ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ງານ​ລ້ຽງ​ນັກ​ສື່​ຂ່າວ​ ປະ​ຈໍາປີ​ຂອງ​ທໍານຽບຂາວ (ເບິ່ງວີດີໂອ)


ພິທີກອນລາຍການໂອ້ລົມທາງທລພາບ ABC, Jimmy Kimmel ທີ່ໄປເວົ້າຕະລົກ ໃຫ້ຄວາມມ່ວນຊື່ນແກ່ແຂກໃນງານ.
ພິທີກອນລາຍການໂອ້ລົມທາງທລພາບ ABC, Jimmy Kimmel ທີ່ໄປເວົ້າຕະລົກ ໃຫ້ຄວາມມ່ວນຊື່ນແກ່ແຂກໃນງານ.

ນັກ​ຂ່າວ ​ເຈົ້າ​ໜ້າ​ທີ່​ລັດຖະບານ ​ແລະ​ດາລາ Hollywood ​ໄດ້​ມາ​ຮ່ວມ​ສັງ​ສັນ ​ເວົ້າ​ຢອກ
ມ່ວນ​ຊື່ນ​ກັນ ​ເມື່ອ​ຄືນ​ວັນ​ເສົາ​ທີ່​ຜ່ານ​ມາ​ນີ້ ​ໃນ​ງານ​ລ້ຽງ​ນັກ​ສື່​ຂ່າວ​ປະ​ຈໍາປີ​ຂອງ​ທໍານຽບ
ຂາວ ທີ່​ຈັດ​ຂຶ້ນ​ຢູ່​ໂຮງ​ແຮມ Hilton ​ໃນນະຄອນຫລວງ​ວໍ​ຊິງ​ຕັນ.

ປະທານາ​ທິ​ບໍ​ດີ Barack Obama ​ໄດ້​ກ່າວ​ຄໍາ​ປາ​ໄສ​ຕໍ່​ບັນດາ​ແຂກ​ທີ່ໄປ​ຮ່ວມ​ໃນ​ງານ ​
ແລະໄດ້​ເວົ້າ​ແບບ​ຫຍິກ​ແກມ​ຢອກ ​ເຖິງ​ຄະນະ​ນໍາພາ​ຂອງ​ພັກຣີພັບ​ບລິ​ກັນ ໂດຍໄດ້​ກ່າວ​
ຂອບ​ໃຈ​ພວກ​ເຂົາ​ເຈົ້າ ທີ່​ “ໄດ້​ຍາດ​ເວລາ​ທີ່​ຫຍຸ້ງຫລາຍ ຈາກ​ໝາຍກໍານົດ​ການແລະ​ວຽງ
​ງານອັນອິດ​ເມື່ອຍ​ຂອງ​ພວກ​ເຂົາ​ເຈົ້າ ​ໃນ​ການ​ບໍ່​ອອກ​ກົດໝາຍ​ໃດໆ​ນັ້ນ” ມາ​ຮ່ວມ​ໃນ​ງານ​ລ້ຽງ.

ນອກນີ້ ທ່ານ​ໂອ​ບາ​ມາ​ຍັງ​ໄດ້​ເວົ້າ​ຫລິ້ນ​ຫົວ ກ່ຽວ​ກັບ​ຄວາມ​ຄ້າຍຄື​ກັນ​ຂອງ​ທ່ານ ກັບ​ຄູ່​
ແຂ່ງ​ຂອງ​ທ່ານຈາ​ກພັກຣີພັບ​ບລິ​ກັນ ທ່ານ​ມິ​ຕ ຣອມນີ ທີ່ຄາດ​ກັນ​ວ່າ​ຈະ​ໄດ້​ຮັບ​ການ​ແຕ່ງ​
ຕັ້ງ​ໃຫ້​ເປັນ​ຜູ້​ຕາງ​ໜ້າ​ພັກສະມັກເລືອກ​ຕັ້ງ​ປະທານາທິບໍດີ ແຂ່ງກັບ​ທ່ານ​ໂອ​ບາ​ມາ​ນ​ນັ້ນ​
​ໂດຍ​ກ່າວ​ວ່າ “ພວກ​ເຮົາ​ທັງ​ສອງ​ຕ່າງ​ກໍ​ຄິດ​ວ່າ ພັນ​ລະ​ຍາ​ຂອງ​ພວກ​ເຮົາ​ນັ້ນ​ເປັນ​ອີກ
​ເຄິ່ງນຶ່ງຂອງ​ພວກ​ເຮົາ​ ທີ່​ດີ​ກ່ວາ​ເຮົາ ​ແລະ​ຜົນ​ການ​ຢັ່ງ​ຫາງ​ສຽງ​ມະຫາຊົນ​ກໍ​ສະ​ແດງ​ວ່າ
ປະຊາ​ຊົນ​ອາ​ເມຣິກັນ​ເຫັນ​ພ້ອມ​ນໍາ​ຢ່າງ​ຫລວງຫລາຍ ​ຊຶ່ງ​ເປັນ​ການ​ດູ​ຖູ​ກັນ​ແທ້ໆ​ເນາະ.
​ແລະ​ພວກ​ເຮົາ​ຕ່າງ​ກໍ​ໄດ້​ປະລິນຍາ​ມາ​ຈາກ​ມະຫາ​ວິດ​ທະຍາ​ໄລ Harvard. ຂ້າພະ​ເຈົ້າ​ໄດ້
​ມາ​ອັນ​ດຽວ ​ແຕ່​ທ່ານຣອມນີ​ໄດ້​ມາ​ສອງ. ຈັ່ງ​ແມ່ນ​ເພິ່ນ​ເກ່ງ!”

ຜູ້​ທີ່​ຖືກ​ເຊີນ​ມາ​ໃຫ້​ມາ​ເວົ້າ​ຕະລົກ ​ໃຫ້ຄວາມ​ມ່ວນ​ຊື່ນ​ແກ່​ແຂກໃນ​ງານ​ລ້ຽງ​ປີ​ນີ້ ​ໄດ້​ແກ່​
ນັກ​ຕະລົກ Jimmy Kimmel ພິທີ​ກອນ​ລາຍການ​ໂອ້​ລົມ​ກັນ​ຕອນ​ເດິ​ນຂອງ​ໂທລະພາບ
​ຊ່ອງ ABC. ຜູ້ກ່ຽວ​ໄດ້​ເວົ້າ​ຕະລົກ ແບບ​ແຮງໆ​ແດ່​ຫລາຍ​ຄັ້ງ ​ໂຮມ​ທັງ​ໄດ້​ເວົ້າ​ຢອກ​ປະທາ
ນາທິບໍດີ​ໂອ​ບາ​ມາ ກ່ຽວ​ກັບ​ຄະ​ແນ​ນນິຍົມ​ຂອງ​ທ່ານ ​ໃນ​ປີເລືອກ​ຕັ້ງ​ນີ້ ​ໂດຍ​ກ່າວ​ວ່າ
“ມີ​ຄໍາ​ສັບ​ຄໍາ​ນຶ່ງ​ (a term) ສໍາລັບ​ປະທານາທິບໍດີ​ໂອ​ບາ​ມາ ນັ້ນ​ກໍ​ຄື ຄົງ​ຈະ​ບໍ່​ມີ​ສອງ​
ສະ​ໄໝ​ (two terms) ດອກ ປີ​ນີ້.”

ດາຣາຮອລລີ​ວູດ ທີ່​ໄປ​ຮ່ວມ​ງານ​ລ້ຽງ ມີ​ໂຮມ​ທັງ George Clooney, Kim Kardashian,
Lindsay Lohan ​ແລະ​ນັກ​ສ້າງ​ຮູບ​ເງົາ Steven Spielberg.

ລາຍ​ໄດ້​ຈາກ​ງານ​ລ້ຽງ ກໍ​ຄື​ຈາກ​ລາຄາ​ບັດ​ທີ່​ແຂກ​ຊື້​ເຂົ້າ​ໄປ​ຮ່ວມ ​ແມ່ນ​ນໍາ​ໄປ​ເປັນ​ທຶນ​ໃຫ້
​ແກ່​ຜູ້​ທີ່​ຢາກ​ເປັນນັກ​ຂ່າວ​ ​ແລະເງິນ​ລາງວັນ​ສໍາລັບນັກ​ຂ່າວ​ທີ່​ມີ​ຜົນງານ​ໂດດ​ເດ່​ນ.

XS
SM
MD
LG