ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງການ WHO ກ່າວວ່າ ມີການກວດ​ພົບ ການຕິດໂຣກ ທາງເພດສຳ​ພັນ 1 ລ້ານກໍລະນີ ໃນແຕ່ລະວັນ


ແພດຄົນນຶ່ງ ກຳລັງເຈາະເອົາເລືອດຂອງຊາຍຄົນນຶ່ງ ຜູ້ທີ່ໄດ້ຮັບການກວດຫາ HIV ຟຣີ ຢູ່ເທິງລົດເມ ໃນນະຄອນເຕຫະຣ່ານ ຂອງອີຣ່ານ, ວັນທີ 16 ທັນວາ 2015.
ແພດຄົນນຶ່ງ ກຳລັງເຈາະເອົາເລືອດຂອງຊາຍຄົນນຶ່ງ ຜູ້ທີ່ໄດ້ຮັບການກວດຫາ HIV ຟຣີ ຢູ່ເທິງລົດເມ ໃນນະຄອນເຕຫະຣ່ານ ຂອງອີຣ່ານ, ວັນທີ 16 ທັນວາ 2015.

ຫຼາຍກວ່າ 1 ລ້ານຄົນ ໃນທົ່ວໂລກ ໄດ້ຮັບໂຣກທີ່ຕິດແປດດ້ວຍການມີເພດສຳພັນ ຫຼື
ເອີ້ນຫຍໍ້ວ່າ STI ໃນແຕ່ລະວັນ ອີງຕາມຖະການຂອງອົງການອະນາໄມໂລກ ຫຼື WHO.

ໃນການສຶກສາຄົ້ນຄວ້າ ທີ່ໄດ້ຖືກເປີດເຜີຍ ໃນວັນພະຫັດວານນີ້ ອົງການອະນາໄມຂອງ
ສະຫະປະຊາຊາດນີ້ ໄດ້ກ່າວວ່າ ນຶ່ງໃນຈຳນວນ 25 ຄົນໃດຢູ່ທົ່ວໂລກ ໄດ້ຕິດເຊື້ອໂຣກ
ຢ່າງໜ້ອຍນຶ່ງໃນສີ່ໂຣກດັ່ງກ່າວນີ້: ໂຣກໜອງໃນປະເພດ chlamydia gonorrhea
trichomoniasis ແລະ syphilis. ບາງຄົນ ມີຫຼາຍກວ່ານຶ່ງ STI ທີ່ຍັງເອີ້ນກັນວ່າ
ໂຣກຕິດແປດດ້ວຍການມີເພດສຳພັນ.

ທ່ານໝໍ ເມລານີ ເທເລີ້ ຫົວໜ້າຂຽນລາຍງານດັ່ງກ່າວ ເວົ້າວ່າ “ການຕິດແປດເຫຼົ່ານີ້
ຊີ້ໃຫ້ເຫັນວ່າ ພວກຄົນທັງທັງຫຼາຍ ແມ່ນຈະເອົາສຸຂະພາບຂອງພວກເຂົາເຈົ້າ
ມາສ່ຽງກັບເລື້ອງທາງເພດ ແລະກັບເລື້ອງສຸຂະພາບໃນການຖືພາ.”

ອົງການ WHO ໄດ້ກ່າວວ່າ ມີກໍລະນີໃໝ່ຫຼາຍກວ່າ 376 ລ້ານກໍລະນີຂອງ STI ພາຍ
ໃນກຸ່ມພວກຜູ້ຊາຍ ແລະພວກແມ່ຍິງ ອາຍຸ ລະຫວ່າງ 15 ປີ ຫາ 49 ປີ ໃນປີ 2016
ຊຶ່ງເປັນປີຫຼ້າສຸດ ສຳລັບຂໍ້ມູນທີ່ສາມາດເກັບກຳໄດ້. ລາຍງານຂອງອົງການ WHO
ໄດ້ໄຈ້ແຍກອັດຕາການຕິດເຊື້ອໂຣກ ໃນປີ 2016 ອອກຄືດັ່ງນີ້: 127 ລ້ານກໍລະນີໃໝ່
ຂອງໂຣກໜອງໃນປະເພດ chlamydia 87 ລ້ານກໍລະນີ ຂອງປະເພດ gonorrhea
6 ລ້ານກໍລະນີ ຂອງປະເພດ syphilis ແລະ 156 ລ້ານກໍລະນີ ຂອງປະເພດ
trichomoniasis.

ເຊື້ອໂຣກ STI ແມ່ນຕິດແປດດ້ວຍການມີເພດສຳພັນທີ່ບໍ່ໄດ້ປົກປ້ອງ ຜ່ານທາງຊ່ອງ
ສັງວານ ຫຼື ອະໄວຍະວະເພດຂອງແມ່ຍິງ ທາງທະວານໜັກ ແລະທາງປາກ. ໃນບາງ
ກໍລະນີ ເຊື້ອໂຣກແມ່ນຕິດຕໍ່ຈາກແມ່ໄປຫາລູກທາລົກ ໃນລະຫວ່າງການຖືພາ. ສ່ວນ
ໜອງໃນປະເພດ syphilis ສາມາດຕິດແປດໄດ້ ໂດຍຜ່ານການສຳພັດກັບເລືອດ
ຂອງຜູ້ທີ່ມີໂຣກນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG