ຄວາມໂກດແຄ້ນຂອງສາທາລະນະຊົນກຳລັງທະວີຂຶ້ນຢູ່ໃນ Puerto Rico ທີ່ເປັນດິນ
ແດນຂອງສະຫະລັດ ຂະນະທີ່ລາຍລະອຽດໄດ້ປາກົດອອກມາໃຫ້ເຫັນ ກ່ຽວກັບການ
ເຮັດສັນຍາແບບບໍ່ມີການປະມູນ ກັບບໍລິສັດໄຟຟ້າທີ່ບໍ່ມີຊື່ສຽງບໍລິ ສັດນຶ່ງຂອງສະຫະ
ລັດ ເພື່ອຟື້ນຟູພະລັງງານໄຟຟ້າຢູ່ເກາະດັ່ງກ່າວ ທີ່ໄດ້ຖືກທຳລາຍໂດຍພາຍຸເຮີຣິເຄນ
Maria.
ຮວມຢູ່ໃນລາຍລະອຽດຂອງສັນຍາ ທີ່ເປັນຈຸດສົນໃຈ ກໍໄດ້ແກ່ອັດຕາການຈ່າຍຄ່າ
ໄຟຟ້າປະມານຫ້າເທົ່າ ສູງກວ່າອັດຕາທຳມະດາຢູ່ໃນ Puerto Rico ແລະວັກນຶ່ງ
ຂອງສັນຍາທີ່ຫ້າມບໍ່ໃຫ້ເກາະດັ່ງກ່າວຫລືເຈົ້າໜ້າທີ່ລັດຖະບານກາງຈາກ ການກວດ
ກາອັດຕາແຮງງານເຫລົ່ານັ້ນ.
ບັນດານັກການເມືອງສະຫະລັດ ຢູ່່ນະຄອນຫລວງວໍຊິງຕັນ ໄດ້ເລີ້ມຮຽກຮ້ອງໃຫ້ມີ
ການກວດສອບຢ່າງໃກ້ຊິດ ຂອງສັນຍາມູນຄ່າ 300 ລ້ານໂດລາທີ່ຫາກໍເຮັດບໍ່ຮອດ
ນຶ່ງອາທິດ ຫລັງຈາກພາຍຸເຮຣິເຄນພັດເຂົ້າຖະຫຼົ່ມ ໃຫ້ກັບບໍລິສັດຢູ່ໃນລັດ Montana
ຂອງສະຫະລັດ ທີ່ມີພະນັກງານເຕັມເວລາພຽງແຕ່ສອງຄົນເທົ່ານັ້ນໃນເວລາເກີດພະຍຸ.
ສໍາລັບປະຊາຊົນຫລາຍຄົນຂອງເກາະດັ່ງກ່າວ ເຖິງຢ່າງໃດກໍດີ ຄວາມເປັນຫ່ວງທີ່
ໃຫຍ່ກວ່ານັ້ນ ກໍແມ່ນການໂຕ້ແຍ້ງນີ້ອາດເຮັດໃຫ້ການຟື້ຶ້ນຟູພະລັງງານໄຟຟ້າມີການ
ຊັກຊ້າຕື່ມອີກ. ຫລາຍກວ່າ 75 ເປີເຊັນຂອງເກາະນີ້ ຍັງບໍ່ມີພະລັງງານໄຟຟ້າໃຊ້ດົນ
ກວ່ານຶ່ງເດືອນມາແລ້ວ ຫລັງຈາກພາຍຸເຮຣິເຄນ Maria ພັດເຂົ້າຖະຫຼົ່ມ ແລະການ
ຟື້ນຟູທັງໝົດຄາດຄະເນວ່າຈະໃຊ້ເວລາອີກຫລາຍເດືອນຂ້າງໜ້າ.
ເຖິງແມ່ນຢູ່ບ່ອນທີ່ໄຟຟ້າໄດ້ມີການຟື້ນຟູແລ້ວ ເຊັ່ນວ່າໂຮງໝໍປິ່ນປົວຄົນເຈັບທີ່ Cen-
tro Medico ລະບົບແມ່ນຍັງມີຄວາມຫລໍ່ແຫຼມຢູ່ທີ່ບັນດາຜູ້ບໍລິຫານໄດ້ປະຖິ້ມລະບົບ
ໄຟຟ້າທັງໝົດ ແລະຫັນໄປໃຊ້ລະບົບເຄື່ອງຈັກໄຟຟ້າ ທີ່ໄດ້ຕິດຕັ້ງໂດຍວິສະວະກອນ
ທະຫານສະຫະລັດ.
ຈຸດສູນກາງ ຂອງພາຍຸການເມືອງ ກ່ຽວກັບສັນຍາພະລັງານໄຟຟ້ານັ້ນ ແມ່ນບໍລິສັດທີ່
ຊື່ວ່າ Whitefish Energy Holdings ຕັ້ງຢູ່ໃນປະຊາຄົມນ້ອຍໆຂອງລັດ Montana
ຊຶ່ງເປັນລັດຂອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ທ່ານ Ryan Zinke.
ທ່ານ Zinke ໄດ້ປະຕິເສດວ່າ ທ່ານບໍ່ມີບົດບາດໃດໆໃນການເຮັດສັນຍາ ທີ່ໄດ້ມີຂຶ້ນ
ໃນວັນທີ 26 ເດືອນກັນຍາໂດຍອົງການໄຟຟ້າຂອງ Puerto ຫລື PREPA.
ໂດຍມີພະນັກງານແຕ່ພຽງສອງຄົນ ຢູ່ໃນບັນທຶກ ໃນວັນທີ່ເກີດພາຍຸ ແລະສອງໂຄງ
ການກ່ອນໜ້ານັ້ນ ພາຍໃຕ້ການບໍລິຫານຂອງຕົນ ບໍລິສັດດັ່ງກ່າວນີ້ ສ່ວນໃຫຍ່ແລ້ວ
ແມ່ນກາງຕໍ່ ພວກສັນຍາຈ້າງທີ່ຮັບຊ່ວງຕໍ່ໃຫ້ເຮັດວຽກໃຫ້. ປັດຈຸບັນນີ້ີ ບໍລິສັດມີພະ
ນັກງານຢູ່ 325 ຂອງຈຳນວນທີ່ສະເໜີທັງໝົດ 1000 ຄົນ ຢູ່ໃນໜ້າທີ່ ໃນ Puerto
Rico.