ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳນຽບຂາວ ກ່າວວ່າ ສຫລ ບໍ່ແມ່ນຄິວບາ ຈະເປັນຜູ້ຕັດສິນ ວ່າ ປ. ໂອບາມາ ຈະພົບພໍ້ຜູ້ໃດ


ນາງ Berta Soler ຜູ້ນຳພວກສະຕີ ນຸ່ງເຄຶ່ອງສີຂາວ ແລະ ພວກຕໍ່ຕ້ານ ກຳລັງຖືກຄວບຄຸມໂຕ ໂດຍ ໜ່ວຍຮັກສາຄວາມປອດໄພຄິວບາ.
ນາງ Berta Soler ຜູ້ນຳພວກສະຕີ ນຸ່ງເຄຶ່ອງສີຂາວ ແລະ ພວກຕໍ່ຕ້ານ ກຳລັງຖືກຄວບຄຸມໂຕ ໂດຍ ໜ່ວຍຮັກສາຄວາມປອດໄພຄິວບາ.

ບັນດາ​ເຈົ້າ​ໜ້າ​ທີ່ ສະຫະລັດ ກ່າວ​ວ່າ ບັນຫາ​ສິດທິ​ມະນຸດ ຂອງ​
ຄິວບາ ຈະ​ເປັນ​ຈຸດ​ເພັ່ງ​ເລັງ​ທີ່​ສຳຄັນ ​ເວລາປະທານາທິບໍດີ
Barack Obama ​ແລະລັດຖະມົນ ​ຕີ​ຕ່າງປະ​ເທດ ທ່ານ John
Kerry ​ໄປຢ້ຽມຢາມ​ປະ​ເທດ​ເກາະດອນດັ່ງກ່າວ​ໃນ​ທ້າຍ​ເດືອນ​ນີ້.

​ໂຄສົກ​ທຳນຽບຂາວ ທ່ານ John Earnest ກ່າວ​ໃນ​ວັນ​ສຸກ​ວານ​
ນີ້​ວ່າ “ປະທາ ນາທິບໍດີ ມີ​ຄວາມ​ສົນ​ໃຈ​ທີ່​ຈະ​ຍົກລະດັບ​ຄວາມ​ສຳ
ຄັນກ່ຽວ​ກັບ​ເລື້ອງ​ສິດທິ​ມະນຸດ​ສາກົນ ​ແລະ​ຄວາມ​ສຳຄັນ​ຂອງ
​ລັດຖະບານ ບໍ່​ພຽງ​ແຕ່​ໃຫ້​ການ​ເຄົາລົບ​ນັບຖື​ເທົ່າ​ນັ້ນ ​ແຕ່​ຄວາມ
​ຈິງ​ແລ້ວ​ແມ່ນ​ເອົາ​ບາ​ດກ້າວ ​ເພື່ອ​ປົກ​ປ້ອງ​ການສ​ະ​ແດງ​ອອກກ່ຽວ
ກັບ​ເລື້ອງສິດທິ​ມະ​ນຸດນຳ​ດ້ວຍ​.”

ທຳນຽບຂາວ​ແລະ​ກະຊວງ​ຕ່າງ​ປະ​ເທດສະຫະລັດ ​ເປີດ​ເຜີຍ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ທ່ານ
Kerry ​ໄດ້ວາງ​ແຜນ ​ທີ່​ຈະ​ຕິດຕາມປະທານາທິບໍດີ Obama ​ໄປ​ຢ້ຽມ ຢາມຄິວ​ບາ ​ໃນ​
ວັນ​ທີ 21 ​ແລະ 22 ເດືອນມີນາ ​ຈະ​ມາ​ເຖິງ​ນີ້.

​ໃນເດືອນ​ແລ້ວ​ນີ້ທ່ານ Kerry ​ໄດ້​ກ່າວ​ຕໍ່​ບັນດາ​ສະມາຊິກ​ສະພາ​ສູງ​ວ່າ ທ່ານ​ໄດ້​ພິຈາລະ
ນາ​ ທີ່​ຈະ​ເດີ​ນທາງ​ໄປ​ນະຄອນ Havana ກ່ອນໜ້ານີ້​ເພື່ອ​ “ສົນທະນາ​ກ່ຽວ​ກັບເລື້ອງ​ສິດ
ທິ​ມະນຸດ.”

ພະນັກງານຄົນໜຶ່ງ ກຳລັງຮັກສາເດີ່ນກິລາ Latinoamericano ບ່ອນທີ່ ປະທານາທິບໍດີ Barack Obama ມີແຜນຈະເຂົ້າຮ່ວມຊົມ ການແຂ່ງຂັນກິລາເບສບອລ ຂອງທິມ Tampa Bay Rays ຢູ່ທີ່ນີ້.
ພະນັກງານຄົນໜຶ່ງ ກຳລັງຮັກສາເດີ່ນກິລາ Latinoamericano ບ່ອນທີ່ ປະທານາທິບໍດີ Barack Obama ມີແຜນຈະເຂົ້າຮ່ວມຊົມ ການແຂ່ງຂັນກິລາເບສບອລ ຂອງທິມ Tampa Bay Rays ຢູ່ທີ່ນີ້.

​ໃນ​ວັນ​ສຸກ​ວານ​ນີ້ ກະຊວງ​ຕ່າງ​ປະ​ເ​ທດສະຫະລັດ ​ແລະທຳນຽບຂາວ​ໄດ້​ຕອບໂຕ້​ຕໍ່​ລາຍ
​ງານທີ່​ວ່າທ່ານ Kerry ​ໄດ້​ຍົກ​ເລີກ​ແຜນ​ການ ທີ່​ຈະ​ເດີນທາງ​ໄປ​ຢ້ຽມ ຢາມ​ຄິວ​ບາກ່ອນ​
ໜ້ານີ້​ ​ເພາະວ່າມີ​ການ​ຖົກ​ຖຽງ​ກັບຄິວ​ບາ ກ່ຽວ​ກັບວ່າ ພວກ​ຄັດຄ້ານ​ລັດຖະບານ​ຄົນ​ໃດ
ທີ່​ປະທານາທິບໍດີ Obama ຈະ​ໄດ້​ຮັບ​ອະນຸຍາດ​ໃຫ້​ພົບ​ປະໄດ້.

ກະຊວງ​ຕ່າງປະ​ເທດສະຫະລັດກ່າວ​ວ່າ ​ແຜນການ​ເດີນທາງ​ຂອງ​ຂອງ​ທ່ານ Kerry ​ໄດ້​
ຖືກ​ຍົກ​ເລີກ ​ເພ​າະວ່າ “ມີ​ຄວາມ​ເປັນ​ຫ່ວງໃນ​ດ້ານ​ພະລາທິການ.”

ທ່ານ Earnest ກ່າວ​ວ່າ ປະທານາທິບໍດີມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ພົບ​ປະ​ກັບພວກຕໍ່ຕ້ານລັດ
ຖະບານຊາວ​ຄິວ​ບາ ທີ່​ທ່ານຈະເລືອກເອົາ​ເອງ.

XS
SM
MD
LG