ນັບແຕ່ສົກງົບປະມານປີ 2016 ເປັນຕົ້ນມາ ສະຫະລັດ ໄດ້ອະນຸຍາດໃຫ້ອົບພະຍົບທີ່ລະບຸໂຕເອງວ່າເປັນມຸສລິມເຂົ້າປະເທດ ຫຼາຍກວ່າພວກທີ່ເປັນຄຣິສ ຕຽນໜ້ອຍນຶ່ງ ອີງຕາມການວິເຄາະຂໍ້ມູນຂອງກະຊວງຕ່າງປະເທດສະຫະລັດໂດຍສູນກາງຄົ້ນຄວ້າ Pew.
ໃນຈຳນວນກວ່າ 63,000 ຄົນ ທີ່ໄດ້ຮັບອະນຸຍາດໃຫ້ເຂົ້າມາໃນສະຫະລັດ ນັບແຕ່ສົກງົບປະມານເລີ້ມຂຶ້ນ ໃນວັນທີ 1 ເດືອນຕຸລາ ປີ 2015 ເກືອບ 29,000 ຄົນ ຫລື 46 ເປີເຊັນ ກ່າວວ່າ ເຂົາເຈົ້າເປັນຊາວສມຸສລິມ ແລະຫລາຍກວ່າ 27,500 ຄົນ ຫລື 44 ເປີເຊັນ ລະບຸວ່າເຂົາເຈົ້າເປັນຊາວຄຣິສຕຽນ.
ຫຼາຍກວ່າເຄິ່ງໜຶ່ງຂອງຊາວອົບພະຍົບ ທີ່ເຂົ້າມາສະຫະລັດ ຈົນຮອດກາງເດືອນ ສິງຫານີ້ແມ່ນມາຈາກສີ່ປະເທດຄື ມຽນມາ ສາທາລະນະລັດປະຊາທິປະໄຕຄອງໂກ ຊີເຣຍ ແລະອີຣັກ. ຈຳນວນຫຼາຍທີ່ສຸດຂອງອົບພະຍົບ 10,464 ຄົນແມ່ນມາຈາກມຽນມາ.
ບັນດາຊົນກຸ່ມນ້ອຍໃນມຽນມາ ຮວມທັງຊາວຄຣິສຕຽນ ແລະມຸສລິມ ຕ່າງກໍປະເຊີນໜ້າ ຢ່າງຮ້າຍແຮງກັບການປະຫັດປະຫານ ຢູ່ໃນປະເທດຂອງເຂົາເຈົ້າທີ່ປະ ຊາຊົນສ່ວນໃຫຍ່ເປັນຊາວພຸດ ຊຶ່ງຈົນເຖິງເດືອນເມສາທີ່ຜ່ານມານີ້ໄດ້ຢູ່ພາຍໃຕ້ ການປົກຄອງແບບຜະເດັດການຂອງພວກທະຫານມາເປັນເວລາຫ້າທົດສະວັດ.
ຜູ້ນຳໂຕຈິງຂອງປະເທດ ທ່ານນາງ Aung San Suu Kyi ທີ່ສະໜັບສະໝູນ ປະຊາທິປະໄຕ ໄດ້ໃຊ້ເວລາສອງທົດສະວັດຢູ່ພາຍໃຕ້ການກັກບໍລິເວນ ໄດ້ຖືກຕ້ອງຕິຍ້ອນບໍ່ສາ
ມາດ ແກ້ໄຂໄດ້ຢ່າງພຽງພໍໃນການກໍ່ຄວາມຮຸນແຮງຕໍ່ຊາວໂຣຮິງຢາ ທີ່ເປັນຊາວມຸສລິມກຸ່ມນ້ອຍ.
ແຕ່ໜ້ອຍກວ່າ 25 ເປີເຊັນ ຫລື 2,554 ຄົນ ຂອງອົບພະຍົບຈາກປະເທດດັ່ງ ກ່າວ ທີ່ເຂົ້າມາສະຫະລັດ ເປັນຊາວມຸສລິມ ອີຕາມການພົບເຫັນໃນການວິເຄາະຂອງອົງການ Pew.