ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຕີໝາຍເລກນຶ່ງ ຂອງ ສຫລ ຮັບເອົາຕົ້ນ Christmas ເພື່ອມາຕັ້ງສະແດງ


ລໍ້ທີ່ລາກດ້ວຍມ້າ ນໍາເອົາຕົ້ນຄຣິສມາສ ມາມອບໃຫ້ຄອບຄົວໂອບາມາ ຢູ່ນອກທໍານຽບຂາວ.
ລໍ້ທີ່ລາກດ້ວຍມ້າ ນໍາເອົາຕົ້ນຄຣິສມາສ ມາມອບໃຫ້ຄອບຄົວໂອບາມາ ຢູ່ນອກທໍານຽບຂາວ.

ສະຕີໝາຍເລກນຶ່ງຂອງສະຫະລັດ ທ່ານນາງ Michele Obama ໄດ້ຮັບເອົາຕົ້ນ Christmas ເພື່ອມາຕັ້ງສະແດງ ຢູ່ທໍານຽບຂາວ ຢ່າງເປັນທາງການ ໃນວັນສຸກວານນີ້.

ສະຕີໝາຍເລກນຶ່ງຂອງສະຫະລັດ ທ່ານນາງ Michele Obama
ໄດ້ ຮັບຕົ້ນ Christmas ເພື່ອມາຕັ້ງສະແດງ ຢູ່ທໍານຽບຂາວ
ຢ່າງເປັນທາງການໃນວັນສຸກວານນີ້ ນຶ່ງມື້ຫລັງຈາກບຸນປະເພນີ ຂອບຄຸນພະເຈົ້າປະຈໍາປີ.

ທ່ານນາງ Obama ໄດ້ກວດກາເບິ່ງຕົ້ນ Christmas ກັບ
ພວກລູກສາວ ຂອງທ່ານນາງ ກໍຄືນາງ Sasha ແລະນາງ
Malia ພ້ອມດ້ວຍໝາ ຂອງຄອບຄົວ ທ້າວ Bo ລຸນຫລັງ
ທີ່ຕົ້ນ Christmas ໄດ້ຖືກແກ່ມາ ມອບໃຫ້ ໂດຍໃສ່ລໍ້ທີ່
ແກ່ດ້ວຍມ້າ. ກອງດຸລິຍາງຂອງທະຫານ ໄດ້ເສບເພງ
“O Christmas Tree” ຫລື ໂອ້ຕົ້ນຄຣິສມາສເອີ້ຍ ໃນຂະ
ນະທີ່ ຄອບຄອບໂອບາມາຍ່າງອອກມານອກທໍານຽບນັ້ນ.

ສະຕີໝາຍເລກນຶ່ງໄດ້ກົ້ມລົງດົມຕົ້ນສົນ ທີ່ສູງ 5.8 ແມັດ ໃນຂະນະທີ່ນາງມາເລຍ ອາຍຸ 14 ປີ ໄດ້ອອກຄໍາເຫັນວ່າ ນາງມັກຊອກຫາຈຸດທີ່ງາມ ຢູ່ຍອດຂອງຕົ້ນນັ້ນສະເໝີ. ລຸນ ຫລັງທີ່ນາງມາເລຍ ໄດ້ຢືນຢັນວ່າຕົ້ນ Christmas ໃນປີນີ້ມີຍອດ “ ທີ່ດີຫລາຍ” ແລ້ວ ທ່ານນາງໂອບາມາກກໍຍົກໂປ້ຂຶ້ນ ເພື່ອສະແດງເຖິງການໃຫ້ການອະນຸມັດຂອງຄອບຄົວ.

ການວາງສະແດງ ແລະຕົກແຕ່ງຕົ້ນໄມ້ທີ່ມີສີຂຽວຕະຫລອດການສໍາລັບຄຣີສມາສ ແມ່ນ ເປັນ
ປະເພນີ ທີ່ຢ້ອນຄືນຫລັງໄປເຖິງສັດຕະ ວັດທີ 16 ຂອງເຢຍຣະມັນ. ຊາວຄຣີສຕຽນເຊື່ອ ກັນວ່າ ຕົ້ນໄມ້ນັ້ນ ແມ່ນເປັນຕົວແທນໃຫ້ແກ່ພະເຢຊູ ແລະເປັນການສະແດງເຖິງການເລີ້ມ
ຕົ້ນໃໝ່. ປະເພນີດັ່ງກ່າວ ໄດ້ແຜ່ຜາຍມາເຖິງບ້ານເຮືອນຂອງຊາວອາເມຣິກັນ ໂດຍພວກ ຄົນເຂົ້າເມືອງຈາກເຢຍຣະມັນ.

ທ່ານນາງ Michelle Obama ກວດເບິງຕົ້ນຄຣີສມາດ ທີ່ຫາກໍ່ແກ່ມາເຖິງ
ທ່ານນາງ Michelle Obama ກວດເບິງຕົ້ນຄຣີສມາດ ທີ່ຫາກໍ່ແກ່ມາເຖິງ

ມາເຖິງດຽວ ນີ້ ການຂາຍຕົ້ນຄຣີສມາສ ທັງຕົ້ນປອມ ແລະແທ້
ກາຍມາເປັນທຸລະກິດອັນຍິ່ງໃຫຍ່ ຢູ່ໃນສະຫະລັດ ຊຶ່ງໄດ້ກວດ
ເອົາເງິນຫລາຍຕື້ໂດລາ ໃນແຕ່ລະປີ.

ມັນເປັນປະເພນີ ທີ່ຕ້ອງຕົກແຕ່ງຕົ້ນຄຣີສມາສ ດ້ວຍດອກໄຟ
ແລະ ເຄື່ອງຕົກແຕ່ງຫ້ອຍ ອື່ນໆ ແລະເອົາຂອງຂວັນສໍາລັບ
ຄອບຄົວໃນຍາມບຸນນີ້ ໄປວາງໄວ້ຢູ່ກ້ອງຫັ້ນ. ຢູ່ກ້ອງຕົ້ນຄຣີສ
ມາສນັ້ນກໍຍັງແມ່ນບ່ອນທີ່ ພວກເດັກນອ້ຍເອົາເຂົ້າໜົມຄຸກກີ
ແລະນົມໄປປະໄວ້ສຳລັບ Santa Claus.
XS
SM
MD
LG