ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທໍານຽບຂາວເປີດເຜີຍ ເງິນເດືອນຂອງພະນັກງານ


ຮູບທໍານຽບຂາວ
ຮູບທໍານຽບຂາວ

ລາຍ​ງານ​ປະ​ຈໍາປີ​ຂອງ​ທໍານຽບຂາວ​ ວ່າ​ດ້ວຍ​ເງິນ​ເດືອນ​ຂອງ​ພວກ​ພະນັກງານ​ໃນ​ທໍາ
ນຽບຂາວ​ສະ​ແດງ​ໃຫ້​ເຫັນ​ວ່າ ​ພະນັກງານ 21 ຄົນຈະ​ໄດ້​ຮັບ​ເງິນ​ເດືອນ​ຫລາຍ​ທີ່​ສຸດ
172 ພັນ 200 ດອລ​ລາ​ຕໍ່​ປີ​ສໍາ​ລັບ​ປີ​ນີ້.

ພວກ​ທີ່​ໄດ້​ເງິນ​ເດືອນ​ຫລາຍ​ກວ່າ​ໝູ່​ເຫລົ່າ​ນີ້ ແມ່ນ​ຮວມທັງ​ທ່ານ​ນາງ Valerie Jarrett
ທີ່​ປຶກສາ​ຂັ້ນ​ອາວຸ​ໂສ ທ່ານ William Daley ຫົວໜ້າ​ກອງເລຂາ​ປະ​ຈໍາ​ທໍານຽບຂາວ
ແລະ​ທ່ານ Jon Favreau ຜູ້​ອໍານວຍ​ການ​ຝ່າຍ​ຂຽນ​ຄໍາ​ປາ​ໄສ​ໃຫ້​ປະທານາທິບໍດີ.

ລາຍ​ງານ​ຂອງ​ທໍານຽບຂາວ​ທີ່​ເປີດ​ເຜີຍ​ໃຫ້​ປະຊາຊົນ​ຮູ້​ໃນ​ວັນ​ສຸກ​ຜ່ານ​ມາ ສະ​ແດງ​ໃຫ້​
ເຫັນ​ວ່າ ເງິນ​ເດືອນ​ປະ​ຈໍາ​ປີ​ນີ້ ​ສໍາ​ລັບ​ພວກພະນັກງານທັງ​ໝົດ 454 ຄົນຂອງ​ທໍານຽບ
ຂາວ ຈະ​ຕົກ​ເປັນ 37 ລ້ານ​ກັບ 1 ແສນ ​ດອລ​ລາ. ຫລາຍ​ກວ່າ 1 ສ່ວນ 3 ​ຂອງ​ພະ
ນັກງານ​ທັງ​ໝົດ ຈະໄດ້ ຮັບ​ເງິນ​ຫລາຍ​ກວ່າ 1 ​ແສນ​ດອລ​ລາ​ຕໍ່​ປີ ​ແລະຜູ້​ທີ່​ໄດ້​ເງິນ​ເດືອນ
ຕໍ່າ​ສຸດ ​ແມ່ນ 41 ພັນດອລ​ລາ​ຕໍ່​ປີ.

ປະທານາທິບໍດີ​ໂອ​ມາ​ບາ ​ໄດ້ວາງ​ກໍານົດ​ບໍ່​ໃຫ້​ຂຶ້ນເງິນ​ເດືອນສໍາລັບພວກ​ພະນັກງານທີ່
ໄດ້​ຮັບ​ເງິນ​ເດືອນ​ຫລາຍ​ກວ່າ 1 ​ແສນດອລລາ​ຕໍ່​ໄປ​ ຫລັງ​ຈາກ​ທ່ານໄດ້ຂຶ້ນ​ດໍາລົງ​ຕໍາ​
ແໜ່​ງ​ໃນ​ທໍານຽບຂາວ​.

ເງິນ​ເດືອນ​ປະ​ຈໍາປີ​ຂອງ​ປະທານາທິບໍດີ​ໂອ​ບາ​ມາ​ເອງ​ນັ້ນ ​ແມ່ນ 4 ​ແສນດອລລາ​ຕໍ່​ປີ.

ລັດ​ສະພາ​ສະຫະລັດ​ບັງຄັບ​ໃຫ້​ທໍານຽບຂາວ​ຕ້ອງເຮັດ​ລາຍ​ງານ​ປະ​ຈໍາປີແຈ້ງ​ໃຫ້​ສະພາ​
ຮູ້​ວ່າ ພະນັກງານ​ໃນ​ທໍານຽບຂາວ​ແຕ່ລະຄົນ​ໄດ້​ເງິນເດືອນ​ປະ​ຈໍາປີ​ເທົ່າ​ໃດ.

ລັດຖະບານ​ໂອ​ບາ​ມາ​ໄດ້​ແຈ້ງ​ຂ່າວ​ເງິນ​ເດືອນ​ຂອງ​ພວກ​ພະນັກງານ​ປະ​ຈໍາ​ທໍານຽບຂາວ​
ໃຫ້​ຮູ້​ໃນ​ອິນ​ເຕີ​ແນັດໃນ​ແຕ່ລະ​ປີ.

XS
SM
MD
LG