ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທໍານຽບຂາວ ເປີດເຜີຍອີເມລ ກ່ຽວກັບ ການໂຈມຕີ ທີ່ Benghazi


ພາບຂ້າງນອກຂອງສະຖານກົງສຸນສະຫະລັດ ທີ່ເມືອງ Benghazi ທີ່ຖືກໂຈມຕີໃນວັນທີ 11 ເດືອນກັນຍາ 2012.
ພາບຂ້າງນອກຂອງສະຖານກົງສຸນສະຫະລັດ ທີ່ເມືອງ Benghazi ທີ່ຖືກໂຈມຕີໃນວັນທີ 11 ເດືອນກັນຍາ 2012.
ທໍານຽບຂາວໄດ້ເປີດເຜີຍຂໍ້ຄວາມໃນອີເມລທີ່ມີ 100 ໜ້າ
ຊຶ່ງໃຫ້ລາຍລະອຽດກ່ຽວກັບວ່າ ຕົນມີແຜນແນວໃດທີ່ຈະ
ຕອບໂຕ້ຢ່າງເປັນການເປີດເຜີຍຕໍ່ການໂຈມຕີສະຖານກົງ
ສຸນສະຫະລັດ ທີ່ເມືອງ Benghazi ໃນລີເບຍ ປີກາຍນີ້.

ການໂຈມຕີທີ່ມີຂຶ້ນໃນວັນທີ 11 ເດືອນກັນຍາ ປີກາຍນີ້ ໄດ້
ສັງຫານເອກອັກຄະລັດຖະທູດ Christopher Stevens ແລະ
ຊາວອາເມຣິກັນອີກສາມຄົນ.

ພວກຜູ້ແທນສັງກັດພັກ Republican ໄດ້ກົດດັນໃຫ້ທໍານຽບ
ຂາວເປີດເຜີຍຂໍ້ຄວາມໃນອີເມລ. ພວກເຂົາເຈົ້າໄດ້ກ່າວຫາ
ຄະນະລັດຖະບານວ່າ ພະຍາຍາມທີ່ຈະປິດບັງຂໍ້ມູນກ່ຽວກັບການຮັກສາຄວາມປອດໄພ
ບໍ່ພຽງພໍ ຢູ່ສະຖານກົງສຸນດັ່ງກ່າວ ແລະສິ່ງທີ່ເຈົ້າໜ້າທີ່ຮູ້ກ່ຽວກັບການນາບຂູ່ ຂອງພວກ
ກໍ່ການຮ້າຍຢູ່ໃນລີເບຍ ລ່ວງໜ້າກ່ອນຈະມີການໂຈມຕີເກີດຂຶ້ນ.

ລາຍລະອຽດຫລາຍອັນຢູ່ໃນບັນທຶກດັ່ງກ່າວ ໄດ້ມີການຮົ່ວໄຫລແລ້ວ. ແຕ່ວ່າ ຢູ່ໃນ
ອີເມລຕ່າງໆສະແດງໃຫ້ເຫັນວ່າອົງການ CIA ໄດ້ລຶບຂໍ້ມູນອ້າງອີງເຖິງກຸ່ມກໍ່ການຮ້າຍ
al-Qaida, ພວກຫົວຮຸນແຮງຈັດ Ansar al-Sharia ແລະ ຄໍາເຕືອນກ່ຽວກັບການ
ກໍ່ການຮ້າຍ ຢູ່ໃນຈຸດສົນທະນາອັນສຸດທ້າຍ. ພວກເຈົ້າ ໜ້າທີ່ເວົ້າວ່າ ພວກທ່ານໄດ້ຕັດ
ຂໍ້ຄວາມເຫຼົ່ານີ້ອອກ ເພາະວ່າພວກເຂົາເຈົ້າບໍ່ ຢາກສ້າງຄວາມເສຍຫາຍໃຫ້ແກ່ການ
ສືບສວນຂອງອົງການສັນຕິບານກາງຫລື FBI ຢູ່ຕໍ່ໜ້າລັດຖະສະພາ.

ທໍານຽບຂາວ ທໍາອິດໄດ້ເອີ້ນການໂຈມຕີທີ່ Benghazi ວ່າເປັນການໂຈມຕີທີ່ ທີ່ເກີດ
ຂຶ້ນຕາມປົກກະຕິຂອງພວກປະທ້ວງ ແຕ່ຕໍ່ມາ ໄດ້ເອີ້ນວ່າມັນແມ່ນການກະທໍາ ຂອງ
ພວກກໍ່ການຮ້າຍ. ສະມາຊິກສະພາພັກ Republican ເວົ້າວ່າ ລັດຖະບານທ່ານ
ໂອບາມາ ຢາກຈະຫລີກລ້ຽງການຍອມຮັບວ່າ ມັນເປັນການກໍ່ການຮ້າຍ ໃນຂະນະທີ່
ປະທານາທິບໍດີກໍາລັງລົງສະມັກແຂ່ງຂັນ ເພື່ອໃຫ້ໄດ້ຮັບເລືອກຕັ້ງຄືນອີກ.
XS
SM
MD
LG