ໂຕປະກັນທີ່ກຸ່ມຮາມາສຈັບກຸມ 3 ຄົນ ໄດ້ຖືກປ່ອຍໂຕອອກມາໃນວັນອາທິດວານນີ້ ລຸນຫຼັງຖືກກັກຂັງມາເປັນເວລາ 471 ມື້, ເຊິ່ງເປັນສ່ວນນຶ່ງຂອງການຢຸດຍິງລະຫວ່າງ ອິສຣາແອລ ແລະ ກຸ່ມຫົວຮຸນແຮງປາແລັສໄຕນ໌. ມີການຕົກລົງເຫັນດີໃນການປ່ອຍໂຕຜູ້ທີ່ຖືກຈັບໄປຫຼາຍສິບຄົນແບບຄ່ອຍເປັນຄ່ອຍໄປໃນອີກຫຼາຍອາທິດຕໍ່ໜ້າອີກດ້ວຍ, ອີງຕາມລາຍງານຂອງອົງການຂ່າວ AP.
ການຍຸຕິສູ້ລົບ ແລະການປ່ອຍໂຕປະກັນ ໄດ້ສົ່ງຜົນເຮັດໃຫ້ປະຊາຊົນຊາວ ອິສຣາແອລຍັງຄົງຫວັງ ແລະມີຄວາມຢ້ານກົວ. ຫຼາຍໆຄົນຢ້ານວ່າ 3 ຂໍ້ຕົກລົງ ສາມາດພົບກັບຄວາມລົ້ມແຫຼວກ່ອນທີ່ໂຕປະກັນທັງໝົດຈະກັບຄືນມາ, ຫຼື ພວກເຂົາເຈົ້າອາດຈະເຂົ້າຂັ້ນທີ່ມີສຸຂະພາບບໍ່ດີ. ຫຼາຍໆຄົນກັງວົນວ່າ ຈໍານວນຜູ້ຖືກຈັບທີ່ເສຍຊີວິດນັ້ນ ອາດມີຫຼາຍກວ່າທີ່ຄາດການໄວ້.
ມີປະມານ 250 ຄົນຖືກລັກພາໂຕໄປໃນລະຫວ່າງການໂຈມຕີເມືອວັນທີ 7 ຕຸລາ ປີ 2023 ຈາກກຸ່ມຮາມາສ, ເຊິ່ງເປັນການໂຈມຕີທີ່ເຮັດໃຫ້ເກີດສົງຄາມເປັນເວລາ 15 ເດືອນ. ໂຕປະກັນປະມານ 100 ຄົນ ຍັງຄົງອາໄສຢູ່ໃນຂົງເຂດກາຊາ, ຫຼັງຈາກໂຕປະກັນທີ່ຍັງເຫຼືອທັງໝົດໄດ້ຖືກປ່ອຍໂຕ ຫຼື ສົບຂອງເຂົາເຈົ້າຖືກຄົ້ນພົບ.
ໃນບໍ່ເທົ່າໃດຊົ່ວໂມງກ່ອນການຢຸດຍິງໃນວັນອາທິດວານນີ້, ເຊິ່ງຫຼາຍໆຄົນຫວັງວ່າ ເປັນບາດກ້າວທໍາອິດທີ່ຈະສິ້ນສຸດສົງຄາມ, ອິສະຣາແອລ ອອກມາປະກາດວ່າ ໄດ້ຄົ້ນພົບສົບຂອງ ທ້າວ ໂອຣອນ ຊອລ (Oron Shaul), ທະຫານທີ່ຖືກຂ້າຕາຍໃນສົງຄາມ ອິສຣາແອລ ແລະ ກຸ່ມຮາມາສ ເມື່ອປີ 2014 ເຊິ່ງສົບຂອງລາວຖືກກຸ່ມຕິດອາວຸດກັກຂັງໄວ້ຕັ້ງແຕ່ນັ້ນເປັນຕົ້ນມາ.
ແລະນີ້ ແມ່ນບັນດາຂອງໂຕປະກັນສາມຄົນທີ່ຖືກປ່ອຍອອກມາໃນວັນອາທິດວານນີ້:
ນາງ ໂຣມີ ໂກເນັນ (Romi Gonen) ອາຍຸ 24 ປີ, ຖືກລັກພາໂຕໄປຈາກງານເທດສະການດົນຕີ ໂນວາ (Nova) ທາງພາກໃຕ້ຂອງ ອິສຣາແອລ ໃນວັນທີ 7 ຕຸລາ ປີ 2023. ໃນຕອນເຊົ້າມື້ນັ້ນ, ແມ່ຂອງ ໂກເນັນ, ນາງ ເມີຣາບວ໌ (Merav), ແລະລູກສາວກົກຂອງນາງ ໄດ້ໃຊ້ເວລາປະມານ 5 ຊົ່ວໂມງເວົ້າກັບ ໂກເນັນ ໃນຂະນະທີ່ພວກຫົວຮຸນແຮງໄດ້ບຸກໂຈມຕີຢູ່ບໍລິເວນງານເທດສະການດັ່ງກ່າວ.
ນາງ ເອັມມີລີ ດາມາຣີ (Emily Damari) ອາຍຸ 28 ປີ, ນາງເປັນພົນລະເມືອງຂອງອັງກິດເຊື້ອສາຍອິສຣາແອລ ທີ່ຖືກລັກພາໂຕໄປຈາກອາພາດທ໌ເມັນຂອງນາງຢູ່ ກິບບຸທສ໌ ຄຟາ ອາຊາ (Kibbutz Kfar Aza), ເຊິ່ງເປັນໝູ່ບ້ານກະສິກຳຊຸມຊົນທີ່ໄດ້ຮັບຜົນກະທົບໜັກຈາກການບຸກໂຈມຕີຂອງກຸ່ມຮາມາສ. ນາງອາໄສຢູ່ໃນອາພາດທ໌ເມັນນ້ອຍໆໃນຊຸມຊົນສໍາລັບໄວໜຸ່ມ, ໂດຍເປັນສ່ວນນຶ່ງຂອງກິບບຸທສ໌ ທີ່ໃກ້ກັບຂົງເຂດກາຊາທີ່ສຸດ. ກຸ່ມຫົວຮຸນແຮງໄດ້ບຸກເຂົ້າໄປໃນຮົ້ວບໍລິເວນຊາຍແດນຂອງ ກິບບຸທສ໌ ແລະໄດ້ເຂົ້າຍຶດເອົາຄຸ້ມບ້ານດັ່ງກ່າວນີ້.
ນາງ ໂດຣອນ ສໄຕນ໌ເບຣັກເກີ້ (Doron Steinbrecher) ອາຍຸ 31 ປີ, ເປັນພະຍາບານສັດຕະວະແພດທີ່ຮັກສັດ, ແລະເປັນເພື່ອນບ້ານຂອງ ນາງ ດາມາຣີ ໃນ ກິບບຸທສ໌ ຄຟາ ອາຊາ.
ຟໍຣັມສະແດງຄວາມຄິດເຫັນ