ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕຳຫລວດຄົນຜີວຂາວທີ່ລັດ Texas ຖືກກ່າວຫາວ່າ ສັງຫານຊາວໜຸ່ມຄົນຜີວດຳ


ບັນດາຜູ້ສະໜັບສະໜູນ ໃຕ້ທຽນໄຂໄວ້ອາໄລແດ່ ທ້າວ Jordan Edwards ອາຍຸ 15 ປີ ທີ່ເມືອງ Balch Springs, ລັດ Texas.
ບັນດາຜູ້ສະໜັບສະໜູນ ໃຕ້ທຽນໄຂໄວ້ອາໄລແດ່ ທ້າວ Jordan Edwards ອາຍຸ 15 ປີ ທີ່ເມືອງ Balch Springs, ລັດ Texas.

ເຈົາໜ້າ​ທີ່​ຕຳຫລວດ​ຄົນ​ຂາວ​ຜູ້​ນຶ່ງ ທີ່​ລັດ Texas ຢູ່​ພາກ​ໃຕ້​ຂອງ​ສະຫະລັດ ​ທີ່​ໄດ້​ຍິງ
ໃສ່​ລົດ​ຂອງພວກ​ຊາວໜຸ່ມຄັນ​ນຶ່ງ​ນັ້ນທີ່​ພາ​ໃຫ້ຊາວ​ໜຸ່ມ​ອາ​ເມຣິກັນ​ເຊື້ອ​ສາຍ​ອາ​ຟຣິ
ກັນຄົນ​ນຶ່ງ​ເສຍ​ຊີວິດ​ນັ້ນ ​ໄດ້​ຖືກ​ກ່າວ​ຫາວ່າ​ເປັນ​ຄາດ​ຕະກອນ.

​ເຈົ້າ​ໜ້າ​ທີ່​ຕຳຫລວດ​ເວົ້າວ່າ ທ່ານ Roy Oliver ຂອງ​ກົມ​ຕຳຫລວດ​ເມືອງ Balch
Springs ​ໄດ້ເຂົ້າມອບ​ຕົວ​ແກ່​ພວກ​ເຈົ້າ​ໜ້າ​ທີ່​ໃນ​ວັນ​ສຸກ​ວານ​ນີ້ ພາຍຫລັງ​ທີ່​ມີ​ໝາຍ​
ເກາະ​ໃຫ້​ຈັບ​ທ່ານອອກ​ມາ.

ທ່ານ Oliver ​ໄດ້​ຖືກ​ໄລ່​ອອກ​ຈາກ​ໜ້າ​ທີ່ຂອງ​ທ່ານໃນ​ຕົ້ນ​ອາທິດ​ນີ້ ທີ່​ພົວພັນ​ກັບ​ການ
​ຍິງ ທ້າວ Jordan Edwards ​ໃນ​ວັນ​ທີ 29 ເມສາທີ່​ຜ່ານ​ມາ.

ທ້າວ Edwards ​ແລະນ້ອງ​ອ້າຍ​ຂອງ​ລາວ​ສອງ​ຄົນ ພ້ອມ​ດ້ວຍຊາວ​ໜຸ່ມຄົນ​ອື່ນອີກ
​ສອງຄົນ ກຳລັງ​ພາກັນ​ໜີ​ອອກ​ຈາກງານ​ລ້ຽງ ທີ່ເອະ​ອະ​ໂບຍວາຍ​ກັນ ຢູ່​ໃນ​ເມືອງ
Blach Springs ໃນ​ຂະນະ​ທີ່​ທ່ານ Oliver ​ເປີດ​ສາກ​ຍິງ​ໃສ່​ລົດ​ຂອງເຂົາ​ເຈົ້າ.

ຫ້ອງການ​ຕຳຫລວດ​ເມືອງ Dallas ກ່າວ​ຢູ່​ໃນ​ຖະ​ແຫລ​ງການ​ວ່າ ໝາຍ​ເກາະ​ໃຫ້ຈັບ
ທ່ານ Oliver ​ໄດ້​ອອກ​ມາ​ໂດຍ​ອີງ​ຕາມ​ຫລັກ​ຖານ​ທີ່ສະ​ແດງ​ໃຫ້​ເຫັນ​ວ່າທ່ານ Oliver
“ມີເຈດ​ຕະນາທີ່​ຈະ​ທຳຮ້າຍ​ຮ່າງກາຍຢ່າງ​ຮ້າຍ​ແຮງ ​ແລະ​ໄດ້​ກະທໍາ​ການ​ຜິດທີ່​ເປັນອັນ​
ຕະລາຍ​ແກ່​ຊີວິດ​ຂອງ​ຄົນ ທີ່ພາ​ໃຫ້​ມີ​ການ​ເສຍ​ຊີວິດ.”

ທ່ານ Oliver ກ່າວ​ວ່າ ລົດ​ໄດ້​ຫົນ​ກົ້ນ​ມາ​ຕຳ​ທ່ານຢ່າງ​ແຮງ ​ແຕ່​ວີ​ດີ​ໂອທີ່​ຖ່າຍ​ເອົາເຫດ​
ການ​ໄດ້​ສະ​ແດງ​ໃຫ້​ເຫັນກົງກັນຂ້າມ​ກັບ​ເລື່ອງທີ່​ທ່ານ​ເວົ້າ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

US Police Shooting
please wait
Embed

No media source currently available

0:00 0:01:01 0:00

XS
SM
MD
LG