮັບຂໍ້ມູນ ກ່ຽວກັບເຊື້ອໄສຣັສ Zika ຈາກກະຊວງສາທາລະນະສຸກ ຂອງປະເທດເປຣູ.

ບັນດາ​ເຈົ້າ​ໜ້າ​ທີ່ ສາທາລະນະ​ສຸກ ບຣາຊິ​ລ ກ່າວ​ວ່າ ​ເຂົາ​ເຈົ້າ
​ໄດ້​ພົບ​ເຫັນ​ໂຕ​ຢ່າງ​ຂອງເຊື້ອໄວຣັສ Zika ຢູ່​ນຳ​ນໍ້າລາຍ ​ແລະ​
ປັດ​ສະວະ.

​ໃນ​ການ​ຖະ​ແຫຼງທີ່ກອງ​ປະຊຸມສຳພາດ​ຂ່າວ​ໃນ​ວັນສຸກ​ວານ​ນີ້
ປະທານ ມູນ​ນິທິ Oswaldo Cruz ຫຼື Fiocruz ທ່ານ Paulo
Gadelha ກ່າວ​ວ່າ ການ​ຈູບ​ກັນແມ່ນ “​ເພີ້​ມຄວາ​ມສ່ຽງ” ຕໍ່​ການ
​ຕິດ​ແປດເຊື້ອ​ໄວ ຣັສນີ້. ທ່ານ​ໄດ້​ຮຽກຮ້ອງ ​ເຖິງ​ຢ່າງ​ໃດ​ກໍ​ດີກໍບໍ່
ຄວນ​ທີ່​ຈະ​ມີນະ​ໂຍບາຍ “ຕໍ່​ຕ້ານ​ບໍ່​ໃຫ້​ຈູບ​ກັນ.”

ນາງ Daniele Ferreira dos Santos ກຳລັງເອົານົມໃຫ້ລູກຊາຍກິນ ທ້າວ Juan Pedro ທີ່ເປັນໂຣກ microcephaly.
ນາງ Daniele Ferreira dos Santos ກຳລັງເອົານົມໃຫ້ລູກຊາຍກິນ ທ້າວ Juan Pedro ທີ່ເປັນໂຣກ microcephaly.

ບັນດາ​ນັກວິທະຍາສາດ ທີ່ສະຖາ​ບັນ​ຄົ້ນຄວ້າພະຍາດ​ເຂດ​ຮ້ອນ Fio-cruz ​ກ່າວ​ວ່າ ເຂົາ​ເຈົ້າ​ພະຍາຍາມ ​ທີ່​ຈະລົງ​ຄວາມ​ເຫັນວ່າ ​ນໍ້າຢູ່ໃນ ຮ່າງ​ກາຍຂອງ​ເຮົາສາມາດ​ແຜ່​ຂະຫຍາຍ​ເຊື້ອ​ໄວຣັສ Zika ​ໄປ​ຫາຄົນ​ອື່ນໆ​ໄດ້​ຫລື​ບໍ່.

ບຣາຊິ​ລ ​ໄດ້ກ້າວ​ເຂົ້າ​ສູ່​ລະດູ​ການ​ສະຫຼອງບຸນ Carnival ປະຈຳ​ປີ​ທີ່​ເຕັມ​ໄປ​ດ້ວຍການ​ດື່ມ​ເຫລົ້າ ​ໃນ​ວັນ​ສຸກ​ມື້​ນີ້ ​ຊຶ່ງ​ເປັນ​ເວລາ​ທີ່ຜູ້​ຄົນ​ ມັກ​ຈູບ​ຄົນ​ທີ່​ບໍ່​ລຶ້ງ​ໜ້າ ທີ່​ເຂົາ​ເຈົ້າ​ພົບ​ເຫັນຢູ່​ຕາມຖະໜົນໃຫຍ່ບ່ອນ​ມີ​ການ​ຊຸມ​ແຊວ​ກັນ.

ນັກຄົ້ນຄວ້າຄົນໜຶ່ງກຳລັງເບິ່ງຜົນຂອງການກວດເລືອດ.
ນັກຄົ້ນຄວ້າຄົນໜຶ່ງກຳລັງເບິ່ງຜົນຂອງການກວດເລືອດ.

​ໃນ​ຂະນະ​ດຽວ​ກັນ ອົງການ​ອະນາ​ໄມ​ໂລກ ຫລື WHO ກຳລັງ​ເຕືອນ​ບັນດາ​ເຈົ້າ​ໜ້າ​ທີ່ ບໍ່​ໃຫ້​ຮັບ​ເອົາ​ການ​ບໍລິຈາກ​ເລືອດ ຈາກ​ຄົນ​ຜູ້​ທີ່​ຫາ​ກໍ່​ກັບ​ມາ​ຈາກ​ບັນດາ​ປະ​ເທດ ​ທີ່​ຕິດແປດກັບ​ເຊື້ອ​ໄວຣັສ Zika.

​ເຊື້ອໄວຣັສທີ່​ແຜ່ຜາຍ​ດ້ວຍຍຸງດັ່ງກ່າວ​ນີ້ ​ສ່ວນ​ໃຫຍ່​ແລ້ວມີ​ຢູ່​ທົ່ວ​ລາ​ຕິນ​ອາ​ເມຣິກາ​ໂດຍ​ສະ​ເພາະບຣາຊິ​ລ ​ແລະ​ເຮັດ​ໃຫ້​ເປັນ​ອັນຕະລາຍທີ່​ໃຫຍ່​ ຫລວງ​ແກ່ບັນດາແມ່ຍິງ​ຖືພາ​.

NIAID Director: Massive Zika Outbreak in US Unlikely
please wait

No media source currently available

0:00 0:00:54 0:00

XS
SM
MD
LG