ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໓ ຕຸລາ ໒໐໒໓

ສົບນັກຮ້ອງ ວິດນີ ຮິວສະຕັນ ຈະຖືກນໍາໄປຝັງທີ່ ນີວເຈີຊີ ລັດບ້ານເກີດ ໃນວັນອາທິດມື້ນີ້ (ເບິ່ງສະໄລດ໌ກັບວີດີໂອ)


ສົບນັກຮ້ອງ ວິດນີ ຮິວສະຕັນ ຈະຖືກນໍາໄປຝັງທີ່ ນີວເຈີຊີ ລັດບ້ານເກີດ ໃນວັນອາທິດມື້ນີ້ (ເບິ່ງສະໄລດ໌ກັບວີດີໂອ)

ສົບ​ຂອງ Whitney Houston ນັກ​ຮ້ອງລາງວັນ Grammy ຊຶ່ງເປັນລາງ​ວັນອັນ​ສູງ​ສົ່ງ​
ຂອງ​ວົງ​ການອຸດສາຫະກໍາ​ດົນຕີ​ຂອງ​ອາ​ເມ​ຣິກາ ຈະ​ຖືກ​ນໍາ​ໄປ​ຝັງໃນ​ວັນ​ອາທິດ​ມື້​ນີ້ທີ່​ລັດ
New Jersey ​ບ້ານ​ເກີດ​ຂອງລາວ​.

ພວກ​ເຈົ້າໜ້າ​ທີ່​ກ່າວ​ວ່າ ​ໄດ້​ມີ​ການຈັດ​ວາງ​ຄວາມ​ປອດ​ໄພ​ຢ່າງແໜ້ນໜາຢູ່​ພາຍ​ໃນ ​ແລະ
ອ້ອມ​ແອ້ມ​ສຸສານ​ຝັງ​ສົບ ​ເພື່ອກັນພວກ​ແຟນ​ເພງ​ຂອງນາງ​ ທີ່​ຄາດ​ວ່າຈະມາ​ຮ່ວມ​ພິທີ​ຝັງ​
ສົບ​ຢ່າງ​ຫລວງຫລາຍ​ເພື່ອ​ໄວ້ອາ​ໄລ​ບັ້ນ​ສຸດ​ທ້າຍ.

ສົບ​ຂອງ Whitney Houston ຈະ​ຖືກ​ຝັງ​ໄວ້​ຢູ່ໃກ້​ຫລຸມ​ຝັງ​ສົບ​ຂອງ​ພໍ່ ຂອງ​ລາວ John
Russel Houston Jr. ທີ່​ສຸສານ Fairview ທີ່ ​ເມືອງ Westfield ລັດ​ນີວ​ເຈີ​ຊີ.

ພິທີ​ຝັງ​ສົບ​ຈະ​ກະທໍາ​ກັນ​ຢ່າງ​ເປັນ​ທາງສ່ວນ​ຕົວ​ທີ່​ສຸດ ບໍ່​ເໝືອນ​ກັບ​ພິທີ​ສົ່ງ​ສະການ​ເມື່ອ​ວັນ
ເສົາ ຊຶ່ງ​ຄອບຄົວ​ໄດ້​ຖ່າຍ​ທອດ​ພິທີການ​ຜ່ານ​ທາງ​ອິນ​ເທີ​ເນັດ ​ແລະ​ທີ​ວີ.

ພວກ​ດາຣານັກ​ຮ້ອງ​ນັກສະ​ແດງ​ທີ່​ມີ​ຊື່​ສຽງ ​ໂຮ​ມທັງ​ຜູ້​ຍິ່ງ​ໃຫຍ່​ດ້ານ​ດົນຕີຂອງ​ອາ​ເມຣິກາ
ທັງຫລາຍ ​ໄດ້​ເຂົ້າຮ່ວມສະ​ດຸ​ດີ Whitney Houston ​ເປັນ​ຄັ້ງ​ສຸດ​ທ້າຍ​ເມື່ອ​ວັນ​ເສົາ​ວານ​ນີ້
ທີ່​ວັດ New Hope Baptist Church ຊຶ່ງ​ເປັນ​ວັດທີ່​ນາງເຄີຍ​ໄ​ດ້ຂາບ​ໄວ້​ບູຊາຕອນ​ເປັນ​
ເດັກ ​ແລະເຄີຍ​ຮ້ອງ​ເພງ​ ໃນ​ຄະນະ​ຮ້ອງ​ເພງປະ​ສານ​ສຽງ​ຂອງວັດໃນ​ຕອນເປັນ​ເດັກ​ເຊັ່ນ
ກັນ. ພວກແຟນ​ເພງ​ຂອງ Whitney Houston ​ໄດ້​ສະ​ແດງ​ຄວາມ​ຮັກແພ​ງ ​ໂດຍ​ເອົາ​ລູກ
ໂປ່​ງຫລາຍ​ຮ້ອຍ​ລູກ ດອກ​ໄມ້ ​ແລະ​ບັດ​ອວຍພອນ ​ໄປວາງ​ໄວ້​ນອກ​ບໍລິ​ເວນ​ວັດດັ່ງກ່າວ.

ພິທີ​ໄວ້ອາ​ໄລ​ແກ່​ ມື້​ລາງ​ນັກ​ຮ້ອງ​ແລະ​ນັກສະ​ແດງ ໄວ 48 ປີ ທີ່​ໄດ້​ຮັບ​ລາງວັນ
Grammy ມາ 6 ອັນ​ນັ້ນ ​ໄດ້​ເລິ່ມຂຶ້ນອາທິດ​ນຶ່ງ​ຫລັງ​ຈາກ​ຜູ້ກ່ຽວ​ເສຍ​ຊີວິດ ຢູ່​ໃນ​ອ່າງ​
ອາບນໍ້າທີ່​ໂຮງແຮມ Hilton ຄຸ້ມ​ Berverly Hill ຂອງ​ພວກ​ດາຣາ ທີ່ລັດ​ແຄ​ລິ​ຟໍ​ເນຍ.

XS
SM
MD
LG