ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ແມ່ນ​ໃຜ ​ຄືເດັກນ້ອຍຢູ​ເຄ​ຣນ ທີ່​ຢູ່​ໃນ​ໝາກ​ຫົວ​ໃຈ​ຂອງ​ໝາຍ​ສັ່ງ​ຈັບ ​ທ່ານ​ປູ​ຕິນນັ້ນ?


ອູ່ນອນ​ຂອງ​ເດັກ​ນ້ອຍເ​ປົ່າ ຢູ່​ເດີ່ນ​ຫຼິນ​ເດັກ​ນ້ອຍ ຢູ່​ສູນ​ລ້ຽງ​ເດັນ​ເມືອງ Kherson ທາງ​ພາກ​ໃຕ້​ຂອງ​ຢູ​ເຄ​ຣນ, ວັນ​ທີ 25 ພະ​ຈິກ, 2022.
ອູ່ນອນ​ຂອງ​ເດັກ​ນ້ອຍເ​ປົ່າ ຢູ່​ເດີ່ນ​ຫຼິນ​ເດັກ​ນ້ອຍ ຢູ່​ສູນ​ລ້ຽງ​ເດັນ​ເມືອງ Kherson ທາງ​ພາກ​ໃຕ້​ຂອງ​ຢູ​ເຄ​ຣນ, ວັນ​ທີ 25 ພະ​ຈິກ, 2022.

​ໃນໃບສັ່ງໝາຍ​ຈັບ​ຕົວ​ທ່ານວ​ລາ​ດິ​ເມຍ ປູ​ຕິນນັ້ນ ສານ​ອາຍາ​ສາກົນ​ ຫລື ICC ໄດ້​ກ່າວ​ຫາ​ປະທານາທິບໍດີຣັດ​ເຊຍວ່າ ກໍໍ່ອາດຊະຍາ​ກຳ​ສົງຄາມ ​ໃນ​ການ​ເນລະ​ເທດ​ຄົນ​ຢ່າງ​ຜິດ​ກົດໝາຍ ​ໂດຍ​ສະ​ເພາະ​ແມ່ນ​ເດັກນ້ອຍແລະການ​ຍົກຍ້າຍພວກ​ເຂົາ​ຢ່າງ​ຜິດ​ກົດໝາຍ​ຈາກ​ເຂດ​ຍຶດຄອງຂອງ​ຕົນ​ຢູ່​ໃນ​ຢູ​ເຄ​ຣນ​ໄປ​ຍັງ​ສະຫະພັນຣັດ​ເຊຍ, ອີງ​ຕາມ​ອົງ​ການ​ຂ່າວ​ຣອຍ​ເຕີສ໌ (Reuters).

ICC ໄດ້ອອກໝາຍ​ຈັບ​ອີກ​ຕ່າງ​ຫາກ ໃນຂໍ້ກ່າວຫາດຽວກັນສໍາລັບທ່ານນາງ​ມາ​ເຣຍ ອາ​ເລັກ​ສ໌​ຊິບ​ນາ ລ​ໂວ​ວາ-ເບ​ໂລ​ວາ (Maria Alekseevna Lvova-Belova), ກໍາມາ​ທິ​ການຣັດເຊຍ ສໍາລັບສິດທິຂອງເດັກນ້ອຍ.

ມົສກູໄດ້ປະຕິເສດຕໍ່ການເຄື່ອນໄຫວດັ່ງ​ກ່າວໃນວັນສຸກຜ່ານ​ມານີ້, ໂດຍທີ່ໂຄ ສົກວັງເຄ​ຣັມ​ລິນ, ທ່ານດ​ມິ​ທ​ຣີ ເພ​ສກັອ​ຟ ເອີ້ນການກ່າວຫາດັ່ງກ່າວວ່າ “ມີຄວາມໂຫດຮ້າຍ.” ຣັດ​ເຊຍ​ທີ່​ໄດ້​ປະຕິ​ເສດວ່າບໍ່​ໄດ້​ແນ​ເປົ້າ​ໝາຍ​ໃສ່​ພົນລະ​ເຮືອນ​ນັບ​ຕັ້ງ​ແຕ່​ການ​ບຸກ​ໂຈມ​ຕີ​ ໃນ​ເດືອນ​ກຸມພາ​ປີ​ກາຍ​ນີ້ມານັ້ນ ​ໄດ້​ປະຕິ​ເສດ​ຊ້ຳ​ແລ້ວ​ຊ້ຳ​ອີກ​ວ່າ ກອງ​ກຳລັງທະ​ຫານ​ຂອງ​ຕົນ ​ບໍ່​ໄດ້​ກະທຳ​ຄວາມ​ໂຫດຮ້າຍ​ແລະ ກໍ​ໄດ້​ປະຕິ​ເສດ​ຂໍ້​ກ່າວ​ຫາ​ທີ່​ຜ່ານ​ມາ ​ກ່ຽວ​ກັບ​ການ​ຍົກ​ຍ້າຍ​ຊາວ​ຢູ​ເຄຣນຢ່າງ​ຜິດ​ກົດໝາຍ.

ທ່ານ​ນາງດາ​ເຣຍ ເຮີ​ຣັ​ສ​ຊິ​ມ​ຈັກ (Daria Herasymchuk), ກຳ​ມ​ທິ​ການ ທີ່ ປຶກສາຂອງປະທານາທິບໍດີຢູເຄຣນສຳ​ລັບສິດທິ ແລະການຟື້ນຟູເດັກນ້ອຍໄດ້ ອະທິບາຍ ຢູ່ໃນການໃຫ້ສໍາພາດກັບອົງ​ການ​ຂ່າວ​ຣອຍ​ເຕີ​ສ໌ (Reuters) ໃນວັນສຸກຜ່ານ​ມານີ້ວ່າ ຣັດເຊຍໄດ້ໃຊ້ຫ້າວິທີຕົ້ນຕໍເພື່ອ​ເອົາເດັກນ້ອຍຢູເຄຣນຍົກ​ຍ້າຍອອກ​ໄປຢ່າງຜິດກົດຫມາຍ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG