ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Whitney Houston ນັກຮ້ອງຊື່ດັງ ຂອງສະຫະລັດ ເສຍຊີວິດ ກະທັນຫັນ


ນັກຮ້ອງແລະນັກສະແດງຊື່ດັງ ແລະຜູ້ໄດ້ຮັບລາງວັນ Grammy ອັນສູງສົ່ງຂອງວົງການອຸດສາຫະກໍາດົນຕີ ຂອງສະຫະລັດ ທີ່ເສຍຊີວິດລົງເມື່ອວັນ
ທີ່ 11 ເດືອນກຸມພານີ້ ທີ່ເມືອງ Los Angeles ດ້ວຍໄວ 48 ປີ
ນັກຮ້ອງແລະນັກສະແດງຊື່ດັງ ແລະຜູ້ໄດ້ຮັບລາງວັນ Grammy ອັນສູງສົ່ງຂອງວົງການອຸດສາຫະກໍາດົນຕີ ຂອງສະຫະລັດ ທີ່ເສຍຊີວິດລົງເມື່ອວັນ ທີ່ 11 ເດືອນກຸມພານີ້ ທີ່ເມືອງ Los Angeles ດ້ວຍໄວ 48 ປີ

Whitney Houston ນັກ​ຮ້ອງ​ແລະ​ນັກສະ​ແດງ​ທີ່​ໄດ້​ຮັບ​ລາງວັນ Grammy ​ເສຍຊີວິດ​ລົງ
ເມື່ອ​ວັນ​ເສົາ​ວານ​ນີ້ ​ໂດຍມີ​ອາຍຸ​ໄດ້ 48 ປີ ທີ່​ຫ້ອງ​ໂຮງ​ແຮມ​ແຫ່ງ​ນຶ່ງ​ ທີ່​ນະຄອນ​ລອສ​ແອ​ນ
ເຈີ​ເລ​ສ ລັດ​ແຄ​ລິ​ຟໍ​ເນຍ

ຂ່າວ​ເອພີ ​ໄດ້​ອ້າງ​ເອົາ​ຄໍາ​ເວົ້າຂອງ​ນັກ​ຮ້ອງ Bobby Brown ອະດີດສາມີ​ຂອງ ວິດນີ ຮີ​ວ
ສຕັນ ທີ່​ເວົ້າ ກ່ອນ​ຂຶ້ນ​ເວທີສະ​ແດງ​ທີ່​ລັດ​ມີສຊິສຊິ​ບປີ ​ໃນຄືນ​ວັນ​ເສົາ​ນັ້ນ​ວ່າ “ວິດ​ນີ ຂ້ອຍ
ຢາກ​ບອກ​ເຈົ້າວ່າຂ້ອຍ​ຮັກ​ເຈົ້າ ​ສິ່ງ​ທີ່​ໜັກໜ່ວງ​ທີ່​ສຸດ​ສໍາລັບຂ້ອຍ​ເວລາ​ນີ້ ​ກໍ​ຄື​ມາ​ຢູ່​ເ​ທິງເວທີ​
ສ​ະ​ແດງ​ນີ້.”

ຕໍາຫລວດ​ກ່າວ​ວ່າ ພວກ​ນາຍ​ໝໍ​ປະກາດ​ວ່າ ວິດ​ນີ ຮີ​ວສຕັນ ​ເສຍ​ຊີວິດ​ເມື່ອ​ຕອນ​ແລງ​ວັນ
ເສົາ ທີ່​ຫ້ອງພັກຊັ້ນ​ສີ່​ຂອງ​ໂຮງ​ແຮມ Beverly Hilton Hotel.

Mark Rosen ໂຄສົກຕໍາຫລວດ​ຄຸ້ມດາລາ Beverly Hill ກ່າວ​ວ່າ ພວກ​ເຈົ້າໜ້າ​ທີ່ ​ແລະ
ພວກ​ໝໍມາ​ທີ່​ຫ້ອງ​ພັກ​ຂອງ​ໂຮມ​ແຮມ​ ​ນ​ເວລາບໍ່​ເທົ່າ​ໃນ​ນາທີຫລັງ​ຈາກ​ໄດ້​ຮັບ​ແຈ້ງ​ສຸກ​ເສີນ.

ພວກ​ເຈົ້າໜ້າ​ທີ່​ກ່າວ​ວ່າ ພວກ​ພະຍາ​ບານ​ພະຍາຍາມ​ຊ່ວຍໃຫ້​ວິດ​ນີຟື້ນ​ຄືນແຕ່​ບໍ່​ສໍາ​ເລັດ.
ຕໍາຫລວດ​ກ່າວ​ວ່າຍັງ​ບໍ່​ຮູ້​ສາ​ເຫດ​ຂອງ​ການ​ເສຍ​ຊີວິດ​ຂອງ​ນາງ​ເທື່ອ ​ແລະວ່າ ​ບໍ່​ມີ​ຮ່ອງຮອຍ
ໃດໆ​ທີ່​ວ່າ​ມາ​ຈາກ​ອາຊະຍາ​ກໍາ.

ການສູນ​ເສຍ​ນັກ​ຮ້ອງ​ຊື່​ດັງຂອງ​ສະຫະລັດ​ຄົນ​ນີ້ ​ເກີດ​ຂຶ້ນ​ໃນ​ຕອນ​ແລງ​ຂອງ​ວັນງານມອບ
ລາງວັນ Grammy ອັນ​ສູງ​ສົ່ງ​ຂອງ​ອຸດ​ສະຫະ​ກໍາ​ດົນຕີຂອງ​ສະຫະລັດ ທີ່​ນະຄອນ Los
Angeles ບ່ອນທີ່​ວິດ​ນີ ທີ່​ໄດ້​ຮັບລາງວັນ Grammy ມາ​ແລ້ວຫົກອັນ​ນັ້ນ ​ໄດ້​ເຕົ້າ​ໂຮມ​
ກັບ​ພວກ​ນັກ​ຮ້ອງຫລາຍ​ຮ້ອຍ​ຄົນ ​ເພື່ອ​ເຂົ້າ​ຮ່ວມ​ໃນ​ງານ​ມອບ​ລາງວັນ​ໃນ​ວັນ​ອາທິດມື້​ນີ້​
ຫລື​ອີກ​ປະມານ 12 ຊົ່ວ​ໂມງ​ຂ້າງ​ໜ້າ​ນີ້.

ພວກ​ຈັດ​ງານລາງ​ວັນ​ແກຣມມີ ກ່າວ​ວ່າ Jennifer Hudson ນັກ​ຮ້ອງ​ທີ່ ​ໄດ້​ຮັບ​ລາງວັນ
Grammy ຈະ​ສະດຸ​ດີ ວິດ​ທີ​ ຮິ​ວສຕັນ​ ໃນ​ງານ​ມອບ​ລາງ ວັນ​ດັ່ງກ່າວ​ ຊຶ່ງ​ຈະ​ມີ​ການຖ່າຍ
ທອດ​ອອກ​ອາກາດ​ສົດ​ໃນວັນ​ອາທິດ​ມື້​ນີ້.

XS
SM
MD
LG